ຜ່ານ 73 ປີແຫ່ງການຕໍ່ສູ້້, ກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບປະຊາຊົນຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ພ້ອມກັບທົ່ວພັກ, ທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ,  ສ້າງວິລະກຳອັນອົງອາດກ້າຫານ, ຕີເອົາຊະນະສັດຕູຜູ້ຮຸກຮານທັງໝົດ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ກໍ່ສ້າງ ແລະປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງວິທະຍາຄານ. ພາບ: ຈ້ອງຫາຍ

ວັນທີ 22 ທັນວາ 1944, ປະຕິບັດຕາມຄຳສັ່ງຂອງປະທານ ໂຮ່ຈິມິນ, ທີ່ເຂດປ່າ ຊາມກາວ, ເຈົາງວຽນບິ່ງ, ແຂວງ ກາວບັ່ງ, ກອງທະຫານໂຄສະນາປົດປ່ອຍ ຫວຽດນາມ, ຕົ້ນກຳເນີດຂອງກອງທັບປະຊາຊົນຫວຽດນາມ, ໂດຍສະຫາຍ ຫວໍງວຽນຢ໋າບ ນຳພາ, ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດໝາຍບາດລ້ຽວໃນຍຸດທະສາດກໍ່ສ້າງກຳລັງປະກອບອາວຸດປະຕິວັດຂອງພັກກອມມູນິດ. ວັນທີ 22 ທັນວາ ໄດ້ກ້າວເຂົ້າສູ່ປະຫວັດສາດອັນສະຫງ່າລາສີຂອງຊາດ, ກາຍເປັນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ວັນບຸນມູນເຊື້ອຂອງປະເທດ. ໂດຍຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ແຕ່ໄດ້ຮັບຄວາມຮັກແພງຊ່ວຍເຫຼືອຈາກປະຊາຊົນຢ່າງສຸດຈິດສຸດໃຈ, ກອງທະຫານໂຄສະນາປົດປ່ອຍຫວຽດນາມ ຍາດໄດ້ໄຊຊະນະໃນການບຸກໂຈມຕີສອງຄັ້ງໃສ່ຄ້າຍ ຄາຍຟັດ (ວັນທີ 25 ທັນວາ 1944) ແລະ ນ່າເງີນ (ວັນທີ 26 ທັນວາ 1944) ສ້າງສຽງກ້ອງກັງວານ, ເປີດສາກມູນເຊື້ອ  “ຕີຄັ້ງໃດເອົາຊະນະຄັ້ງນັ້ນ” ຂອງກອງທັບປະຊາຊົນຫວຽດນາມ.

ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝຣັ່ງ ຜູ້ຮຸກຮານ, ກອງທັບປະຊາຊົນຫວຽດນາມ ໄດ້ເຊື່ອມຊຶມແນວທາງຕໍ່ຕ້ານຂອງພັກແມ່ນທົ່ວປວງຊົນ, ຮອບດ້ານ, ຍຶດເຍື້ອຍາວນານ, ອີງໃສ່ກຳລັງແຮງຂອງຕົນແມ່ນຫຼັກ, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ. ຜ່ານ 9 ປີ ແຫ່ງການຕໍ່ຕ້ານຢ່າງລຳບາກກາກກຳ, ການເສຍສະຫຼະຊີວິດ, ກອງທັບປະຊາຊົນຫວຽດນາມ ໄດ້ມ້າງທຳລາຍຍຸດທະສາດ “ຕີໄວເອົາໄຊຊະນະໄວ” ແລະຫຼັງຈາກນັ້ນແມ່ນ “ໃຊ້ຄົນຫວຽດນາມຕີຄົນຫວຽດນາມ, ເອົາສົງຄາມປຸກລ້ຽງ ສົງຄາມ”. ດ້ວຍໄຊຊະນະຂອງການບຸກໂຈມຕີຍຸດທະຊາດລະດູໜາວຕໍ່ລະດູບານໃໝ່ 1953-1954, ເຊິ່ງຈຸດສູງແມ່ນໄຊຊະນະປະຫວັດສາດ ດ້ຽນບຽນຝູ “ກ້ອງກັງວານໄປທົ່ວຫ້າທະວີບ, ສະໜັ່ນຫວັ່ນໄຫວໄປທົ່ວໂລກ”, ກອງທັບ ແລະປະຊາຊົນ ຫວຽດນາມ ໄດ້ບັງຄັບລັດຖະບານ ຝຣັ່ງ ຕ້ອງເຊັນສັນຍາເຊີແນວ.  ໄຊຊະນະຂອງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝຣັ່ງ ແລະການແຊກແຊງຂອງ ອາເມລິກາ ໄດ້ເປີດສາກການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນເກົ່າ, ການປຸກລະດົມຂະບວນການຕໍ່ສູ້ ປົດປ່ອຍຊາດໃນໂລກຢ່າງແຮງ. ນີ້ແມ່ນຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມບໍ່ພຽງແຕ່ສຳລັບປະຫວັດສາດຂອງຊົນຊາດຫວຽດນາມເທົ່ານັ້ນຫາກຍັງຂອງມວນມະນຸດຜູ້ກ້າວໜ້າອີກດ້ວຍ.

ໃນການຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດຢ່າງດຸເດືອດທີ່ສຸດ, ດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນສະໄໝປະຈຸບັນ, ກອງທັບປະຊາຊົນຫວຽດນາມ ດ້ວຍຈິດໃຈ “ບໍ່ມີສິ່ງໃດປະເສີດເລີດລໍ້າກວ່າເອກະລາດ, ອິດສະລະພາບ”, ໄດ້ພ້ອມກັບທົ່ວພັກ, ທົ່ວປວງຊົນ ບໍ່ງໍ້ງຽງຕໍ່ຄວາມທຸກຍາກລໍາບາກ, ການເສຍສະຫຼະຊີວິດຕີເອົາຊະນະຍຸດທະສາດສົງຄາມຝືນປະຕິວັດຂອງປະທານາທິບໍດີ ອາເມລິກາ  5 ຮຸ່ນຄົນ. ການບຸກໂຈມຕີຄັ້ງໃຫຍ່ ແລະການລຸກຮື້ຂຶ້ນລະດູບານໃໝ່ປີ 1975 ເຊິ່ງຈຸດສູງແມ່ນບັ້ນຮົບ ໂຮ່ຈິມິນ ປະຫວັດສາດ ໄດ້ປົດປ່ອຍທົ່ວພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ສິ້ນສຸດ 30 ປີ ແຫ່ງສົງຄາມປົດປ່ອຍຊາດຢ່າງສະຫງ່າລາສີ ແລະປົກປັກຮັກສາປະເທດຊາດດ້ວຍການເສຍສະຫຼະຊີວິດ, ຄວາມລຳບາກກາກກຳແຕ່ພິລະອາດຫານທີ່ສຸດ. ໄຊຊະນະຂອງກອງທັບ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດໄດ້ຈົດຈຳເຂົ້າໃນປະຫວັດສາດກໍ່ສ້າງ ແລະຮັກສາປະເທດຂອງຊົນຊາດ.

ບໍ່ພຽງແຕ່ຕໍ່ສູ້ປົດປ່ອຍຊາດຂອງຕົນເທົ່ານັ້ນ, ຫາກກອງທັບປະຊາຊົນຫວຽດນາມ ຍັງຄຽງບ່າຄຽງໄຫຼ່ກັບກຳລັງປະກອບອາວຸດ ແລະ ປະຊາຊົນ ລາວ, ກຳປູເຈຍ ຮ່ວມກັນຕ້ານພວກສັດຕູລວມ, ເພື່ອເອກະລາດ, ເສລີພາບຂອງແຕ່ລະປະເທດ, ພາຍຫຼັງການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ຜູ້ຮຸກຮານຫາກໍ່ສິ້ນສຸດຢ່າງມີໄຊນັ້ນ. ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການສູ້ຮົບຢ່າງດຸເດືອດປົກປັກຮັກສາຊາຍແດນ ແລະເຮັດໜ້າທີ່ສາກົນອັນສູງສົ່ງ, ຊ່ວຍປະຊາຊົນກຳປູເຈຍ ພົ້ນອອກຈາກລະບອບດັບສູນເຊື້ອຊາດ, ສ້າງເປັນຮູບພາບອັນດີງາມຂອງທະຫານລຸງໂຮ່ໃນຈິດໃຈປະຊາຊົນ ກຳປູເຈຍ.

ພ້ອມກັບໄຊຊະນະອັນສະຫງ່າງາມຂອງການປະຕິວັດເດືອນ ສິງຫາ, ການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝຣັ່ງ, ໄຊຊະນະທີ່ຍິ່ງໃຫຍ່ຂອງການຕໍ່ສູ້ຕ້ານ ອາເມລິກາ, ກູ້ຊາດນັ້ນໄດ້ນຳເອົາປະເທດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່-ສັງກາດສັນຕິພາບ, ເອກະພາບ, ເອກະລາດແຫ່ງຊາດ ແລະສັງຄົມນິຍົມ.

