ກອງປະຊຸມສຸດຍອດ GMS 6 ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍ 25 ປີແຫ່ງການຮ່ວມມື, ສ້າງ GMS ເຊື່ອມໂຍງ, ຍືນຍົງ ແລະວັດທະນາຖາວອນ”. ໃນຂະນະນັ້ນ, ກອງປະຊຸມສຸດຍອດການຮ່ວມມືເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ຈະກວດກາຄືນສະພາບການປະຕິບັດ “ການວາງແຜນຜັງສັງລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດ CLV ໄລຍະ 2010-2020” ແລະປຶກສາຫາລືການກໍານົດທິດຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນການເພີ່ມທະວີການເຊື່ອມຈອດເສດຖະກິດກໍາປູເຈຍ-ລາວ-ຫວຽດນາມ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍໃຫຍ່ຂອງຫວຽດນາມ ໃນປີ 2018. ໂດຍສືບຕໍ່ຜົນສໍາເລັດຂອງປີ APEC 2017, ເລື່ອງຫວຽດນາມ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ GMS 6 ແລະກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ CLV ຄັ້ງທີ 10 ເປັນການສືບຕໍ່ຢືນຢັນຖານະບົດບາດທີ່ນັບມື້ນັບສູງຂຶ້ນຂອງປະເທດ, ພ້ອມທັງສະແດງໃຫ້ເຫັນບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມສຳລັບບັນດາກົນໄກຮ່ວມມືໃນການຮ່ວມສຳພັນກັບພາກພື້ນ.

ໂຄງການຮ່ວມມື GMS  ໄດ້ລິເລີ່ມໃນປີ 1992 ດ້ວຍການໜູນຊ່ວຍຂອງທະນາຄານພັດທະນາອາຊີ (ADB). ບັນດາປະເທດສະມາຊິກຂອງ GMS ລວມມີ: ກໍາປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະຫວຽດນາມ. ການຮ່ວມມື GMS  ເພື່ອແນໃສ່ເປົ້າໝາຍຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືພັດທະນາເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະສອງແຂວງ ຢຸນນານ, ກວາງຊີ ຂອງ ຈີນ, ນໍາເຂດອະນຸແມ່ນໍ້າຂອງເປີດກວ້າງກາຍເປັນເຂດພັດທະນາໄວ ແລະມີຄວາມວັດທະນາຖາວອນຢູ່ພາກພື້ນໂດຍໄວ. ການຮ່ວມມື GMS ອີງໃສ່ສາມເສົາຄໍ້າໂດຍພື້ນຖານນັ້ນແມ່ນການເຊື່ອມຕໍ່ກັບພື້ນຖານໂຄງລ່າງ, ເພີ່ມທະວີຄວາມສາມາດແກ່ງແຍ້ງ ແລະເຊື່ອມຕໍ່ກັບປະຊາຄົມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ນັບຕັ້ງແຕ່ GMS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1992, ຫວຽດນາມ ໄດ້ເຂົ້າຮ່ວມໂຄງການຮ່ວມມືນີ້ຢ່າງຕັ້ງໜ້າ. ການເຂົ້າຮ່ວມຂອງຫວຽດນາມ ນໍາມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ານຄວາມທຸກຍາກ, ກໍ່ຄືປະກອບສ່ວນເພີ່ມທະວີການເຊື່ອມຕໍ່ເຂົ້າກັບເສດຖະກິດພາກພື້ນ. ໄລ່ມາຮອດເດືອນ ທັນວາ ປີ 2017, ບັນດາໂຄງການຮ່ວມມືໃນ GMS ຢູ່ຫວຽດນາມມີຂອບຂະໜາດບັນລຸໄດ້ປະມານ 6 ຕື້ໂດລາສະຫະລັດ, ກວມເອົາປະມານ 30% ລວມຍອດບ້ວງເງິນກູ້ຢືມ/ເງິນອຸດໜູນຂອງ GMS.

