ປີ 2018, ທົ່ວກອງທັບສືບຕໍ່ປະຕິບັດວຽກງານຝຶກຊ້ອມຕາມເນື້ອໃນຈິດໃຈມະຕິເລກທີ 765/NQ-QUTW ຂອງອົງຄະນະພັກການທະຫານສູນກາງກ່ຽວກັບ “ການຍົກສູງຄຸນນະພາບການຝຶກຊ້ອມໄລຍະ 2013-2020 ແລະບັນດາຊຸມປີຕໍ່ໆໄປ. ພາຍຫຼັງ 4 ປີປະຕິບັດມະຕິ, ວຽກງານຝຶກຊ້ອມໃນທົ່ວກອງທັບໄດ້ມີບັນດາບາດກ້າວກະໂດດຂັ້ນ. ລະບົບເອກະສານ, ຕຳລາສອນກ່ຽວກັບການຝຶກຊ້ອມ, ສູ້ຮົບສຳລັບທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຮັບປະກັນທັງເໝາະສົມກັບຄວາມຮຽກຮ້ອງຕ້ອງການສູ້ຮົບໃນເງື່ອນໄຂສົງຄາມເຕັກໂນໂລຢີສູງ, ການສູ້ຮົບໃນເຂດປ້ອງກັນຕົວ, ທັງເໝາະສົມກັບຄວາມສາມາດຂອງປະເທດ ແລະກອງທັບ. 

leftcenterrightdel
ພາບປະກອບ. ພາບ: ຫຶວເຕີນ.

ລະດັບສູ້ຮົບຂອງບັນດາກົມກອງໄດ້ຮັບການຍົກສູງຂຶ້ນ, ຖັນແຖວພະນັກງານໄດ້ຮັບການຝຶກຝົນຫຼໍ່ຫຼອມຜ່ານພຶດຕິກຳຕົວຈິງ, ສາມາດ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ບັນຫາສຳຄັນໜຶ່ງອີກແມ່ນໃນບັນດາກົມກອງ, ກຳລັງທີ່ໄດ້ຮັບການກຳນົດກ້າວຂຶ້ນທັນສະໄໝຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X ໄດ້ເປັນເຈົ້າອາວຸດຍຸດທະພັນທັນສະໄໝໂດຍພື້ນຖານ, ນຳໃຊ້ຢ່າງມີປະສິດທິຜົນເຂົ້າວຽກງານຝຶກຊ້ອມ, ກຽມພ້ອມສູ້ຮົບປົກປັກຮັກສາຜືນແຜ່ນດິນ, ນ່ານຟ້າ, ທະເລ, ໝູ່ເກາະຂອງປະເທດຢ່າງໝັ້ນຄົງ, ຕອບສະໜອງໄດ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງມາດປາດຖະໜາຂອງພັກ, ລັດ ແລະປະຊາຊົນ.

ປີຝຶກຊ້ອມ 2018, ທົ່ວກອງທັບສືບຕໍ່ຕິດຕາມ ແລະຫັນທິດນຳ “ໂດຍພື້ນຖານ, ແທດຈິງ, ໝັ້ນຄົງເຂັ້ມແຂງ” ເປັນບັນດາເນື້ອໃນ, ມາດຕະການສອດຄ່ອງກັບຈຸດພິເສດສະເພາະ, ໜ້າທີ່ຂອງກົມກອງ. ສະນັ້ນ, ເລື່ອງກໍ່ສ້າງ ແລະຮັກສາແຜນການຝຶກຊ້ອມຕ້ອງມີລັກສະນະຊັດເຈນ, ຄົບຖ້ວນ, ແທດຈິງ. ການກະກຽມຖັນແຖວພະນັກງານ, ໂດຍສະເພາະແມ່ນບັນດາພະນັກງານເຮັດໜ້າທີ່ຝຶກຊ້ອມໂດຍກົງຕ້ອງສືບຕໍ່ກວດກາຄືນ. ພື້ນຖານວັດຖຸຮັບໃຊ້ການຝຶກຊ້ອມທັງໝົດຄື: ສະໜາມຝຶກຊ້ອມ, ອາວຸດຍຸດທະພັນ, ພາຫະນະ... ຕ້ອງໄດ້ຮັບການກວດກາຄືນ.