ໃນໄລຍະແຫ່ງການປະຕິວັດໃໝ່, ທາດແທ້ອັນດີງາມ ແລະມູນເຊື້ອທະຫານລຸງໂຮ່ ໄດ້ຮັບການຫຼໍ່ຫຼອມຜ່ານບັນດາການຕໍ່ຕ້ານ ແລະສົງຄາມປົກປັກຮັກສາປະເທດຊາດສືບຕໍ່ສະແດງອອກຢ່າງຈະແຈ້ງໃນພາລະກິດກໍ່ສ້າງ, ພັດທະນາ ແລະປົກປັກຮັກສາປະເທດຊາດ. ເຊື່ອມຊຶມແນວທາງ, ທັດສະນະຂອງພັກຢ່າງເລິກເຊິ່ງ, ກອງທັບປະຊາຊົນຫວຽດນາມ ໄດ້ສຸມໃສ່ກໍ່ສ້າງກຳລັງປະກອບອາວຸດປະຊາຊົນປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ, ສົມເປັນກຳລັງການເມືອງ, ກຳລັງສູ້ຮົບຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນ. ເປັນເຈົ້າການໃນການກຳແໜ້ນ, ວິເຄາະ, ຕີລາຄາ ແລະ ຄາດຄະເນຖືກກັບສະຖານະການ, ປະຕິບັດພາລະບົດບາດເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດເປັນຢ່າງດີ. ສົມທົບກັນ, ເປັນເສນາທິການ, ແກ້ໄຂບັນດາກໍລະນີສັບສົນທີ່ເກີດຂຶ້ນ, ມີປະສິດທິຜົນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ປົກປ້ອງພັກ, ລັດ , ປະຊາຊົນ ແລະລະບອບສັງຄົມນິຍົມ, ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມສັນຕິພາບເພື່ອກໍ່ສ້າງ ແລະພັດທະນາປະເທດ.

ເສີມຂະຫຍາຍບົດບາດຫຼັກແຫຼ່ງເປັນຢ່າງດີເພື່ອກໍ່ສ້າງພ້ືນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າສະໜາມປະຊາຊົນປ້ອງກັນຄວາມສະຫງົບຢ່າງໝັ້ນຄົງ. ເອົາໃຈໃສ່ກໍ່ສ້າງກຳລັງສຳຮອງ ແລະທະຫານລາດປ້ອງກັນຕົວຢ່າງໝັ້ນຄົງເຂັ້ມແຂງ. ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ເພ່ີມທະວີການປັບປຸງກຳລັງບົ່ມຊ້ອນດ້ານປ້ອງກັນຊາດ. ເປັນເຈົ້າການປະສານສົມທົບກັນສູ້ຮົບຢ່າງແໜ້ນແຟ້ນກັບຕຳຫຼວດປະຊາຊົນ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊີ້ນຳນຳພາປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດເປັນຢ່າງດີ, ເສີມຂະຫຍາຍກຳລັງແຮງສັງລວມ, ຕັ້ງໜ້າເຂົ້າຮ່ວມການຕ້ານ ແລະສະກັດກັ້ນຍຸດທະສາດ “ຫັນປ່ຽນໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ ແລະຕໍ່ຕ້ານສະກັດກັ້ນອາດຊະຍາກຳ...

ພ້ອມກັບການປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະສູ້ຮົບເປັນຢ່າງດີ,  ກອງທັບປະຊາຊົນຫວຽດນາມ ຍັງເຮັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ຕັ້ງໜ້າຊ່ວຍປະຊາຊົນພັດທະນາການຜະລິດ, ການສອນ, ການປິ່ນປົວພະຍາດ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ການກູ້ໄພ, ກູ້ຊີບ; ກໍ່ສ້າງພື້ນຖານການເມືອງຢູ່ຮາກຖານ, ປັບປຸງທ່າຮົບຈິດໃຈປະຊາຊົນຢ່າງໝັ້ນຄົງ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລ ແລະ ໝູ່ເກາະ.

