ຫວຽດນາມ ໄດ້ຮ່ວມມືນັບແຕ່ໄລຍະຕົ້ນ, ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າບັນດາຂໍ້ລິເລີ່ມການຮ່ວມມືໃນອະນຸພາກພື້ນເກືອບທັງໝົດ, ນໍາມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ຄືປະກອບສ່ວນເພີ່ມຕື່ມການຮ່ວມສໍາພັນດ້ານເສດຖະກິດໃນພາກພື້ນ.

leftcenterrightdel
ກອງປະຊຸມລັດຖະມົນຕີໂຄງການຮ່ວມມືດ້ານເສດຖະກິດໃນອະນຸພາກພື້ນແມ່ນໍ້າຂອງເປີດກວ້າງຄັ້ງທີ 22 (GMS 22) ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຊຸກຍູ້ການຮ່ວມມື, ຮ່ວມສໍາພັນເສດຖະກິດຢູ່ອະນຸພາກພື້ນ

ອະນຸພາກພື້ນແມ່ນໍ້າຂອງເປີດກ້ວາງແມ່ນພາກພື້ນເຊິ່ງໄດ້ສະໜິດຕິດພັນນຳກັນດ້ວຍແມ່ນໍ້າຂອງ, ມີເນື້ອທີ່ 2,6 ລ້ານກິໂລຕາແມັດ ແລະພົນລະເມືອງປະມານ 340 ລ້ານຄົນ. ການຮ່ວມມືດ້ານເສດຖະກິດໄດ້ຮັບການຕີລາຄາວ່າແມ່ນກົນໄກຮ່ວມມືແຖວໜ້າໃນບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງ.

ການຮ່ວມມືດ້ານເສດຖະກິດຢູ່ອະນຸພາກພື້ນແມ່ນໍ້າຂອງເປີດກວ້າງດ້ວຍເປົ້າໝາຍໃນໄລຍະຍາວແມ່ນຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືພັດທະນາເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ: ກໍາປູເຈຍ, ລາວ,  ມຽນມາ, ໄທ, ຫວຽດນາມ ແລະສອງແຂວງ ຢຸນໜານ, ກວາງຊີ (ຈີນ), ນໍາອະນຸພາກພື້ນແມ່ນໍ້າຂອງເປີດກວ້າງກາຍເປັນເຂດພັດທະນາໄວ ແລະວັດທະນາຖາວອນຢູ່ອາຊີຕາເວັນອອກສ່ຽງໃຕ້.

ຍຸດທະສາດຮ່ວມມືຢູ່ອະນຸພາກພື້ນແມ່ນໍ້າຂອງເປີດກວ້າງໂດຍພື້ນຖານແມ່ນອີງໃສ່ສາມເສົາຄໍ້າ: ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການເພີ່ມທະວີຄວາມສາມາດແກ່ງແຍ້ງ, ການເຊື່ອມຕໍ່ປະຊາຄົມ (ສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ). ໃນໄລຍະຜ່ານມາ, ການຮ່ວມມື GMS ໄດ້ຮັບການຜັນຂະຫຍາຍໃນບັນດາຂົງເຂດຄື: ຄົມມະນາຄົມຂົນສົ່ງ, ພະລັງງານ, ສິ່ງແວດລ້ອມ, ກະສິກໍາ, ການທ່ອງທ່ຽວ, ການລົງທຶນ, ການຄ້າ ແລະການພັດທະນາຊັບພະຍາກອນມະນຸດ. ໃນນັ້ນ, ຂົງເຂດຄົມມະນາຄົມຂົນສົ່ງໄດ້ຮັບການຜັນຂະຫຍາຍແຮງທີ່ສຸດ, ດ້ວຍການສ້າງແລວທາງເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ... ແລະບັນດາປະເທດໄດ້ເຊັນສັນຍາສ້າງຄວາມສະດວກໃຫ້ແກ່ວຽກງານຂົນສົ່ງຜູ້ໂດຍສານ, ສິນຄ້າຂ້າມຊາຍແດນຂອງອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ.

