ນີ້ແມ່ນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນັບແຕ່ເມື່ອທ່ານຮັບດໍາລົງຕໍາແໜ່ງ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ຕັ້ງໜ້າ ແລະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ;  ນໍາບັນດາສາຍພົວພັນສາກົນເຂົ້າສູ່ລວງເລິກ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ,  ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດເພີ່ມຂຶ້ນຜ່ານແຕ່ລະປີ. ປີ 2017, ວົງເງິນການຄ້າສອງສົ້ນບັນລຸກວ່າ 900 ລ້ານ USD. ນິວຊີແລນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 31 ຂອງຫວຽດນາມ ແລະຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 17 ຂອງ ນິວຊີແລນ. ນິວຊີແລນ ແມ່ນໜຶ່ງໃນບັນດາປະເທດສະຫງວນທຶນ ODA ໃຫ້ ຫວຽດນາມ ເປັນປົກກະຕິ ແລະເພີ່ມຂຶ້ນໃນແຕ່ລະປີ, ເຊິ່ງໄດ້ສຸມໃສ່ເຂົ້າບັນດາຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ, ການສຶກສາ-ກໍ່ສ້າງ, ການພັດທະນາກະສິກໍາ-ຊົນນະບົດແບບຍືນຍົງ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີການພົບປະສອງຝ່າຍກັບທ່ານນາງ Jacinda Ardern ເນື່ອງໃນໂອກາດທ່ານນາງເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017  ຢູ່ນະຄອນ ດ່າໜັ້ງ. ພາບ: baochinhphu.vn

ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍຮັກສາການແລກປ່ຽນຄະນະ, ຮ່ວມມືແບ່ງປັນຂໍ້ມູນຂ່າວສານໃນຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຮັບການລົງນາມໃນປີ 2013, ສັນຍາຕົກລົງລະຫວ່າງຕໍາຫຼວດ ນິວຊີແລນ ແລະກະຊວງຕໍາຫຼວດຫວຽດນາມ ກ່ຽວກັບການຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ ແລະຈັດຕັ້ງກອງປະຊຸມກຸ່ມປະຕິບັດງານປະສົມສອງຝ່າຍ 2 ປີ/ເທື່ອ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະຕິບັດ.  ນິວຊີແລນ ກໍ່ໜູນຊ່ວຍຫວຽດນາມ ຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບການຕ້ານການກໍ່ການຮ້າຍ, ເຕັກນິກອາຍາ ແລະສືບສວນ, ຕ້ານ ແລະສະກັດກັ້ນອາດຊະຍາກໍາຟອກເງິນ, ອາດຊະຍາກໍາເຕັກໂນໂລຢີສູງ, ການແພດພະຍາບານຍຸດທະວິທີ.

ກ່ຽວກັບການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ປັດຈຸບັນມີນັກສຶກສາຫວຽດນາມ ເກືອບ 3.000 ຄົນພວມຮໍ່າຮຽນຢູ່ ນິວຊີແລນ ແລະແຕ່ລະປີມີພະນັກງານບັນດາກະຊວງ, ຂະແໜງການຂອງຫວຽດນາມປະມານ 20 ຄົນ ໄດ້ຮັບທຶນສຶກສາຈາກລັດຖະບານນິວຊີແລນ.

ຄຽງຂ້າງນັ້ນ, ສອງປະເທດກໍ່ຕັ້ງໜ້າຮ່ວມມືຢ່າງແໜ້ນແຟ້ນ ແລະລົງນາມໃນຂໍ້ຕົກລົງ, ສັນຍາຫຼາຍສະບັບໃນບັນດາຂົງເຂດຄື: ການອອກແຮງງານ, ການຄົມມະນາຄົມ ແລະຂົນສົ່ງ, ກະສິກໍາ...

ໃນບັນດາເວທີປາໄສຢູ່ພາກພື້ນ ແລະສາກົນ, ຫວຽດນາມ ແລະນິວຊີແລນ ລ້ວນແຕ່ເປັນສະມາຊິກຂອງສະຫະປະຊາຊາດ, ອົງການການຄ້າໂລກ (WTO), APEC, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM) ແລະບາງກົນໄກຮ່ວມມືຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN). ສອງຝ່າຍສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນການເຈລະຈາ, ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ຊຸກຍູ້ສໍາເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໂດຍໄວ.

ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເພື່ອແນໃສ່ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນສອງຝ່າຍກັບ ນິວຊີແລນ ຢ່າງບໍ່ຢຸດຢ້ັງ. ອາດສາມາດເຊື່ອໝັ້ນວ່າ, ຜົນສໍາເລັດຂອງການຢ້ຽມຢາມໃນຄັ້ງນີ້ຈະສ້າງກໍາລັງໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ນິວຊີແລນ ໃນທຸກຂົງເຂດ.

 

ແປໂດຍ: ທູຈາງ