ໃນຂະນະນັ້ນ, ໂດຍໄດ້ຮັບການສ້າງຕັ້ງໃນປີ 1999, ກົນໄກຮ່ວມມືເຂດສາມຫຼ່ຽມພັດທະນາ CLV ສຸມໃສ່ເຂົ້າໃນບັນດາຂົງເຂດ: ຄວາມໝັ້ນຄົງ-ການພົວພັນຕ່າງປະເທດ, ການຄົມມະນາຄົມຂົນສົ່ງ, ອຸດສາຫະກໍາ, ກະສິກໍາ, ການຄ້າ, ການລົງທຶນ, ບັນດາຂົງເຂດສັງຄົມ ແລະປົກປັກຮັກສາສິ່ງແວດລ້ອມ... ມາຮອດປັດຈຸບັນ, ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ສືບຕໍ່ເສີມຂະຫຍາຍບົດບາດເປັນກົນໄກຊ່ວຍເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືລະຫວ່າງສາມປະເທດ ກໍາປູເຈຍ, ລາວ ແລະຫວຽດນາມ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບດ້ານການເມືອງ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະພັດທະນາເສດຖະກິດ-ສັງຄົມໃນພາກພື້ນ. ຫວຽດນາມຍາມໃດກໍ່ຕັ້ງໜ້າເປັນເຈົ້າການປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືໃນກົນໄກ CLV. ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ CLV ຄັ້ງທີ 8 ໄດ້ເຫັນດີສະໜັບສະໜູນ 2  ຂໍ້ສະເໜີຂອງຫວຽດນາມ, ລວມມີເປີດກວ້າງຂອບຂະໜາດການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ຜ່ານການເພີ່ມທະວີການເຊື່ອມຕໍ່ສາມພື້ນຖານເສດຖະກິດໃນບັນດາຂົງເຂດຄື: ການຄົມມະນາຄົມ, ໂທລະຄົມມະນາຄົມ, ໄຟຟ້າ, ການທ່ອງທ່ຽວ, ທະນາຄານ...; ສ້າງແຜນການພັດທະນາຂະແໜງການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ CLV ເພື່ອແນໃສ່ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວສາມປະເທດ.

ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ GMS 6 ແລະກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ CLV 10, ຫວຽດນາມໄດ້ຕັ້ງໜ້າສົມທົບກັບບັນດາປະເທດສ້າງເອກະສານຂອງບັນດາກອງປະຊຸມ, ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຊຸກຍູ້ບັນດາເນື້ອໃນຮ່ວມມືແທດຈິງ, ລະອຽດ ແລະສຸມໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກຮ່ວມມື. ເລື່ອງຈັດຕັ້ງສໍາເລັດບັນດາກອງປະຊຸມດັ່ງກ່າວຈະປະກອບສ່ວນຊຸກຍູ້ຜົນປະໂຫຍດຂອງຫວຽດນາມໃນການຮ່ວມມື ພາກພື້ນແມ່ນໍ້າຂອງ, ປັບປຸງ ແລະເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະກອບສ່ວນເຮັດໃຫ້ບັນດາກົນໄກຮ່ວມມື GMS  ແລະ CLV  ພັດທະນາຕາມທິດແທດຈິງກວ່າ. ຄຽງຂ້າງນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາພາບພົດປະເທດຊາດ ແລະຊາວຫວຽດນາມ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຈິງໃຈ ແລະສະໜິດສະໜົມຂອງການນໍາ ແລະປະຊາຊົນຫວຽດນາມ ຕໍ່ກັບການນໍາບັນດາປະເທດບ້ານໃກ້ເຮືອນຄຽງ.

ດ້ວຍບັນດາຄວາມມານະພະຍາຍາມກະກຽມ ແລະບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະບົດບາດເປັນປະເທດເຈົ້າພາບ, ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ, ພວກເຮົາເຊື່ອໝັ້ນວ່າກອງປະຊຸມສຸດຍອດ GMS 6  ແລະກອງປະຊຸມສຸດຍອດການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ ແລະຄວາມວັດທະນາຖາວອນລວມຢູ່ພາກພື້ນນັບມື້ນັບຫຼາຍກວ່າອີກ.

 

ແປໂດຍ: ຮວ່າງເຈື່ອງ