ເຊື່ອມຕໍ່ຄົມມະນາຄົມຂົນສົ່ງ, ເພີ່ມທະວີການຄ້າ, ການລົງທຶນ

ກ່ຽວກັບການຮ່ວມມືດ້ານຄົມມະນາຄົມຂົນສົ່ງ, ຫວຽດນາມ ແມ່ນພາກສ່ວນສໍາຄັນໃນການສ້າງບັນດາແລວທາງເສດຖະກິດ GMS ແລະເຂົ້າຮ່ວມສາມສາຍແລວທາງເສດຖະກິດຕົ້ນຕໍແມ່ນ: ແລວທາງເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ແລະແລວທາງແຄມທະເລພາກໃຕ້.

ການເຊື່ອມຕໍ່ກັບບັນດາສາຍແລວທາງຜ່ານດິນແດນຂອງ ຫວຽດນາມ ຊ່ວຍ ຫວຽດນາມ ຫັນບັນດາຜົນປະໂຫຍດເສດຖະກິດຈາກການເຊື່ອມຕໍ່ທາງດ້ານຄົມມະນາຄົມຢ່າງສຸດຂີດ, ເພີ່ມທະວີການຄ້າ ແລະການລົງທຶນໃນບັນດາເຂດຢູ່ລຽບຕາມບັນດາແລວທາງເສດຖະກິດນັ້ນ.

ມີຫຼາຍໂຄງການຄົມມະນາຄົມໂດຍ ADB ອຸປະຖໍາໄດ້ປະຕິບັດສໍາເລັດ ແລະນໍາເຂົ້າໃຊ້ງານຄື: ເສັ້ນທາງນະຄອນ ໂຮ່ຈິມິນ-ມົກບ່າຍ, ໂຄງການອຸປະຖໍາແລວທາງຕາເວັນອອກ-ຕາເວັນຕົກ, ຕອນທາງຈາກ ດົງຮ່າ - ລາວບາວ ເຊິ່ງໄດ້ປະຕິບັດສໍາເລັດໃນປີ 2005, ໂຄງການເສັ້ນທາງຄວາມໄວສູງ ໂນ້ຍບ່າຍ-ລາວກາຍ, ກໍ່ສ້າງຂົວສາກົນແມ່ນໍ້າຂອງແຫ່ງທີສອງທີ່ເຊື່ອມຈອດ ມຸກດາຫານ (ໄທ) ກັບສະຫວັນນະເຂດ (ລາວ). ບາງໂຄງການອື່ນໆຄື: ສາຍແລວທາງພາກເໜືອດ້ວຍມູນຄ່າ 75 ລ້ານ USD, ຕອນຈາກແຂວງ ແທງຮ໋ວາ ເຊື່ອມຈອດກັບ ລາວ ແລະໄທ, ສາຍແລວທາງພາກໃຕ້ດ້ວຍມູນຄ່າ 25,5 ລ້ານ USD ຕອນເສັ້ນທາງຫຼວງ 60 ແລະ 63 ທີ່ເຊື່ອມຈອດ ຫວຽດນາມ ກັບ ກໍາປູເຈຍ...

ການປະຕິບັດສັນຍາຄົມມະນາຄົມຂ້າມຊາຍແດນ GMS ໄດ້ນໍາມາເຊິ່ງບັນດາໝາກຜົນຕັ້ງໜ້າອະນຸຍາດໃຫ້ການຈາລະຈອນສິນຄ້າໄວ ແລະຫຼຸດເວລາແກ້ໄຂການຜ່ານດ່ານໃຫ້ແກ່ຄົນ, ພາຫະນະ ແລະສິນຄ້າລົງ. 

ຮ່ວມມືຢ່າງແທດຈິງ

ໃນຂົງເຂດພະລັງງານໄຟຟ້າ, ຫວຽດນາມ ໄດ້ເຂົ້າຮ່ວມການລົງນາມ ແລະການປະຕິບັດແຜນການສັງລວມພາກພື້ນກ່ຽວກັບການຮ່ວມສໍາພັນພະລັງງານໄຟຟ້າໃນ GMS. ການຮ່ວມມືພັດທະນາພະລັງງານ GMS ຊ່ວຍ ຫວຽດນາມ ກໍານົດ, ກະກຽມ ແລະລົງທຶນໃຫ້ບັນດາຂໍ້ລິເລີ່ມບູລິມະສິດ ເພື່ອແນໃສ່ຊຸກຍູ້ການຄ້າດ້ານພະລັງງານໄຟຟ້າ, ກໍ່ຄືສ້າງຕັ້ງບັນດາລະບອບລະບຽບການຕາມການກໍານົດທິດຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ.

