ມື້ພິເສດ

ຕອນເຊົ້າວັນສຸກ, ວັນທີ 22 ທັນວາ 2017, ບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ຕື່ນເຊົ້າກວ່າທຸກມື້ເມື່ອທຽບໃສ່ມື້ທໍາມະດາ. ເວລາ 5 ໂມງເຊົ້າ, ບັນດາພວກອ້າຍ ໄດ້ເລີ່ມລົງມືເຮັດວຽກກະກຽມໃຫ້ມື້ພິເສດຂອງອາຍຸການເຮັດວຽກຢູ່ MINUSCA ຢ່າງວ່ອງໄວ. ເວລາ 7 ໂມງ 30 ນາທີ, ນາຍທະຫານກ່ວາ 50 ຄົນຈາກປະເທດຕ່າງໆໃນຄະນະປະຕິບັດງານໄດ້ເຕົ້າໂຮມຢ່າງຄົບຖ້ວນຢູ່ຫ້ອງປະຊຸມ. ການແລກປ່ຽນວຽກງານໃນຕອນເຊົ້າເລີ່ມຕົ້ນພາຍໃຕ້ການເປັນປະທານຂອງທ່ານພົນຕີ Balla Keita, ຜູ້ບັນຊາການກໍາລັງການທະຫານ ຢູ່ MINUSCA.

leftcenterrightdel
ໄປຕະຫຼາດ ເພື່ອກະກຽມໃຫ້ພິທີສະເຫຼີມສະຫຼອງມື້ພິເສດ. ພາບ: ເລເຊີນ

ເວລາ 9 ໂມງ, ການແລກປ່ຽນວຽກງານສິ້ນສຸດ. ເທິງໜ້າຈໍໃຫຍ່ໃນຫ້ອງປະຊຸມໄດ້ມີທຸງຊາດຫວຽດນາມ ປະກົດອອກທໍາອິດຢູ່ເບື້ອງຊ້າຍ, ຢູ່ກາງແມ່ນທຸງສະຫະປະຊາຊາດ, ຢູ່ເບື້ອງຂວາແມ່ນທຸງ ສ.ອາຟະຣີກາກາງ; ທາງລຸ່ມແມ່ນແຖວໜັງສື “The 73rd founding anniversary of the Vietnam People’s Army” (ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ). ຕາງໜ້າບັນດານາຍທະຫານຫວຽດນາມ ທີ່ກໍາລັງປະຕິບັດງານຢູ່ MINUSCA, ທ່ານພັນໂທ ເລຫງອກເຊີນ ສະເໜີໂດຍສັງເຂບກ່ຽວກັບປະຫວັດສາດແຫ່ງການກໍາເນີດ, ການຕໍ່ສູ້, ການພັດທະນາ ແລະບັ້ນສູ້ຮົບໃຫຍ່ຈໍານວນໜຶ່ງຂອງກອງທັບປະຊາຊົນຫວຽດນາມ. ທ່ານພັນໂທ ເລຫງອກເຊີນ ເນັ້ນໜັກເຖິງເຫດການຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສະຫະປະຊາຊາດ ໂດຍສະເພາະແມ່ນເລື່ອງຫວຽດນາມ ໄດ້ຈັດສົ່ງນາຍທະຫານ 19 ເທື່ອຄົນໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ ແລະ MINUSCA. ທ່ານກໍ່ສະເໜີກັບເພື່ອນມິດສາກົນ ກ່ຽວກັບນາຍທະຫານຍິງຄົນທໍາອິດຂອງຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສະຫະປະຊາຊາດ ແລະເລື່ອງຫວຽດນາມ ພວມຝຶກແອບກ່ອນທີ່ຈະຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນສອງ ແລະກອງຊ່າງແສງ, ກຽມພ້ອມຜັນຂະຫຍາຍເຖິງຄະນະປະຕິບັດງານ ສະຫະປະຊາຊາດ.