ໃນໄລຍະຈະມາເຖິງ, ພາລະກິດກໍ່ສ້າງ ແລະປົກປັກຮັກສາປະເທດຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ບັນດາອິດທິກຳລັງປໍລະປັກ, ປະຕິການພວມຂຸ້ນຂ້ຽວປະຕິບັດຍຸດທະສາດ “ຫັນປ່ຽນໂດຍສັນຕິ”, ຈາລະຈົນໂຄ່ນລົ້ມດ້ວຍບັນດາເລ່ລ່ຽມນັບມື້ນັບໂຫດຫ້ຽມເພື່ອຫວັງ “ຫັນເປັນການເມືອງ” ກຳລັງປະກອບອາວຸດ, ລົບລ້າງບົດບາດນຳພາຂອງພັກ ແລະລະບອບສັງຄົມນິຍົມຢູ່ ຫວຽດນາມ.

ໃນສະຖານະການດັ່ງກ່າວ, ໜ້າທີ່ການທະຫານ, ການປ້ອງກັນຊາດທີ່ວາງອອກແມ່ນໜັກໜ່ວງ, ຮຽກຮ້ອງໃຫ້ກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ, ກຳລັງປະກອບອາວຸດປະຊາຊົນເວົ້າລວມຕ້ອງເຊີດຊູນ້ຳໃຈລະວັງຕົວຕໍ່ການປະຕິວັດ, ມານະພະຍາຍາມສູ້ຊົນກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບນັບມື້ນັບສູງຂຶ້ນ.

ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານສຶກສາ, ບຳລຸງສ້າງຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາດ້ານເສດຖະກິດ, ວັດທະນະທຳ, ສັງຄົມກັບການປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ກ່ອນອື່ມໝົດແມ່ນກຳລັງບົ່ມຊ້ອນດ້ານການເມືອງ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ-ສັງຄົມຢູ່ຮາກຖານ.

ດຳເນີນການປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານສຶກສາການເມືອງ, ກຳນົດທິດແນວຄິດເປັນປະຈຳ; ພ້ອມທັງຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ແຂ່ງຂັນຍາດເອົາໄຊຊະນະ, ສ້າງການຫັນປ່ຽນກ່ຽວກັບຄວາມຮັບຮູ້, ຄວາມຮັບຜິດຊອບດ້ານການເມືອງ ແລະການກະທຳປະຕິວັດຂອງພະນັກງານ, ນັກຮົບ, ຮັກສາ ແລະເສີມຂະຫຍາຍມູນເຊື້ອປະຕິວັດ, ຄຸນນະທາດອັນສູງສົ່ງຂອງທະຫານ ລຸງໂຮ່, ເພີ່ມທະວີຄວາມສາມັກຄີພາຍໃນ, ສາມັກຄີທະຫານປະຊາຊົນ, ປະຕິບັດກົດໝາຍຂອງລັດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ.  ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ແຕ່ລະຄົນຕ້ອງກຽມພ້ອມຮັບ ແລະເຮັດລ້ອນໜ້າທີ່ເຊິ່ງໄດ້ຮັບມອບໝາຍບໍ່ວ່າໃນເງື່ອນໄຂ, ສະພາບການໃດໆ.

ໂດຍສືບທອດ ແລະເສີມຂະຫຍາຍມູນເຊື້ອ 73 ປີ ແຫ່ງວັນສ້າງຕັ້ງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບປະຊາຊົນຫວຽດນາມ-ກອງທັບວິລະຊົນຂອງຊົນຊາດຫວຽດນາມ ວິລະຊົນ. ພັກ, ລັດ, ປະຊາຊົນຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ກອງທັບປະຊາຊົນຫວຽດນາມ ວິລະຊົນ ແລະປາດຖະໜາວ່າ ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຮຸ່ນຕ່າງໆຈະສືບຕໍ່ສ້າງວິລະກຳຫຼາຍຢ່າງ, ຜົນງານໃຫຍ່ຫຼວງກ່ວາອີກ, ສົມກັບຄຳຍ້ອງຍໍຂອງລຸງໂຮ່ ທີ່ແສນເຄົາລົບຮັກ: “ກອງທັບປະຊາຊົນຫວຽດນາມ ຈົ່ງຮັກພັກດີຕໍ່ພັກ, ຮັກແພງປະຊາຊົນ, ກຽມພ້ອມສູ້ຮົບເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ, ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູໂຕໃດກໍ່ຕີເອົາຊະນະ.

ບົດຂຽນຂອງທ່ານ ເຈີ່ນດ້າຍກວາງ , ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ.

ແປໂດຍ: ຮຸຍດົງ