ນີ້ແມ່ນການຢ້ຽມຢາມ ບັງກະລາເທດ ຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນຖານະຕໍາແໜ່ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ. ຫວຽດນາມ ແລະບັງກະລາເທດ ສ້າງຕັ້ງການພົວພັນທາງການທູດ ແຕ່ວັນທີ 11 ກຸມພາ 1973 ແລະມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ.

leftcenterrightdel
                   ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ. ພາບ: vov.vn

ໃນຫຼາຍປີຜ່ານມາ, ສອງຝ່າຍສືບຕໍ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ; ມານະພະຍາຍາມຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ການແລກປ່ຽນການຄ້າລະຫວ່າງສອງປະເທດໄລຍະ 2010-2014 (ເພີ່ມຂຶ້ນກວ່າ 2,5 ເທົ່າ, ຈາກ 288 ລ້ານໂດລາສະຫະລັດຂຶ້ນເຖິງເກືອບ 800 ລ້ານໂດລາສະຫະລັດ); ໃນຊຸມປີມໍ່ໆມານີ້ກໍ່ບັນລຸໄດ້ປະມານ 620 ລ້ານໂດລາສະຫະລັດ ປີ  2015  ແລະເກືອບ 609 ລ້ານໂດລາສະຫະລັດ ປີ  2016. ສອງຝ່າຍພວມສູ້ຊົນໃຫ້ວົງເງິນການຄ້າສອງຝ່າຍບັນລຸໄດ້ 1 ຕື້ໂດລາສະຫະລັດໃນຊຸມປີຈະມາເຖິງ.

ກ່ຽວກັບການລົງທຶນ, ໄລ່ຮອດທ້າຍເດືອນທັນວາ 2017, ປະຈຸບັນ ບັງກະລາເທດ ມີໂຄງການລົງທຶນ 4 ໂຄງການດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 615 ພັນໂດລາສະຫະລັດ, ຢືນອັນດັບ 99/125 ປະເທດ/ເຂດແຄ້ວນ ທີ່ລົງທຶນເຂົ້າຫວຽດນາມ.  ຫວຽດນາມ ມີໂຄງການລົງທຶນເຂົ້າ ບັງກະລາເທດ 1 ໂຄງການດ້ວຍຍອດຈຳນວນທຶນແມ່ນ 27,9 ພັນໂດລາສະຫະລັດ. ຝ່າຍ ບັງກະລາເທດ ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ບຸລິມະສິດຢູ່ໃນລະດັບສູງສຸດ ແລະຫວັງວ່າວິສາຫະກິດຫວຽດນາມ ຈະມາລົງທຶນເຂົ້າບັນດາຂົງເຂດເປັນຕົ້ນແມ່ນການພັດທະນາໄຟຟ້າ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຜະລິດເກີບ, ການກໍ່ສ້າງພື້ນຖານໂຄງລ່າງ, ການປູກຕົ້ນໄມ້ປະດັບ, ການຜະລິດແນວພັນໄມ້ ແລະປູກຜັກ, ໝາກໄມ້.

ບັງກະລາເທດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ວຍພົນລະເມືອງກວ່າ 160 ລ້ານຄົນ-ມີການຈໍາໜ່າຍໃຫຍ່ ແລະມີຫຼາຍຈຸດຄ້າຍຄືກັນກັບຫວຽດນາມ. ສະພາບການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ບັງກະລາເທດ ມີຫຼາຍບາດກ້າວຢ່າງຕັ້ງໜ້າ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາການພົບປະກັບບັນດາວິສາຫະກິດ ບັງກະລາເທດ ແລະເປີດນຳໃຊ້ຫ້ອງການການຄ້າ ແລະອຸດສາຫະກຳ ບັງກະລາເທດ-ຫວຽດນາມ (ວັນທີ 30 ມີນາ 2017) ປະສົບຜົນສໍາເລັດ.

ກ່ຽວກັບການຮ່ວມມືດ້ານກະສິກໍາ, ສອງຝ່າຍຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນໄປຢ້ຽມຢາມ, ຮໍ່າຮຽນ, ແລກປ່ຽນບົດຮຽນກ່ຽວກັບນະໂຍບາຍໃນການພັດທະນາເສດຖະກິດ, ສ້າງຖິ່ນຖານຄົງທີ່ ແລະຍົກຍ້າຍປະຊາຊົນ, ລ້ຽງປູກສິນໃນນ້ຳ.

ບັນດາການເຄື່ອນໄຫວຮ່ວມມືເຜີຍແຜ່ວັດທະນະທໍາໄດ້ຊຸກຍູ້ຢ່າງຕັ້ງໜ້າ: ບໍລິສັດຮູບເງົາຫວຽດນາມ ໄດ້ເຂົ້າຮ່ວມງານມະຫາກຳຮູບເງົາສາກົນ Dhaka ດ້ວຍຮູບເງົາເລື່ອງ “ນັກທຳນາຍ” (ເດືອນມັງກອນ 2017); ສະຖາບັນ  Nawab Salimullah ໄດ້ສໍາເລັດການແປພາສາ ແລະສະເໜີຕົວປື້ມ “ລຸງໂຮ່ຂຽນພິໄນກຳ” ດ້ວຍພາສາ Bengali (ວັນທີ 13 ມິຖຸນາ 2017). ສະຖານທູດຫວຽດນາມ ໄດ້ເປັນປະທານຈັດຕັ້ງວັນອາຫານການກິນຫວຽດນາມ ຢູ່ Dhaka (ວັນທີ 5 ພຶດສະພາ 2017) ປະສົບຜົນສໍາເລັດ.

ກ່ຽວກັບການບໍາລຸງສ້າງ, ສະຖາບັນການປົກຄອງແຫ່ງຊາດຂອງຫວຽດນາມ ໄດ້ສົມທົບກັບກົມຄຸ້ມຄອງລັດ ແລະສູນບໍາລຸງສ້າງຄຸ້ມຄອງລັດບັງກະລາເທດ ຈັດຕັ້ງ 16 ຊຸດບໍາລຸງສ້າງກ່ຽວກັບການຄຸ້ມຄອງລັດໃຫ້ພະນັກງານຂັ້ນຄຸ້ມຄອງ, ການນໍາຂັ້ນຮອງລັດຖະມົນຕີ,  ຫົວໜ້າກົມ ແລະຮອງຫົວໜ້າກົມຂອງລັດຖະບານ ບັງກະລາເທດ ເກືອບ 500 ຄົນຢູ່ຫວຽດນາມ. 

ສອງປະເທດມີການແລກປ່ຽນເປັນປະຈໍາ, ມີການຮ່ວມມືແໜ້ນແຟ້ນພໍສົມຄວນຢູ່ບັນດາເວທີປາໄສສາກົນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ບັນຫາທະເລຕາເວັນອອກ, ໃນຖະແຫຼງການຮ່ວມເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ບັງກະລາເທດ (ເດືອນສິງຫາ 2015), ສອງຝ່າຍໄດ້ເຫັນດີເປັນເອກະພາບ “ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນໄດ້ຍອມຮັບເພື່ອແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີແນໃສ່ຮັບປະກັນຄວາມປອດໄພ ແລະຄວາມເສລີໃນການເດີນທະເລ”.

ການຢ້ຽມຢາມທາງລັດຖະກິດເຖິງ ບັງກະລາເທດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະພັນລະຍາ ໄດ້ດຳເນີນໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (11-2-1973/11-2-2018).  ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດເຖິງ ສປ.ບັງກະລາເທດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບ ຫວຽດນາມ-ບັງກະລາເທດ ເລິກເຊິ່ງກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