ນອກຈາກນັ້ນ, ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະກໍາມະການປະສານງານການຄ້າພະລັງງານພາກພື້ນ GMS ຊ່ວຍ ຫວຽດນາມ ອັບເດັດສະພາບການພັດທະນາຕະຫຼາດການຄ້າ ແລະແຜນການຂະແໜງພະລັງງານຂອງບັນດາປະເທດໃນພາກພື້ນ GMS, ຍາດແຍ່ງການໜູນຊ່ວຍດ້ານເຕັກນິກຈາກ ADB ແລະການສົມທົບນະໂຍບາຍກັບບັນດາປະເທດ GMS ຢ່າງກົມກຽວ. ຫວຽດນາມ ໄດ້ສົມທົບກັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ GMS ເພື່ອໝູນໃຊ້ບັນດາຂໍ້ຕົກລົງການຄ້າກ່ຽວກັບໄຟຟ້າໃນອະນຸພາກພື້ນ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການສໍາຫຼວດ, ຜະລິດ ແລະນຳສົ່ງບັນດາແຫຼ່ງພະລັງງານ. ຫວຽດນາມ ກໍ່ເປີດກວ້າງການສໍາຜັດກັບພະລັງງານໄຟຟ້າເຖິງບັນດາເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນການສະໜອງພະລັງງານ.

ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ (ສາທາລະນະສຸກ, ການສຶກສາ, ການບໍາລຸງສ້າງ, ສອນອາຊີບ ແລະອົບພະຍົບ), ຫວຽດນາມ ເຂົ້າຮ່ວມໂຄງການໜູນຊ່ວຍເຕັກນິກຂອງ ADB ໃຫ້ແກ່ບັນດາປະເທດ: ຫວຽດນາມ, ລາວ ແລະກໍາປູເຈຍ. ໂຄງການນີ້ໄດ້ ແລະກໍາລັງນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເພີ່ມທະວີກໍາລັງຄວາມສາມາດສະກັດກັ້ນໂລກລະບາດຂ້າມຊາຍແດນ.

ໃນຂົງເຂດສິ່ງແວດລ້ອມ ແລະຊັບພະຍາກອນທໍາມະຊາດ, ຫວຽດນາມ ເຂົ້າຮ່ວມລາຍການສິ່ງແວດລ້ອມຈຸດສຸມດ້ວຍເປົ້າໝາຍແກ້ໄຂບັນດາບັນຫາສິ່ງແວດລ້ອມໃນວິວັດການພັດທະນາເສດຖະກິດຢູ່ອະນຸພາກພື້ນ. ນັບແຕ່ປີ 2014, ການຮ່ວມມື GMS ກໍ່ຜັນຂະຫຍາຍຂໍ້ລິເລີ່ມຂົນສົ່ງຂຽວ, ດ້ວຍບັນດາໂຄງການທົດລອງຢູ່ ລາວ, ໄທ ແລະຫວຽດນາມ ເພື່ອແນໃສ່ຄົ້ນຄວ້າຈໍາກັດປະລິມານອາຍພິດ ກາກບອນ ຈາກການເຄື່ອນໄຫວຂົນສົ່ງ.

ໃນຊຸມປີຜ່ານມາ, ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງເປີດກວ້າງໄດ້ຊ່ວຍເພີ່ມທະວີການເຊື່ອມຕໍ່ ແລະຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງບັນດາປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ, ຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພື້ນ, ດຶງດູດຄວາມສົນໃຈ, ການໜູນຊ່ວຍຂອງປະຊາຄົມສາກົນຕໍ່ການພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ.

 

ແປໂດຍ: ທູຈາງ