ເພີ່ມພູນຄູນສ້າງ, ພັດທະນາການພົວພັນແບບພິເສດຫວຽດນາມ-ລາວຢ່າງບໍ່ຢຸດຢັ້ງ

ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ, ມີແມ່ນໍ້າລໍາເຊໄຫຼຕິດຈອດກັນ, ປະຊາຊົນສອງປະເທດມີການພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນກັນມາແຕ່ດົນນານ. ພິເສດ, ນັບແຕ່ເມື່ອມີການນໍາພາຂອງພັກກອມມູນິດ ອິນດູຈີນ, ປັດຈຸບັນແມ່ນພັກກອມມູນິດ ຫວຽດນາມ ແລະພັກປະຊາຊົນປະຕິວັດ ລາວ, ການພົວພັນແບບພິເສດຫວຽດນາມ-ລາວ ເຊິ່ງ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ກໍ່ຕັ້ງຂຶ້ນ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ. ເລື່ອງສອງປະເທດສ້າງຕັ້ງການພົວພັນທາງການທູດ (5-9-1962) ຢ່າງເປັນທາງການ ແລະລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977) ແມ່ນບັນດາເຫດການປະຫວັດສາດສໍາຄັນຍິ່ງ, ເປັນຂີດໝາຍສໍາຄັນໃນການພົວພັນສອງຝ່າຍ,  ຢັ້ງຢືນເຖິງການຜູກພັນທີ່ສະໜິດຕິດແໜ້ນຊາຕາກໍາຂອງສອງຊົນຊາດຫວຽດນາມ-ລາວ.

ປະຕິບັດແຜນນະໂຍບາຍຂອງການນໍາຂັ້ນສູງສອງພັກ, ສອງລັດ, ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງຫຼາຍຮ້ອຍກິດຈະກໍາທີ່ອຸດົມສົມບູນ ແລະມີຊີວິດຊີວາໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017”.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນບັນດາການຢ້ຽມຢາມ, ການນໍາຂັ້ນສູງສອງປະເທດ ສືບຕໍ່ຢືນຢັນຄວາມຕັດສິນໃຈຮັກສາ ແລະເພີ່ມພູນຄູນສ້າງ, ພັດທະນາການພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະເຈດຈຳນົງເພິ່ງຕົນເອງ, ກຸ້ມຕົນເອງ, ເສີມຂະຫຍາຍທ່າແຮງ, ຄວາມສາມາດຂອງແຕ່ລະຝ່າຍ; ພ້ອມທັງຍົກສູງປະສິດທິຜົນ, ຄຸນນະພາບການຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໃນຊຸມປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງ, ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ນໍາມາ ເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ, ແທດຈິງໃຫ້ແກ່ສອງຝ່າຍ. ຫວຽດນາມ ແລະລາວ ຮັກສາບັນດາກົນໄກຮ່ວມມືສອງຝ່າຍເປັນຢ່າງດີຄື: ຄະນະກໍາມະການລະຫວ່ງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ; ແລກປ່ຽນບັນດາຄະນະຜູ້ແທນແຕ່ຂັ້ນສູງລົງຮອດທ້ອງຖິ່ນຢ່າງເປັນປະຈໍາ, ສືບຕໍ່ເພີ່ມທະວີການຮ່ວມມືດ້ານການພົວພັນຕ່າງປະເທດ, ສ້າງໃໝ່ກົນໄກເຈລະຈາປະຈໍາປີຂັ້ນລັດຖະມົນຕີກາງຕ່າງປະເທດ ແຕ່ເດືອນ ທັນວາ ປີ 2014, ທາບທາມຄໍາເຫັນການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ.

ໃນໄລຍະຜ່ານມາ, ບັນດາການພົບປະລະຫວ່າງການນໍາລັດຖະບານ ແລະການນໍາຂັ້ນສູງສອງປະເທດກັບປະຊາຄົມວິສາຫະກິດຫວຽດນາມ ທີ່ກໍາລັງມີການເຄື່ອນໄຫວລົງທຶນຢູ່ ສປປ ລາວ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາ, ຄວາມຕັດສິນໃຈຂອງສອງລັດຖະບານ ຢ່າງຈະແຈ້ງໃນຄວາມມານະພະຍາຍາມເພີ່ມທະວີປະສິດທິຜົນການຮ່ວມມືມິດຕະພາບ, ການພັດທະນາເສດຖະກິດ, ສັງຄົມລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງກວ່າອີກ. ລັດຖະບານລາວ ກໍ່ສ້າງເງື່ອນໄຂສະດວກຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ດໍາເນີນທຸລະກິດຢູ່ ລາວ, ແຕ່ບັນດາວິສາຫະກິດ ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍຄື: ຂາດແຫຼ່ງແຮງງານ ຫຼື ກີດຂວາງກ່ຽວກັບພາສາ, ຮີດຄອງປະເພນີ... ບັນດາວິສາຫະກິດຫວຽດນາມ ຢັ້ງຢືນວ່າ ລາວ ແມ່ນຕະຫຼາດລົງທຶນທີ່ມີຄວາມສາມາດບົ່ມຊ້ອນ.

