ໂດຍໄດ້ຮັບຄໍາເຊີນຂອງທ່ານ Raul Castro Ruz ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີກູບາ,   ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມທາງລັດຖະກິດ  ສາທາລະນະລັດ ກູບາ ໃນລະຫວ່າງວັນທີ 28-30 ມີນາ.

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງໃຫ້ເຫັນນໍ້າໃຈສາມັກຄີມິດຕະພາບຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ພັກ, ລັດ ແລະປະຊາຊົນກູບາ ໃນສະພາບການກູບາ ຖ່າຍທອດຮຸ່ນການນໍາປະຫວັດສາດ ແລະສືບຕໍ່ຜັນຂະຫຍາຍວິວັດການອັບເດດຮູບແບບເສດຖະກິດ-ສັງຄົມຢ່າງເລິກເຊິ່ງ, ກວ້າງຂວາງ. ດ້ວຍລາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ, ການຢ້ຽມຢາມຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ... ລະຫວ່າງສອງປະເທດໃຫ້ມີບາດກ້າວພັດທະນາຢ່າງແທດຈິງ, ສົມກັບການພົວພັນດ້ານການເມືອງ, ພ້ອມທັງສະແດງຄວາມຖືເປັນສໍາຄັນການພົວພັນກັບກູບາ ເວົ້າສະເພາະ ແລະພາກພື້ນອາເມລິກາລາຕິນ ເວົ້າລວມ, ປະກອບສ່ວນຜັນຂະຫຍາຍການປະຕິບັດແນວທາງພົວພັນຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ XII  ຂອງພັກ, ປັບປຸງ, ຍົກສູງຖານະທີ່ຕັ້ງຂອງຫວຽດນາມ.

leftcenterrightdel
ທ່ານ Esteban Lazo Hernández,  ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ກູບາ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ສະໜາມບິນສາກົນ José Martí. ພາບ: ຫງວຽນເຕີ໋ນຕວນ.

ໃນໄລຍະຜ່ານມາ, ປະຊາຊົນກູບາ ອ້າຍນ້ອງພາຍໃຕ້ການນໍາພາຂອງພັກກອມມູນິດກູບາ ບັນລຸໄດ້ບັນດາຜົນງານທີ່ໜ້າຊົມເຊີຍ. ກູບາ ໄດ້ຈັດຕັ້ງສໍາເລັດການເລືອກຕັ້ງສະພາປະຊາຊົນທຸກຂັ້ນ (ເດືອນ ພະຈິກ 2017), ການເລືອກຕັ້ງສະພາແຫ່ງຊາດ (ວັນທີ 11 ມີນາ 2018). ແນວທາງ “ອັບເດດ” ຮູບແບບເສດຖະກິດ-ສັງຄົມ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ,  ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ. ຫຼາຍມາດຕະການສົ່ງເສີມເສດຖະກິດເອກະຊົນໄດ້ເປັນການລະດົມກໍາລັງໃຈປະຊາຊົນເຂົ້າຮ່ວມການຜະລິດຢ່າງຫ້າວຫັນ, ປົວແປງຄວາມສາມາດສະໜອງສິນຄ້າ ແລະຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເທື່ອລະກ້າວ.

ກູບາ ໄດ້ດັດປັບນະໂຍບາຍພົວພັນຕ່າງປະເທດເທື່ອລະກ້າວໃຫ້ເໝາະສົມກັບສະພາບການໃໝ່. ປະເທດໝູ່ເກາະ Caribe  ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າເຄື່ອນໄຫວຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ຍາດແຍ່ງການສະໜັບສະໜູນເພື່ອຕ້ານການຂວໍ້າບາດ, ປິດລ້ອມ, ພ້ອມທັງສືບຕໍ່ເປີດກວ້າງ ແລະຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດ-ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການສັບສົນຢູ່ພາກພື້ນ.

leftcenterrightdel
ຊາວຫວຽດນາມ ອາໄສ ຢູ່ ກູບາ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ສະໜາມບິນ ສາກົນ. ພາບ: ຫງວຽນເຕີ໋ນຕວນ.

ສໍາລັບຫວຽດນາມ, ກູບາ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນສອງຝ່າຍເປັນໜຶ່ງໃນບັນດາບູລິມະສິດໃນການພົວພັນຕ່າງປະເທດຂອງຕົນ. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (ວັນທີ 2 ທັນວາ ປີ 1960), ການພົວພັນສາມັກຄີ, ການສະໜັບສະໜູນ ແລະການຮ່ວມມືຮອບດ້ານອ້າຍນ້ອງ ຫວຽດນາມ-ກູບາ ນັບມື້ນັບໄດ້ຮັບການຮັກສາ, ພັດທະນາຢ່າງບໍ່ຢຸດຢັ້ງ. ກູບາ ເປັນປະເທດນໍາໜ້າໃນຂະບວນການປະຊາຊົນໂລກສະໜັບສະໜູນການຕໍ່ສູ້ປົກປັກຮັກສາ ແລະຍາດເອົາເອກະລາດ, ອິດສະຫຼະພາບ ແລະສ້າງສາປະເທດຊາດຂອງຫວຽດນາມ; ເອົາໃຈໃສ່ຊຸກຍູ້ການພົວພັນທຸກດ້ານກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີທ່າແຮງຄື: ການກໍ່ສ້າງ, ການຄົມມະນາຄົມ, ເຕັກໂນໂລຢີຊີວະສາດ, ການສຶກສາ, ສາທາລະນະສຸກ, ກິລາກາຍຍະກໍາ, ກະສິກໍາ.

ສ່ວນບັນດາການນໍາຫວຽດນາມ ກໍ່ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະບູລິມະສິດແຖວໜ້າຂອງຫວຽດນາມໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານກັບກູບາ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນກູບາ ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

ຄຽງຄູ່ກັບການພົວພັນດ້ານການເມືອງອັນດີງາມ, ສອງປະເທດກໍ່ເອົາໃຈໃສ່ພັດທະນາການພົວພັນດ້ານເສດຖະກິດ, ການຄ້າຜ່ານບັນດາລາຍການ, ໂຄງການຮ່ວມມື ແລະລົງທຶນ. ປັດຈຸບັນ, ຫວຽດນາມເປັນໜຶ່ງໃນ 10 ປະເທດນໍາໜ້າ ແລະຢືນອັນດັບທີ 2 ຢູ່ອາຊີ ກ່ຽວກັບການແລກປ່ຽນການຄ້າກັບກູບາ. ລວມຍອດວົງເງິນການຄ້າສອງຝ່າຍໃນປີ 2017 ບັນລຸ 224,3 ລ້ານໂດລາສະຫະລັດ. ສອງຝ່າຍສູ້ຊົນຍົກສູງຕົວເລກນີ້ຂຶ້ນລະດັບ 500 ລ້ານໂດລາສະຫະລັດ ໃນປີ 2020.

ການຢ້ຽມຢາມທາງລັດຖະກິດເຖິງ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ດໍາເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ກູບາ ສືບຕໍ່ພັດທະນາຕາມທິດຕັ້ງໜ້າ. ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ, ການຢ້ຽມຢາມຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ນໍາການພົວພັນຮ່ວມມືຫວຽດນາມ-ກູບາ ພັດທະນາຢ່າງແຂງແຮງກວ່າອີກ, ສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດກໍ່ຄືນໍ້າໃຈມິດຕະພາບອັນໜັກແໜ້ນຂອງສອງປະເທດ, ປະຊາຊົນສອງຊາດອ້າຍນ້ອງ.

 

ແປໂດຍ: ຮວ່າງເຈື່ອງ