ນັກຂ່າວ: ສື່ມວນຊົນໃນໄລຍະຜ່ານມາໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ແລະໃຫ້ຮູ້ວ່າການຢ້ຽມຢາມໄດ້ປະສົບຜົນສໍາເລັດ, ຂໍຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ລະອຽດກ່ຽວກັບຜົນສຳເລັດດັ່ງກ່າວ ?

ທ່ານ ຫງວຽນກວກຢຸ໋ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ:  ການຢ້ຽມຢາມ ອົດສະຕາລີ ແລະນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມໃນຫຼາຍດ້ານຄືດັ່ງນີ້:

ທີໜຶ່ງ, ການຢ້ຽມຢາມໄດ້ເປັນຂີດໝາຍສໍາຄັນ, ນໍາການພົວພັນລະຫວ່າງ ຫວຽດນາມ-ອົດສະຕາລີ-ນິວຊີແລນ ຂຶ້ນສູ່ລະດັບສູງໃໝ່. ສຳລັບອົດສະຕາລີ, ແມ່ນເລື່ອງຍົກລະດັບຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດທີ 16 ກັບອົດສະຕາລີ, ຫວຽດນາມ ໄດ້ຄ່ອຍໆປັບປຸງຂອບເຂດການຮ່ວມມືກັບບັນດາຄູ່ຮ່ວມມືສໍາຄັນຢູ່ທຸກທະວີບ, ປະກອບສ່ວນຢືນຢັນບົດບາດ, ຖານະບົດບາດຂອງຫວຽດນາມ ໃນພາກພື້ນ ແລະໃນໂລກ.

ສຳລັບ ນິວຊີແລນ, ນັ້ນແມ່ນເພີ່ມທະວີເນື້ອແທ້ຂອງການພົວພັນຄູ່ຮ່ວມມືຮອບດ້ານກວ່າອີກ, ຢ້ັງຢືນຄວາມຕັດສິນໃຈ ແລະວາງອອກວິວັດທະນາການລະອຽດເພື່ອມຸ່ງໄປເຖິງສ້າງຕັ້ງຄູ່ຮ່ວມມືຍຸດທະສາດໃນອະນາຄົດໃກ້ໆນີ້.

ທີສອງ, ການຢ້ຽມຢາມໄດ້ສ້າງພື້ນຖານສໍາຄັນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ຊຸກຍູ້ການເຊື່ອມຈອດລະຫວ່າງເສດຖະກິດປະເທດເຮົາກັບເສດຖະກິດອົດສະຕາລີ ແລະນິວຊີແລນ, ນໍາມາເຊິ່ງບັນດາກາລະໂອກາດຢ່າງແທດຈິງ ແລະຜົນປະໂຫຍດໃຫ້ແກ່ບັນດາທ້ອງຖິ່ນ, ວິສາຫະກິດ.

ທີສາມ, ການຢ້ຽມຢາມໄດ້ສ້າງບຸກທະລຸສໍາຄັນໃຫ້ແກ່ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ຜ່ານບັນດາສາຍສຳພັນພິເສດກ່ຽວກັບການສຶກສາ, ການທ່ອງທ່ຽວ, ການອອກແຮງງານ ແລະຊາວຫວຽດນາມ ອາໄສຢູ່ສອງປະເທດນີ້ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະສັງສັນກັບຜູ້ຕາງໜ້າບັນດາທະນາຄານອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ຂໍທ່ານໃຫ້ຮູ້ບັນດາປັດໄຈສ້າງເປັນຜົນສໍາເລັດຂອງການຢ້ຽມຢາມ?

ທ່ານ ຫງວຽນກວກຢຸ໋ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມປະສົບຜົນສໍາເລັດແມ່ນຍ້ອນມີຫຼາຍປັດໄຈ:

ທີໜຶ່ງ, ນັ້ນແມ່ນທ່າ ແລະກໍາລັງແຮງຂອງຫວຽດນາມ ກໍາລັງເພີ່ມຂຶ້ນຢ່າງຈະແຈ້ງ. ພິເສດ, ພາຍຫຼັງຜົນສໍາເລັດຂອງປີ APEC 2017 ແລະເລື່ອງຫວຽດນາມ ສົມທົບກັບບັນດາປະເທດເພື່ອຊຸກຍູ້ການລົງນາມໃນສັນຍາ CPTPP ໃນຕົ້ນເດືອນ ມີນາ ຜ່ານມາ, ທັງອົດສະຕາລີ ແລະນິວຊີແລນ ລ້ວນແຕ່ຖືເປັນສໍາຄັນກວ່າເກົ່າ, ຕີລາຄາສູງບົດບາດ ແລະຖານະບົດບາດຂອງຫວຽດນາມ. ວົງການການເມືອງ ແລະວິສາຫະກິດຂອງອົດສະຕາລີ ແລະນິວຊີແລນ ລ້ວນແຕ່ເຫັນແຈ້ງກາລະໂອກາດທີ່ນັບມື້ນັບເພີ່ມຂຶ້ນໃນການຮ່ວມມືກັບຫວຽດນາມ, ສະແດງໃຫ້ເຫັນຄວາມເອົາໃຈໃສ່, ເພີ່ມທະວີ, ປັບປຸງການພົວພັນກັບຫວຽດນາມ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ.

ທີສອງ, ຫວຽດນາມ ພ້ອມກັບ ອົດສະຕາລີ ແລະນິວຊີແລນ ພວມເພີ່ມຜົນປະໂຫຍດນັບທັງສອງຝ່າຍ ແລະຫຼາຍຝ່າຍ. ກ່ຽວກັບສອງຝ່າຍ, ນັ້ນແມ່ນຄວາມຕ້ອງການຮ່ວມມືເພື່ອຮັບປະກັນການພັດທະນາຢູ່ແຕ່ລະປະເທດ  ໂດຍອີງໃສ່ພື້ນຖານໜູນຊ່ວຍເຊິ່ງກັນ ແລະກັນຂອງບັນດາພື້ນຖານເສດຖະກິດ, ບັນດາກາລະໂອກາດເປີດກວ້າງການລົງທຶນ, ດໍາເນີນທຸລະກິດ,  ຖ່າຍທອດເຕັກໂນໂລຢີ-ເຕັກນິກ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຄື: ການຄ້າ, ການທ່ອງທ່ຽວ, ການສຶກສາ, ກະສິກໍາ... ກ່ຽວກັບຫຼາຍຝ່າຍ, ນັ້ນແມ່ນຄວາມຕັດສິນໃຈ ແລະວິໄສທັດຮ່ວມຂອງສອງປະເທດຕໍ່ການຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນເປີດ, ວັດທະນາຖາວອນ, ກວມລວມ ແລະອີງໃສ່ລະບຽບກົດໝາຍ, ຊຸກຍູ້ການຫັນການຄ້າເປັນເສລີ ແລະເຊື່ອມຈອດເສດຖະກິດພາກພື້ນ; ເພີ່ມທະວີການຮ່ວມມືໃນຂອບເຂດ ອາຊຽນ, APEC, EAS…

ທີສາມ, ແມ່ນການກະກຽມຢ່າງຮອບຄອບຖີ່ຖ້ວນຂອງທັງສອງຝ່າຍໃຫ້ການຢ້ຽມຢາມນັບແຕ່ກາງປີ 2017 ເມື່ອຫວຽດນາມ ກໍານົດແຜນນະໂຍບາຍວ່ານາຍົກລັດຖະມົນຕີຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕາລີ ສະໄໝພິເສດ. ບົນພື້ນຖານການພົວພັນທີ່ໄວ້ເນື້ອເຊື່ອໃຈນັ້ນ, ຝ່າຍອົດສະຕາລີ ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ ໃນວິວັດການສ້າງໂຄງການ, ກະກຽມເນື້ອໃນ, ສ້າງເອກະສານໃຫ້ການຢ້ຽມຢາມ, ດ້ວຍຄວາມປາດຖະໜາວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ. ສໍາລັບຫວຽດນາມ, ນັ້ນແມ່ນການປະກອບສ່ວນອັນໃຫຍ່ຫຼວງບໍ່ພຽງແຕ່ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດທີ່ເຂົ້າຮ່ວມໂດຍກົງເທົ່ານັ້ນ, ຫາກຍັງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ແລະນິວຊີແລນ ອີກດ້ວຍ.

