ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ ເປັນຄັ້ງທີ 2 ນັບແຕ່ຕົ້ນອາຍຸການ 2016-2021 ເພື່ອແນໃສ່ສືບຕໍ່ຢືນຢັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ແມ່ນຖືເປັນສໍາຄັນເລື່ອງຮັກສາ ແລະຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ການພົວພັນດ້ານການເມືອງນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈ

ໃນປະຫວັດສາດແຫ່ງການພົວພັນສາກົນ, ການພົວພັນແບບພິເສດຫວຽດນາມ-ລາວແມ່ນແບບຢ່າງທີ່ດີເດັ່ນ ແລະຫາຍາກໃນໂລກກ່ຽວກັບຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ສັດຊື່ບໍລິສຸດ ແລະມີປະສິດທິຜົນລະຫວ່າງສອງຊາດໃນການຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ ແລະຄວາມກ້າວໜ້າທາງສັງຄົມ.

ການພົວພັນຫວຽດນາມ-ລາວ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາໃນທຸກຂົງເຂດ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍບັນດາຖະແຫຼງການຮ່ວມຫວຽດນາມ-ລາວ, ຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ; ບັນດາສັນຍາ, ເນື້ອໃນທີ່ກອງປະຂຸມຄັ້ງທີ 39 ຄະນະກໍາມະການລະຫວ່າງລັດຖະບານ ແລະບັນດາລາຍການ, ແຜນການຮ່ວມມືລະຫວ່າງສອງຝ່າຍຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ  ລາວ ບຸນຍັງ ວໍລະຈິດ ໃນການຢ້ຽມຢາມຫວຽດນາມ ປີ 2016. ພາບ: TTXVN. 

ການພົວພັນດ້ານການເມືອງໄດ້ຮັບການຍູ້ແຮງ, ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມ, ພົບປະລະຫວ່າງການນໍາຂັ້ນສູງ ແລະທຸກຂັ້ນຂອງສອງພັກ, ສອງລັດ; ສືບຕໍ່ປັບປຸງ, ບູລະນະ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງພັກ, ສອງລັດ. ສອງຝ່າຍເພີ່ມທະວີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ການຄຸ້ມຄອງເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍຈັດຕັ້ງສໍາເລັດກອງປະຊຸມສໍາມະນາກ່ຽວກັບທິດສະດີຄັ້ງທີ 5 ລະຫວ່າງສອງພັກກ່ຽວກັບການພັດທະນາໄວ ແລະຍືນຍົງ; ແລກປ່ຽນບົດຮຽນກ່ຽວກັບການແກ້ໄຂໜີ້ສາທາລະນະ, ບົດຮຽນໃນການປະຕິບັດພາລະບົດບາດຕົກລົງ ແລະຕິດຕາມກວດກາກ່ຽວກັບທີ່ດິນຂອງສະພາປະຊາ ຊົນ...

ສອງຝ່າຍໄດ້ສົມທົບກັນໂຄສະນາກ່ຽວກັບປະຫວັດສາດ, ມູນເຊື້ອແຫ່ງຄວາມສາມັກຄີແບບພິເສດຫວຽດນາມ-ລາວ ແລະບັນດາຜົນງານປ່ຽນແປງໃໝ່ຂອງແຕ່ລະປະເທດຢ່າງເລິກເຊິ່ງກວ້າງຂວາງ; ຈັດຕັ້ງການແຂ່ງຂັນຊອກຮູ້ກ່ຽວກັບການພົວພັນຫວຽດນາມ-ລາວ; ຈັດຕັ້ງສະເຫຼີມສະຫຼອງບັນດາວັນບຸນສໍາຄັນຂອງສອງປະເທດຄື: ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດ ແລະ40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ດ້ວຍການເຄື່ອນໄຫວແທດຈິງ ແລະມີຄວາມໝາຍຫຼາຍຢ່າງ.

ດ້ວຍການໜູນຊ່ວຍ, ຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມ, ກິດຈະການຫໍສະພາແຫ່ງຊາດລາວ ໄດ້ຮັບການລົງມືກໍ່ສ້າງ ແລະຈະເປັນສະຖານທີ່ເປັນຂີດໝາຍແຫ່ງຄວາມສາມັກຄີມິດຕະພາບ, ສາຍພົວພັນອັນສະໜິດສະໜົມ, ສະໜິດຕິດພັນລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນສອງປະເທດ.

ປື້ມໂຮ່ຈິມິນນິພົນເລືອກເຟັ້ນ ເປັນພາສາລາວໄດ້ຮັບການພິມຈໍາໜ່າຍ, ປະກອບສ່ວນເພື່ອໃຫ້ປະຊາຊົນບັນດາເຜົ່າລາວເຂົ້າໃຈກວ່າກ່ຽວກັບຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນຫວຽດນາມ ແລະປະຊາຊົນລາວອ້າຍນ້ອງ ຍາມໃດກໍເຄົາລົບນັບຖື.