ການຮ່ວມມືນັບມື້ນັບມີປະສິດທິຜົນ

ສອງຝ່າຍຍູ້ແຮງການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ດ້ານການຄົມມະນາຄົມຂົນສົ່ງໃນຂອບເຂດການຮ່ວມມືສອງຝ່າຍ ກໍ່ຄືອະນຸພາກພື້ນ; ສືບຕໍ່ຄົ້ນຄວ້າ, ທະວີຄູນຮູບແບບກວດກາ “ໜຶ່ງປະຕູໜຶ່ງຄັ້ງຢຸດ” ຂອງດ່ານສາກົນ ລາວບາວ-ແດນສະຫວັນ ໄປສູ່ດ່ານສາກົນອື່ນໆລະຫວ່າງສອງປະເທດ.

leftcenterrightdel
ງານວາງສະແດງການຄ້າຫວຽດນາມ-ລາວ ປີ 2017. ພາບ: vietnamplus.vn.

ດ້ານການສຶກສາ-ບໍາລຸງສ້າງ ອາດຖືໄດ້ວ່າແມ່ນຂົງເຂດປະສົບຜົນສໍາເລັດລະຫວ່າງສອງປະເທດ. ແຕ່ລະປີ, ມີນັກສຶກສາ ລາວ ມາຮຽນຢູ່ຫວຽດນາມນັບຫຼາຍຮ້ອຍຄົນ ແລະກໍ່ມີນັກສຶກສາຫວຽດນາມຫຼາຍຄົນໄດ້ຮັບທຶນການສຶກສາຈາກລັດຖະບານ ລາວ. ຄຽງຂ້າງນັ້ນ, ສອງປະເທດກໍ່ຜັນຂະຫຍາຍຫຼາຍໂຄງການຍົກສູງຄຸນນະພາບບັນດາຮາກຖານການສຶກສາ-ບໍາລຸງສ້າງຢູ່ທົ່ວແຂວງ, ນະຄອນຂອງລາວ. ແຕ່ລະປີ, ຫວຽດນາມ ສືບຕໍ່ສະຫງວນໃຫ້ແກ່ລາວທຶນການສຶກສາຫຼາຍທຶນຢູ່ທຸກຂັ້ນຄື: ວິທະຍາໄລ, ມະຫາວິທະຍາໄລ ແລະເໜືອ ມະຫາວິທະຍາໄລ.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງບໍ່ຢຸດຢັ້ງໃນບັນດາຂົງເຂດເປັນຢ່າງດີ, ພິເສດແມ່ນກ່ຽວກັບການຝຶກແອບ, ບໍາລຸງສ້າງ. ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ; ປະຕິບັດສໍາເລັດໂຄງການເພີ່ມຄວາມຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ; ລົງນາມໃນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ; ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຫວຽດນາມ-ລາວ. ສອງຝ່າຍສືບຕໍ່ຍູ້ແຮງການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບເສລີ ແລະແຕ່ງດອງບໍ່ຈົດທະບຽນຢູ່ເຂດຊາຍແດນຫວຽດນາມ-ລາວ. ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກຫວຽດນາມ ໄດ້ຮັບການຜັນຂະຫຍາຍເປັນຢ່າງດີ.

ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ເຊິ່ງກັນແລະກັນຢູ່ບັນດາເວທີປາໄສຮ່ວມມືພາກພື້ນ ແລະສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອາຊຽນອື່ນໃນການສ້າງປະຊາຄົມອາຊຽນ ແລະຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ. ສັນຍາ, ຂໍ້ຕົກລົງ, ບົດບັນທຶກຊ່ວຍຈໍາລະ ຫວ່າງສອງປະເທດຫຼາຍສະບັບ ໄດ້ຮັບການລົງນາມ.

ທີ່ວາລະປະຊຸມຄັ້ງນີ້, ສອງຝ່າຍຈະຕີລາຄາສະພາບການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມືຫວຽດນາມ-ລາວ ປີ 2017, ເຫັນດີເປັນເອກະພາບນຳກັນກ່ຽວກັບທິດທາງ, ໜ້າທີ່ຮ່ວມມືປີ 2018 ແລະລົງນາມໃນບັນດາເອກະສານຮ່ວມມືລະຫວ່າງສອງປະເທດ.

 

ແປໂດຍ: ຮວ່າງເຈື່ອງ