ບັນດາກະຊວງ, ຂະແໜງການ, ວິສາຫະກິດ, ທ້ອງຖິ່ນຂອງຫວຽດນາມ ລ້ວນແຕ່ມີຄວາມຕ້ອງການຮ່ວມມືກັບອົດສະຕາລີ ແລະນິວຊີແລນ, ຕັດສິນໃຈນໍາການພົວພັນກັບສອງປະເທດເຂົ້າສູ່ລວງເລິກ, ແທດຈິງ,  ມີປະສິດທິຜົນ.

ນັກຂ່າວ: ໃນການຢ້ຽມຢາມ ອົດສະຕາລີ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕາລີ ສະໄໝພິເສດ, ຂໍທ່ານໃຫ້ຮູ້ກອງປະຊຸມນີ້ພິເສດຢູ່ບ່ອນໃດ, ຈຸດປະສົງແມ່ນແນວໃດ?

ທ່ານ ຫງວຽນກວກຢຸ໋ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ:  ກອງປະຊຸມໃນຄັ້ງນີ້ມີຄວາມໝາຍພິເສດເພາະວ່າ:

ທີໜຶ່ງ, ນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ ສະໄໝພິເສດ ໄດ້ຈັດຕັ້ງ ຢູ່ ອົດສະຕາລີ.

ທີສອງ, ກອງປະຊຸມແມ່ນຂີດໝາຍສໍາຄັນເພື່ອແນໃສ່ຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍເປັນລະອຽດ, ພ້ອມທັງຢ້ັງຢືນຄໍາໝັ້ນສັນຍາຂອງ ອົດສະຕາລີ ສໍາສັບພາກພື້ນ ແລະອາຊຽນ ຄືນໃໝ່.

ທີສາມ, ໃນສະພາບການຢູ່ພາກພື້ນ ແລະສາກົນມີການຫັນປ່ຽນຢ່າງສັບສົນ, ເລື່ອງເພີ່ມທະວີຄໍາໝັ້ນສັນຍາລະຫວ່າງອາຊຽນ ແລະອົດສະຕາລີ ຈະປະກອບສ່ວນກໍານົດທິດໃຫ້ຂອບເຂດການຮ່ວມມືຢ່າງໝັ້ນຄົງ ແລະມີປະສິດທິຜົນຢູ່ພາກພື້ນ.

ນັກຂ່າວ: ໂດຍລະອຽດ, ກອງປະຊຸມບັນລຸໄດ້ເປົ້າໝາຍຫຍັງແດ່?

ທ່ານ ຫງວຽນກວກຢຸ໋ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ: ຕາມ ຂ້າພະເຈົ້າ, ກອງປະຊຸມບັນລຸໄດ້ທັງສອງເປົ້າໝາຍທີ່ໄດ້ວາງອອກ, ໂດຍລະອຽດແມ່ນ:

ກ່ອນອື່ນໝົດ, ບັນດາການນໍາຢັ້ງຢືນຄໍາໝັ້ນສັນຍາຂອງອາຊຽນ ແລະ ອົດສະຕາລີ ເພື່ອພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະເປີດກວ້າງ, ພ້ອມທັງແບ່ງປັນທັດສະນະກ່ຽວກັບບັນຫາຍຸດທະສາດຫຼາຍຢ່າງ, ໃນນັ້ນມີທະເລຕາເວັນອອກ, ການຮ່ວມມືຢູ່ບັນດາເຂດທະເລ ມະຫາສະໝຸດ ອິນເດຍ ແລະປາຊີຟິກ, ການເຊື່ອມຈອດເສດຖະກິດພາກພື້ນ... ອົດສະຕາລີ ຢ້ັງຢືນຄືນໃໝ່ຖືເປັນສໍາຄັນອາຊຽນ, ໃຫ້ຄໍາໝັ້ນສັນຍາຕັ້ງໜ້າສົມທົບກັບອາຊຽນ ຢູ່ບັນດາເວທີປາໄສສໍາຄັນໃນພາກພື້ນຄື: EAS, ສືບຕໍ່ເພີ່ມທະວີກົນໄກເຈລະຈາຢູ່ໃນທຸກຂັ້ນກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນທີ່ເຄື່ອນໄຫວຕາມລະບຽບກົດໝາຍ.