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະບັນລຸປະສິດທິຜົນຢ່າງຕັ້ງໜ້າ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ; ສົມທົບກັນປະຕິບັດອະນຸສັນຍາກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ; ຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສະຖຽນລະພາບ ແລະພັດທະນາແບບຍືນຍົງ. ສອງຝ່າຍໄດ້ປະຕິບັດສໍາເລັດໂຄງການປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ (ບູລະນະ ແລະປັກຫຼັກໝາຍໃໝ່ໄດ້ 905 ທີ່ຕັ້ງ, ເທົ່າກັບ 1.002 ຫຼັກໝາຍ ແລະເສົາ, ໃນນັ້ນປັກຫຼັກໝາຍເພີ່ມເຕີ່ມໄດ້ 168 ຫຼັກໝາຍ); ປະຕິບັດສໍາເລັດບັນດາລະບຽບການນິຕິກໍາກ່ຽວກັບອະນຸສັນຍາກ່ຽວກັບເສັ້ນຊາຍແດນທາງບົກລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ.

ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍການປະຕິບັດກົນໄກທາບທາມຄໍາເຫັນຂັ້ນຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ແລະຂັ້ນລັດຖະມົນຕີການຕ່າງປະເທດຢ່າງມີປະສິດທິຜົນ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາສາກົນ, ພາກພື້ນຢ່າງເປັນປະຈໍາ; ສົມທົບກັນ ແລະສະໜັບສະໜູນ ເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຮ່ວມມືຫຼາຍຝ່າຍຢ່າງແໜ້ນແຟ້ນ.

ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ແລະກວ້າງຂວາງ

ໃນຊຸມປີຜ່ານມາ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງຝ່າຍໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ສອງຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍບັນດາສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະບັນດາຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 39 ຄະນະກໍາມະການລະຫວ່າງລັດຖະບານສອງປະເທດ; ເພີ່ມທະວີການແນະນໍາ, ກວດກາ, ກະຕຸກຊຸກຍູ້, ແລກປ່ຽນແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.

ສອງຝ່າຍໄດ້ເຊັນສັນຍາການຄ້າສອງຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ; ຜັນຂະຫຍາຍກົນໄກ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ” ທີ່ດ່ານສາກົນ ລາວບາວ-ແດນສະຫວັນ. ວົງເງິນການຄ້າສອງສົ້ນ ໄລ່ມາຮອດເດືອນ ຕຸລາ 2017 ບັນລຸ 720,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າສົ່ງອອກຂອງຫວຽດນາມ ໄປຍັງ ລາວ ບັນລຸ 426,2 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,4%, ສ່ວນມູນຄ່າສົ່ງອອກຂອງລາວ ມາຫວຽດນາມ ບັນລຸ 294,2 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,8%.

ສອງຝ່າຍເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍູ້ແຮງຂະບວນການຮຽນພາສາຫວຽດນາມ ຢູ່ບັນດາໂຮງຮຽນ ແລະບັນດາອົງການ, ສໍານັກງານຂອງລາວ. ປີ 2017, ຫວຽດນາມ ສະຫງວນທຶນການສຶກສາ 1.246 ທຶນໃຫ້ແກ່ນັກສຶກສາລາວ ມາຮຽນລະດັບປະລິນຍາຕີ ແລະບໍາລຸງສ້າງໄລຍະສັ້ນຢູ່ຫວຽດນາມ. ມາຮອດປັດຈຸບັນ, ຈໍານວນນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ຫວຽດນາມແມ່ນ 14.209 ຄົນ, ນັກສຶກສາຫວຽດນາມ ກໍາລັງຮຽນຢູ່ລາວ ແມ່ນ 290 ຄົນ...

ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ. ກ່ຽວກັບຝ່າຍຫວຽດນາມ, ສືບຕໍ່ຢືນຢັນຄວາມສາມັກຄີສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈກັນ, ສັດຊື່ບໍລິສຸດ, ປອດໃສ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ສໍາລັບພັກ, ລັດ ແລະປະຊາຊົນລາວ; ຢືນຢັນການສະໜັບສະໜູນຢ່າງແຮງ, ຮອບດ້ານຂອງຫວຽດນາມຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ, ປະກອບສ່ວນໜູນຊ່ວຍເພື່ອນມິດລາວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ VIII ຢ່າງມີໄຊ.


ແປໂດຍ: ຮວ່າງເຈື່ອງ