ຫວຽດນາມ ແລະ ອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ບູຮານນະການ. ອິນເດຍ ຕັ້ງໜ້າສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດປ່ຽນແປງໃໝ່ ແລະພັດທະນາເສດຖະກິດໃນປະຈຸບັນ. ປີ 1954, ອິນເດຍ ເປີດສະຖານກົງສູນໃຫຍ່ ປະຈຳ ຮ່າໂນ້ຍ. ປີ 1956, ຫວຽດນາມ ເປີດສະຖານກົງສູນໃຫຍ່ ປະຈຳ ນິວເດລີ. ວັນທີ 7 ມັງກອນ 1972, ສອງປະເທດຍົກລະດັບການພົວພັນຂຶ້ນເປັນຂັ້ນເອກອັກຄະລັດຖະທູດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາຢ້ຽມຢາມທາງລັດຖະກິດເຖິງ ສ.ອິນເດຍ. ພາບ: ສຳນັກຂ່າວສານຫວຽດນາມ.

ປີ 2007, ສອງຝ່າຍຖະແຫຼງສ້າງຕັ້ງການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຢ່າງເປັນທາງການ. ພິເສດ, ການພົວພັນສອງຝ່າຍໄດ້ຍົກລະດັບຂຶ້ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” (ເດືອນ ກັນຍາ 2016), ສ່ອງແສງເຖິງການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ຄວາມໄວ້ເນື້ອເຊື່ອໃຈ ແລະປະສິດທິຜົນຂອງການພົວພັນຫວຽດນາມ-ອິນເດຍ, ພິເສດໃນສະພາວະສອງປະເທດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2017.

ການຢ້ຽມຢາມທາງລັດຖະກິດເຖິງ ສ.ອິນເດຍ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ດຳເນີນໃນສະພາວະການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ ຫວຽດນາມ-ອິນເດຍ ສືບຕໍ່ພັດທະນາ ຢ່າງເລິກເຊິ່ງກ້ວາງຂວາງ.

ການພົວພັນດ້ານການເມືອງພັດທະນາຢ່າງຈົບງາມ ແລະສອງປະເທດໄດ້ຈັດຕັ້ງການແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ສ້າງຕັ້ງຫຼາຍກົນໄກຮ່ວມມື ຄື: ກົນໄກຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ອິນເດຍ ກ່ຽວກັບວິທະຍາສາດ, ເຕັກນິກ ແລະວັດທະນະທຳ, ການສຶກສາ; ກົນໄກທາບທາມດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ; ກົນໄກເຈລະຈາຍຸດທະສາດລະຫວ່າງສອງກະຊວງການຕ່າງປະເທດ; ສ້າງຕັ້ງ ແລະພັດທະນາການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ປະຈຸບັນ, ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ. ວົງເງິນການຄ້າສອງຝ່າຍມີລະດັບເຕີບໂຕສະເລ່ຍ 16% ຕໍ່ປີ ໃນໄລຍະ 2008-2013.  ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງ ອິນເດຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະວາລະປະຊຸມຄັ້ງທຳອິດໃນເດືອນ ມັງກອນ 2014 ສອງປະເທດໄດ້ສ້າງຕັ້ງກົນໄກອະນຸກຳມະການປະສົມການຄ້າ.

ກ່ຽວກັບການລົງທຶນ, ໄລ່ຮອດທ້າຍເດືອນ ພະຈິກ 2017, ຍອດຈຳນວນທຶນຈົດລົງທະບຽນລົງທຶນຂອງ ອິນເດຍ ເຂົ້າ ຫວຽດນາມ ບັນລຸໄດ້ 756 ລ້ານ ໂດລາສະຫະລັດ, ດ້ວຍ 168 ໂຄງການລົງທຶນຢູ່ 24/63 ແຂວງ/ນະຄອນ, ຢືນອັນດັບ 28/126 ປະເທດ/ເຂດແຄ້ວນ ລົງທຶນເຂົ້າ ຫວຽດນາມ. ປະຈຸບັນ, ຫວຽດນາມ ມີ 7 ໂຄງການລົງທຶນເຂົ້າ ອິນເດຍ ດ້ວຍຍອດຈຳນວນທຶນຈົດລົງທະບຽນແມ່ນ 6,15 ລ້ານ ໂດລາສະຫະລັດ, ເປັນຕົ້ນແມ່ນໃນຂົງເຂດຈຳໜ່າຍບັນດາຜະລິດຕະພັນຫົວອາຫານສັດ, ຈຳໜ່າຍວັດສະດຸກໍ່ສ້າງ, ສົ່ງອອກເຄື່ອງສຳອາງ...

ປະຈຸບັນ, ຫວຽດນາມ ແລະ ອິນເດຍ ລ້ວນແຕ່ແມ່ນສະມາຊິກຂອງສັນຍາລົງທຶນ ອາຊຽນ-ອິນເດຍ ໃນຂອບເຂດສັນຍາການຄ້າເສລີ ອາຊຽນ-ອິນເດຍ ເຊິ່ງໄດ້ລົງນາມໃນວັນທີ 12 ພະຈິກ 2014. ສອງຝ່າຍພວມຊຸກຍູ້ການຮ່ວມມືພັດທະນາວິສາຫະກິດຂະໜາດກາງ ແລະນ້ອຍຜ່ານໂຄງການສ້າງຕັ້ງ “ສູນພັດທະນານັກທຸລະກິດ ຫວຽດນາມ-ອິນເດຍ (VIEDC)”  ແລະບົດບັນທຶກຄວາມຊ່ວຍຈຳກ່ຽວກັບການຮ່ວມມືວິສາຫະກິດຂະໜາດນ້ອຍ ແລະນ້ອຍທີ່ສຸດ.

ອິນເດຍ ກຳລັງຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງໃນຫຼາຍຂົງເຂດ ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເສດຖະກິດ, ກົດໝາຍ... ເດືອນ ຕຸລາ 2014, ສອງຝ່າຍໄດ້ເຊັນລາຍການແລກປ່ຽນວັດທະນະທຳໄລຍະ 2015-2017, ດຳເນີນການເຄື່ອນໄຫວພົບປະແລກປ່ຽນຫຼາຍຢ່າງ.

ໃນຊຸມປີມໍ່ໆມານີ້, ຈຳນວນນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ໄດ້ມີລະດັບເພີ່ມຂຶ້ນສະເລ່ຍ 17% ຕໍ່ປີ ໃນໄລຍະ 2010-2016; ປີ 2016 ເພີ່ມຂຶ້ນ  30% (85.000 ເທື່ອຄົນ). ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຫຼາຍຝ່າຍ (ASEM, ARF, ADMM+…), ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ.

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມທາງລັດຖະກິດເຖິງ ອິນເດຍ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສືບຕໍ່ປັບປຸງ ແລະພັດທະນາສາຍພົວພັນທີ່ເປັນມູນເຊື້ອມິດຕະພາບອັນຍາວນານລະຫວ່າງສອງປະເທດ ຫວຽດນາມ-ອິນເດຍ ຢ່າງເລິກເຊິ່ງກ້ວາງຂວາງ.

 

ແປໂດຍ: ຮຸຍດົງ