ກອງປະຊຸມ ໄດ້ແລກປ່ຽນບັນດາບຸລິມະສິດຮ່ວມມືລະຫວ່າງ ອາຊຽນ ກັບ ອົດສະຕາລີ ໃນໄລຍະຈະມາເຖິງ, ໃນນັ້ນມີ: ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະການເຊື່ອມຕໍ່ພາກພື້ນ, ບົນພື້ນຖານສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA); ຕັ້ງໜ້າສົມທົບກັນ ເພື່ອຊຸກຍູ້ການເຊື່ອມຈອດເສດຖະກິດພາກພື້ນຢູ່ບັນດາຂອບເຂດ RCEP, APEC, CPTPP...; ຍູ້ແຮງການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບໃນພາກພື້ນ, ຮ່ວມມືດ້ານປ້ອງກັນຊາດ; ຊຸກຍູ້ການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ, ແລກປ່ຽນວັດທະນະທໍາ, ຮ່ວມມືປ້ອງກັນ ແລະຕ້ານໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ...

ນັກຂ່າວ: ຂໍທ່ານໃຫ້ຮູ້ບົດບາດ ແລະການປະກອບຂອງຄະນະຫວຽດນາມ, ໂດຍສະເພາະແມ່ນຂອງທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມຄັ້ງນີ້?

ທ່ານ ຫງວຽນກວກຢຸ໋ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ: ກ່ອນທີ່ຈະດໍາເນີນກອງປະຊຸມ, ຫວຽດນາມ ໄດ້ສົມທົບກັບອົດສະຕາລີ ແລະບັນດາປະເທດອາຊຽນ ສ້າງໂຄງການດໍາເນີນງານທີ່ເໝາະສົມ, ຮັບປະກັນຜົນປະໂຫຍດຂອງຝ່າຍຕ່າງໆມີຄວາມດຸນດ່ຽງ. ພວກເຮົາກໍ່ເສີມຂະຫຍາຍບົດບາດຕັ້ງໜ້າໃນວິວັດການຮຽບຮຽງເອກະສານສໍາຄັນສອງສະບັບຂອງກອງປະຊຸມນັ້ນແມ່ນ: ຖະແຫຼງການ Sydney ແລະບົດບັນທຶກຊ່ວຍຈໍາອາຊຽນ-ອົດສະຕາລີ ກ່ຽວກັບການຮ່ວມມືຕ້ານການກໍ່ການຮ້າຍສາກົນ; ປະກອບສ່ວນປັບປຸງ 15 ຂໍ້ລິເລີ່ມຮ່ວມມື ເຊິ່ງໄດ້ຍົກອອກທີ່ກອງປະຊຸມໃຫ້ສົມບູນແບບ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວຄໍາເຫັນກ່ຽວກັບການກໍານົດທິດສໍາຄັນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອົດສະຕາລີ, ດ້ວຍສອງບຸລິມະສິດໃຫຍ່ແມ່ນ: ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໜຶ່ງໃນການນໍາອາຊຽນສີ່ທ່ານໄດ້ຮັບເຊີນກ່າວຄໍາເຫັນທີ່ວາລະປະຊຸມວົງແຄບຂອງກອງປະຊຸມ. ທ່ານໄດ້ຊີ້ແຈ້ງສະພາບຕົວຈິງໃນບັນດາເຂດທະເລຢູ່ພາກພື້ນ, ເຖິງວ່າພາຍນອກມີຄວາມໝັ້ນຄົງ, ແຕ່ພາຍໃນຍັງມີຄື້ນຢູ່, ສະນັ້ນ, ຕ້ອງຖືການເຄົາລົບກົດໝາຍເປັນພື້ນຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມທັງໝູນໃຊ້ວິທີການສໍາຜັດຮອບດ້ານໃນການຮ່ວມມືທະເລ.

ເລື່ອງເປັນເຈົ້າການເຂົ້າຮ່ວມ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະຫວຽດນາມ ທີ່ກອງປະຊຸມໄດ້ຮັບການຮັບຮູ້ ແລະຕີລາຄາຈາກ ອົດສະຕາລີ ແລະບັນດາປະເທດອາຊຽນ, ພ້ອມທັງປະກອບສ່ວນປັບປຸງການພົວພັນສອງຝ່າຍອັນດີງາມ ລະຫວ່າງສອງປະເທດຕື່ມອີກ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ.

 

ແປໂດຍ: ທູຈາງ