ບັນດາກົມກອງຕ້ອງຮັກສາລະບອບການແຂ່ງຂັນ, ແຂ່ງຂັນໃນການຝຶກຊ້ອມຢ່າງເຂັ້ມງວດ, ຮັບປະກັນໃຫ້ເນື້ອໃນຝຶກຊ້ອມທັງໝົດລ້ວນແຕ່ໄດ້ຮັບການແຂ່ງຂັນ, ເພື່ອທັງຍົກສູງລະດັບຄວາມຮູ້ໃຫ້ທະຫານ, ທັງຕີລາຄາຄຸນນະພາບການຝຶກຊ້ອມໃນແຕ່ລະເນື້ອໃນຢ່າງຖືກຕ້ອງ. ວຽກງານກວດກາ, ຕິດຕາມໃນທຸກຂອດ, ທຸກຂັ້ນຕ້ອງດຳເນີນເປັນປະຈຳ, ບັນດາຂັ້ນຕ້ອງໄດ້ດຳເນີນຢ່າງເປັນປະຈຳ, ໂດຍສະເພາະແມ່ນໃນໄລຍະດຳເນີນການຝຶກຊ້ອມ, ຮັບປະກັນດ້ານຄຸນນະພາບ ແລະຄວາມປອດໄພໃນການຝຶກຊ້ອມ. ນີ້ແມ່ນພ້ືນຖານເພື່ອຄົ້ນພົບບັນດາຂໍ້ຄົງຂ້າງໃນການຜັນຂະຫຍາຍ, ຮັກສາການຝຶກຊ້ອມ, ຈາກນັ້ນມີບັນດາມາດຕະການແກ້ໄຂຢ່າງທັນການ.

ຂະບວນການຝຶກຊ້ອມຕ້ອງສົມທົບລະຫວ່າງການຝຶກຊ້ອມການທະຫານກັບການສຶກສາດ້ານການເມືອງແນວຄິດຢ່າງແໜ້ນແຟ້ນ. ວຽກງານສຶກສາດ້ານການເມືອງແນວຄິດຕ້ອງປ່ຽນໃໝ່ທັງເນື້ອໃນ ແລະຮູບການສິດສອນ, ທັງສ້າງບັນຍາກາດດຶງດູດທະຫານ, ທັງຮັບປະກັນບັນດາເນື້ອໃນຕ້ອງສິດສອນຖືກຕ້ອງຕາມຂໍ້ກຳນົດຂອງກົມໃຫຍ່ການເມືອງ. ຈຸດປະສົງແມ່ນຍົກສູງສະຕິຄວາມຮູ້ຂອງທະຫານ, ສ້າງຮູບພາບ ແລະຄວາມເອກອ້າງທະນົງໃຈກ່ຽວກັບທະຫານ ລຸງໂຮ່ ໃຫ້ພະນັກງານ, ນັກຮົບທຸກຄົນ. ບັນດາກົມກອງກໍ່ຕ້ອງສົມທົບວຽກງານຝຶກຊ້ອມກັບການປະຕິບັດບັນດາຂະບວນການແຂ່ງຂັນຍາດເອົາໄຊຊະນະຢ່າງແໜ້ນແຟ້ນ, ປະຕິບັດບັນດາມາດຕະຖານຂອງບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນທະຫານລຸງໂຮ່” ຕິດພັນກັບການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈິມິນ.

ພາຍໃຕ້ການຊີ້ນຳນຳພາຈາກອົງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຜູ້ບັນຊາການທຸກຂັ້ນ, ດ້ວຍບັນດາປະສົບການທີ່ຖອດຖອນມາໄດ້ຜ່ານຫຼາຍປີ ແລະດ້ວຍຄວາມມານະພະຍາຍາມຂອງພະນັກງານ, ນັກຮົບທົ່ວກອງທັບ, ບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງ, ໃນວຽກງານຝຶກຊ້ອມຈະໄດ້ຮັບການແກ້ໄຂ, ບັນດາເປົ້າໝາຍໃນວຽກງານຝຶກຊ້ອມປີ 2018 ຈະໄດ້ຮັບການປະຕິບັດ ແລະສຳເລັດດ້ວຍຄຸນນະພາບສູງຢ່າງແນ່ນອນ, ປະກອບສ່ວນເຮັດໃຫ້ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ມີກຳລັງແຮງສັງລວມ, ມີລະດັບສູ້ຮົບສູງ, ຮັບ ແລະປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນໄດ້ມອບໝາຍໃຫ້.

ແປໂດຍ: ຮຸຍດົງ