ຕາງໜ້າບັນດານາຍທະຫານຫວຽດນາມ ພວມປະຕິບັດງານຢູ່ MINUSCA, ທ່ານພັນໂທ ເລຫງອກເຊີນ ຝາກຄໍາຂອບໃຈເຖິງຜູ້ບັນຊາການຄະນະປະຕິບັດງານ ແລະເພື່ອນຮ່ວມງານທີ່ໄດ້ໜູນຊ່ວຍ, ສົມທົບກັນຊ່ວຍບັນດາພວກອ້າຍປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ສຽງຕົບມືໄດ້ດັງຂຶ້ນພ້ອມກັບບັນດາຄໍາອວຍພອນກອງທັບປະຊາຊົນຫວຽດນາມ-ທະຫານລຸງໂຮ່. ທ່ານພົນຕີ Balla Keita ຕາງໜ້າກໍາລັງການທະຫານສະແດງຄວາມຂອບໃຈຫວຽດນາມ, ໂດຍສະເພາະແມ່ນບັນດານາຍທະຫານຫວຽດນາມ ໄດ້ ແລະພວມປະຕິບັດງານຢູ່ບັນດາຄະນະປະຕິບັດງານ. ທ່ານກໍ່ສະແດງຄວາມຂອບໃຈບັນດານາຍທະຫານຫວຽດນາມ ໄດ້ສ້າງໃຫ້ທ່ານມີກາລະໂອກາດເຂົ້າໃຈຕື່ມອີກກ່ຽວກັບກອງທັບປະຊາຊົນຫວຽດນາມ, ໄດ້ເຫັນບັນດາຮູບພາບທີ່ລຽບງ່າຍຂອງປະທານ ໂຮ່ຈິມິນ, ພົນເອກ ຫວໍຫງວຽນຢາບ. ທ່ານພົນຈັດຕະວາ Sidiki Daniel Traore, ຮອງຜູ້ບັນຊາການກໍາລັງການທະຫານຢູ່ MINUSCA ແບ່ງປັນວ່າ: “ຂ້າພະເຈົ້າໄດ້ອ່ານເອກະສານຫຼາຍຢ່າງກ່ຽວກັບກອງທັບປະຊາຊົນຫວຽດນາມ, ຊີວິດ ແລະພາລະກິດຂອງປະທານ ໂຮ່ຈິມິນ ແລະພົນເອກ ຫວໍຫງວຽນຢາບ. ຂ້າພະເຈົ້າ ເຄົາລົບນັບຖືບຸລຸດຜູ້ມີຊື່ສຽງສອງຄົນນີ້ທີ່ສຸດ ແລະຖືທ່ານພົນເອກ ຫວໍຫງວຽນຢາບ ຄືນາຍຄູຜູ້ຍິ່ງໃຫຍ່”.

leftcenterrightdel
ນາຍທະຫານບັນດາປະເທດຖ່າຍຮູບພ້ອມດ້ວຍບັນດານາຍທະຫານຫວຽດນາມ ທີ່ພິທີ. ພາບ: ເລເຊີນ

ພິທີສະເຫຼີມສະຫຼອງວັນທີ 22 ທັນວາ ໄດ້ດໍາເນີນຢູ່ອາຟະຣີກາກາງ ຄືແນວນັ້ນ ໃນອາລົມຈິດອັນອົບອຸ່ນຂອງປະຊາຊົນ ແລະພາລະກອນຂອງຄະນະປະຕິບັດງານ MINUSCA. ສໍາລັບບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ແລ້ວ, ບາງເທື່ອແຕ່ລະມື້ຢູ່ທີ່ນີ້ລ້ວນແຕ່ແມ່ນມື້ພິເສດ, ພວກອ້າຍພວມຊ່ວຍເພື່ອນມິດສາກົນເຂົ້າໃຈກວ່າອີກກ່ຽວກັບຮູບພາບ, ຄຸນນະທາດຂອງທະຫານລຸງໂຮ່ ແລະບັນດາເອກະລັກສະເພາະດ້ານວັດທະນະທໍາຂອງຫວຽດນາມ. ສໍາລັບພວກອ້າຍ, ການຮຽນ-ການສອນ ຫຼືການແນະນໍາວັດທະນະທໍາຫວຽດນາມ ເຖິງປະຊາຊົນທ້ອງຖິ່ນເດີມກໍ່ແມ່ນວິທີຮັກສາສັນຕິພາບ.

 

ແປໂດຍ: ທູຈາງ