ໂດຍເປັນນັກສືບຂອງກອງພັນໃຫຍ່ນະຄອນຫຼວງ, ທ້າຍປີ 1949, ພາຍຫຼັງຮຽນຈົບໂຮງຮຽນທະຫານບົກມັດທະຍົມ ເຈິ່ນກ໋ວກຕວນ (ໃນປັດຈຸບັນແມ່ນໂຮງຮຽນທະຫານບົກ 1), ຮວ່າງບ໋າວ ໄດ້ຮັບເລືອກຕັ້ງເປັນເລຂາໃຫ້ທ່ານ ວັນຕ໋ຽນຢູງ (ຕອນນັ້ນແມ່ນຫົວໜ້າກົມການເມືອງ, ໃນປັດຈຸບັນແມ່ນກົມໃຫຍ່ການເມືອງ), ແລ້ວກັບຄືນກອງພັນໃຫຍ່ 57, ກອງພົນນ້ອຍ 304 ເປັນພະນັກງານການເມືອງ. ພາຍຫຼັງໄລຍະໜຶ່ງ, ທ່ານຖືກສົ່ງໄປຂົງເຂດທະຫານຊ່າງ, ລູກສອນໄຟ. ໃນບັ້ນຮົບ ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດທ້າຍປີ 1972, ໃນຖານະຕໍາແໜ່ງເປັນຫົວໜ້າການຮົບກອງພົນ 361, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ທ່ານ ຮວ່າງບ໋າວ ປະຈໍາການຢູ່ກອງບັນຊາການກອງພົນຕະຫຼອດບັ້ນຮົບ, ຍາມໃດກໍ່ສະໜິດຕິດແທດກັບການເຄື່ອນໄຫວທັງໝົດຂອງສັດຕູ ແລະຄໍາຊີ້ນໍາ, ສົ່ງຄໍາສ່ັງທີ່ແນ່ວແນ່, ສໍາຄັນເພື່ອໃຫ້ບັນດາສະໜາມລູກສອນໄພດັບສູນເຮືອບິນ B-52 ຫຼາຍລຳ.

leftcenterrightdel
ພັນເອກພິເສດ ຮວ່າງບ໋າວ. ພາບ: ຫງວຽນຈີ໋ຮວ່າ.

ປັດຈຸບັນ, ຜົມໄດ້ງອກແລ້ວກໍ່ຕາມ, ແຕ່ວ່າທ່ານພັນເອກພິເສດ ຮວ່າງບ໋າວ ຍັງມີຄວາມຮູ້ຢ່າງລະອຽດເລິກເຊິ່ງ. ເມື່ອຫວນຄືນອະນຸສອນກ່ຽວກັບບຸນປີໃໝ່ປີມະເມຍ 1954, ທ່ານ ຮວ່າງບ໋າວ ໄດ້ເລົ່າວ່າ: ທ້າຍເດືອນ ທັນວາປີ 1953, ຕາມແຜນການ, ເວລານັ້ນ, ກອງພັນໃຫຍ່ 57, ກອງພົນນ້ອຍ 304 ພວມປະຕິບັດໜ້າທີ່ເຊື່ອງທັບຢູ່ ເມືອງເກີມເຄ, ຟູ໋ທໍ້, ເພື່ອສະກັດຕີສັດຕູເຄື່ອນທີ່ດ້ວຍທາງນໍ້າ, ທາງບົກໜູນຊ່ວຍໃຫ້ສະໜາມຮົບ ດ້ຽນບຽນຝູ, ພາຍຫຼັງໄປສໍາຫຼວດພື້ນທີ່ຕົວຈິງແລ້ວ, ທ່ານພົນເອກ, ຜູ້ບັນຊາການສູງສຸດ ຫວໍງວຽນຢາບ ເຫັນໄດ້ວ່າສັດຕູຍາກທີ່ຈະປະຕິບັດການໜູນຊ່ວຍນີ້ຈຶ່ງອອກຄໍາສັ່ງໃຫ້ກອງພັນໃຫຍ່ 57 ເຄື່ອນທັບຂຶ້ນ ດ້ຽນບຽນຝູ ເພື່ອເຂົ້າຮ່ວມບັ້ນຮົບ. ໃນຊຸມວັນໃກ້ຈະມາຮອດປີໃໝ່, ອາກາດໜາວຈັດ, ໃນຖານະຕໍາແໜ່ງເປັນພະນັກງານການເມືອງຂອງຄະນະການເມືອງ, ກອງພັນໃຫຍ່ 57, ທ່ານ ຮວ່າງບ໋າວ ພ້ອມກັບບາງສະຫາຍອື່ນລອຍຜ່ານແມ່ນໍ້າແດງ, ໄປ ອຽນບ໋າຍ ຕິດຕໍ່ກັບທ້ອງຖິ່ນຢືມເຮືອຂອງປະຊາຊົນເພື່ອສົ່ງທະຫານຜ່ານແມ່ນໍ້າຢູ່ທ່າກໍາປັ່ນ ເອີມເລົາ. ວັນພັກຜ່ອນ, ກາງຄືນເຄື່ອນທັບ, ເມື່ອກົມກອງມາຮອດທີ່ຕັ້ງຈອມພູ ຝູແມ່ວ, ດ້ຽນບຽນຝູ, ຂັ້ນເທິງໄດ້ອອກຄໍາສັ່ງຕ້ອງຢືດເອົາສະໜາມຮົບ, ຂຸດຂຸມຄອງບຸກຄົນເພື່ອຫຼີກລຽງລູກປຶນໃຫຍ່ຂອງສັດຕູ. ຕອນກາງຄືນທີ່ມືດມົ່ວ, ໃຕ້ພື້ນດິນທີ່ເຕັມໄປດ້ວຍຫີນ ແລະຊາຍ, ອ້າຍນ້ອງພວມຂຸດຂຸມຄອງບັງເອີນຍິນສຽງແຕກແລດແດ້ດຢູ່ຕີນໂນນ, ຫຼາຍຄົນຄິດວ່ານີ້ແມ່ນລູກປືນໃຫຍ່ຂອງສັດຕູຈຶ່ງຖີ້ມຊວ້ານນອນຂວໍ້າລົງ. ໃນຂະນະນັ້ນມີສຽງຜູ້ບັນຊາການກົມກອງ. “ພວກສະຫາຍຈົ່ງອຸ່ນອ່ຽນໃຈ, ນີ້ບໍ່ແມ່ນສຽງປືນຂອງສັດຕູຫາແມ່ນສຽງໝາກກະໂພກສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່”. ຈົ່ງສືບຕໍ່ປະຕິບັດໜ້າທີ່ເດີ, ມື້ອື່ນກອງພັນໃຫຍ່ຈະຈັດຕັ້ງງານບຸນເຕັດ.

