ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເຂົ້າຮ່ວມ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ແຕ່ວັນທີ 4 ຫາວັນທີ 5 ກຸມພາ, ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ. ນີ້ແມ່ນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 2 ໂດຍນາຍົກລັດຖະມົນຕີສອງປະເທດເປັນປະທານຮ່ວມ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດຕິດແທດ ແລະສະໜິດສະໜົມ, ມີແມ່ນໍ້າລຳເຊ ແລະສາຍພູຫຼວງຕິດຈອດກັນ, ປະຊາຊົນສອງປະເທດມີການພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ. ພິເສດ,  ນັບແຕ່ເມື່ອມີການນໍາພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນແບບພິເສດຫວຽດນາມ - ລາວ ໂດຍປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພາ ນູວົງ ກໍ່ຕັ້ງ ແລະການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ສາຍພົວພັນນັ້ນໄດ້ຮັບການທົດສອບຜ່ານການຕໍ່ຕ້ານຍືດເຍື້ອຍາວນານຕ້ານລ່າເມືອງຂຶ້ນ, ຈັກກະພັດຮຸກຮານ, ນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ, ກາຍເປັນແບບຢ່າງ, ຜ່ອງໃສ, ເປັນຊັບສົມບັດອັນລໍ້າຄ່າ, ແຫຼ່ງກໍາລັງອັນປະເສີດ ແລະແມ່ນປັດໄຈສໍາຄັນຮັບປະກັນຜົນສໍາເລັດຂອງພາລະກິດປະຕິວັດຢູ່ແຕ່ລະປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະຫນາມບິນສາກົນ ວັດໄຕ. ພາບ: vov.vn.

ກອງປະຊຸມຄັ້ງທີ 40 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ດໍາເນີນໃນສະພາບການສອງປະເທດຫາກໍ່ຈັດຕັ້ງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017 ປະສົບຜົນສໍາເລັດ. ທັງປີ 2017 ໄດ້ກາຍເປັນວັນບຸນລວມຂອງປະຊາຊົນສອງປະເທດ - ວັນບຸນຂອງນໍ້າໃຈສາມັກຄີມິດຕະພາບຫວຽດນາມ - ລາວ,   ລາວ - ຫວຽດນາມ ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ, ມີຊີວິດຊີວາ, ມີຄວາມໝາຍຢ່າງເລິກເຊິ່ງໃນຊີວິດດ້ານການເມືອງ - ສັງຄົມ ແລະແມ່ນຂີດໝາຍສໍາຄັນໃນການພົວພັນຫວຽດນາມ - ລາວ.

ໃນປີ 2017 ຜ່ານມາ, ການພົວພັນດ້ານການເມືອງລະຫວ່າງສອງປະເທດນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ. ການນໍາສອງຝ່າຍໄດ້ພົບປະເປັນປະຈຳ, ດ້ວຍຫຼາຍຮູບການ, ເປັນຕົ້ນແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນທັນວາຜ່ານມາ.

ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະບັນລຸປະສິດທິຜົນຢ່າງຕັ້ງໜ້າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ. ສອງຝ່າຍສືບຕໍ່ສົມທົບກັນຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ຢູ່ລາວ ໃນບັນດາສະໄໝສົງຄາມດ້ວຍ 270  ອັດຖິທີ່ຊອກຫາໄດ້ສົ່ງກັບຄືນປະເທດໃນລະດູແລ້ງ 2016-2017.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະລົງທຶນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງປະເທດ. ໄລ່ຮອດເດືອນຕຸລາ 2017, ວົງເງິນການຄ້າສອງສົ້ນບັນລຸ 720,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ປະຈຸບັນຫວຽດນາມ ແມ່ນນັກລົງທຶນຢືນອັນດັບທີ 3 ໃນຈໍານວນບັນດາປະເທດລົງທຶນ ຢູ່ລາວ.

ສອງຝ່າຍກໍ່ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ - ບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົມມະນາຄົມຂົນສົ່ງ,  ວິທະຍາສາດເຕັກໂນໂລຢີ, ກະສິກຳ, ວັດທະນະທໍາ, ການທ່ອງທ່ຽວ... ນອກຈາກນັ້ນ, ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ຄະນະກໍາມາທິການຂອງສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາທ້ອງຖິ່ນໄດ້ຮັບການຍູ້ແຮງມີປະສິດທິຜົນ ແລະແທດຈິງຢ່າງບໍ່ຢຸດຢັ້ງ. ບັນດາແຂວງ, ນະຄອນຂອງຫວຽດນາມ ສືບຕໍ່ເປີດກວ້າງການພົວພັນຮ່ວມມື ຢູ່ລາວ, ໜູນຊ່ວຍບັນດາທ້ອງຖິ່ນຂອງລາວ ໃນການສ້າງພື້ນຖານໂຄງລ່າງ, ສົ່ງເສີມສຸຂະພາບ,  ບໍາລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນສອງປະເທດ.

ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຮ່ວມມືພາກພື້ນ ແລະສາກົນ, ເພີ່ມທະວີການຮ່ວມມື, ສົມທົບກັນກັບບັນດາປະເທດສະມາຊິກອາຊຽນອື່ນໆ ໃນການສ້າງປະຊາຄົມອາຊຽນ ແລະຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ.

ບົນພື້ນຖານນັ້ນ,  ພວກເຮົາເຊື່ອໝັ້ນວ່າ, ກອງປະຊຸມຄັ້ງທີ 40 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ, ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

 

ແປໂດຍ: ເຈິ່ນຮວ່ຽນ