ໃກ້ຈະມາຮອດຕອນທ່ຽງ, ແຕ່ລະໝວດທະຫານຢູ່ເຂດສະໜາມວ່າງເປົ່າ, ແຕ່ລະພາເຂົ້າຖືກຈັດວາງຢ່າງຮຽບຮ້ອຍແລ້ວໆ. ພະນັກງານກອງພັນໃຫຍ່ໄດ້ຜັດປ່ຽນກັນມາອວຍພອນປີໃໝ່. ມື້ນີ້ແມ່ນມື້ທໍາອິດຂອງລະດູບານໃໝ່, ກອງພັນໃຫຍ່ຈັດພາເຂົ້າຂາວພ້ອມກັບ "ຜະລິດຕະພັນພິເສດ" ເກືອໝາກທົ່ວດິນ. ຈົ່ງຮັກສາຈິດໃຈໄວ້ຢ່າງເຂັ້ມແຂງ, ຜ່ານຜ່າຄວາມທຸກຍາກ, ຂັບໄລ່ພວກລ່າເມືອງຂື້ນຝະລັ່ງ ເພື່ອໃຫ້ບຸນເຕັດປີໜ້າພວກເຮົາຈະໄດ້ເຕົ້າໂຮມກັນພ້ອມກັບຄອບຄົວ, ບ້ານເກີດເມືອງນອນໃນສັນຕິພາບ, ດ້ວຍຄວາມອົບອຸ່ນ. ພວກສະຫາຍເຫັນດີບໍ. ທຸກຄົນລ້ວນແຕ່ຮ້ອງຕອບເປັນເອກະພາບວ່າ: “ຕົກລົງ“.

ທ່ານພັນເອກພິເສດ ຮວ່າງບ໋າວ ແບ່ງປັນວ່າ: ເກືອບສີບປີທີ່ເປັນທະຫານ, ນັ້ນແມ່ນເທື່ອທໍາອິດຂ້າພະເຈົ້າໄດ້ກິນຄາບເຂົ້າຂາວ. ກ່ອນໜ້ານັ້ນ, ແມ່ນຕ້ອງກິນເຂົ້າປົນກັບສາລີ, ມັນດ້າງ, ມັນຕົ້ນເທົ່ານັ້ນແຕ່ກໍ່ບໍ່ພໍກິນເທື່ອ. ບາງເທື່ອທັງເດືອນກໍ່ບໍ່ມີເກືອຂາວ, ອຶດຢາກຫຼາຍ, ຍ້ອນເຫດນັ້ນ, ຈຶ່ງຮຽນຕາມວິທີຂອງພໍ່ແມ່ປະຊາຊົນຕັດເອົາຕົ້ນໄມ້ເຮ້ຍ ແລະຫຍ້າແລ້ວເຜົາເພື່ອເອົາຂີ່ເທົ່າຈໍ້າກິນແທນໃຫ້ເກືອ... ເຖິງວ່າແຕ່ລະຄົນໄດ້ກິນເຂົ້າຂາວພຽງສອງຖ້ວຍເທົ່ານັ້ນ, ແຕ່ວ່າໃຜກໍ່ມີຄວາມເບິກບານມ່ວນຊື່ນ, ຄາບເຂົ້າວັນທີ 1 ບຸນປີໃໝ່ປຽບເໝືອນຢາດ້ານຈິດໃຈພິເສດ, ພາໃຫ້ອ້າຍນ້ອງໃນກົມກອງມີຄວາມຟົດຟື້ນຕື່ມອີກ, ບັນເທົາຄວາມອິດເມືອຍ, ຄວາມລຳບາກກາກກຳ, ກຽມພ້ອມປະຕິບັດໜ້າທີ່ສູ້ຮົບຕາມຄໍາສັ່ງຂອງຂັ້ນເທິງ.

 

ແປໂດຍ: ເກື່ອງດັ້ງ