ທົບທວນຄືນ 5 ປີ ຜ່ານມາ, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມເຍົາວະຊົນອານຸຊົນບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງໃນທ່າພັດທະນາລວມຂອງປະເທດ, ພາຍໃຕ້ການນຳພາຂອງພັກ, ມະຕິກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ X ໄດ້ຜັນຂະຫຍາຍ, ປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ; ຫຼາຍໝາກຜົນໃໝ່, ປັດໄຈໃໝ່, ແບບຢ່າງກ້າວໜ້າໃນຊາວໜຸ່ມໄດ້ຄົ້ນພົບ, ເຊີດຊູ, ປະກອບສ່ວນສ້າງຮູບພາບອັນດີງາມກ່ຽວກັບບັນດາຮຸ່ນຊາວໜຸ່ມຫວຽດນາມ ໃນຍຸກສະໄໝໃໝ່.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຄັ້ງທີ XI. ພາບ: ຢ້ຽວຖຸຍ-ຫງວຽນຖາວ

ຊາວໜຸ່ມຫວຽດນາມໄດ້ຮັບຮູ້ມີການພັດທະນາຢ່າງຮອບດ້ານ, ລະດັບການສຶກສາໄດ້ຮັບການຍົກສູງຂຶ້ນ, ຮູບຮ່າງ ແລະສະພາບຂອງຮ່າງກາຍໄດ້ຮັບການປັບປຸງ. ສ່ວນຫຼາຍຊາວໜຸ່ມຫວຽດນາມມີຄວາມຮັບຜິດຊອບຕໍ່ຕົວເອງ, ຄອບຄົວ ແລະສັງຄົມ, ຍາມໃດກໍ່ເຊື່ອໝັ້ນໃນການນຳພາຂອງພັກ ແລະເສັ້ນທາງພັດທະນາປະເທດ; ເສີມຂະຫຍາຍມູນເຊື້ອປະຕິວັດ, ສະແດງໃຫ້ເຫັນນ້ຳໃຈຮັກຊາດຢ່າງຈະແຈ້ງ, ຈິດໃຈເອກອ້າງທະນົງໃຈຂອງຊາດ, ມີການກະທຳຢ່າງແທດຈິງ, ລະອຽດເພື່ອປະຊາຄົມ. ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ສືບຕໍ່ພັດທະນາ, ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບຢ່າງຈະແຈ້ງກັບຊາວໜຸ່ມເຍົາວະຊົນ ແລະມີການປະກອບສ່ວນຢ່າງເໝາະສົມເຂົ້າໃນຜົນງານລວມຂອງປະເທດ.

ເຖິງຢ່າງໃດກໍ່ຕາມ, ເລື່ອງຍູ້ແຮງການປ່ຽນແປງໃໝ່ ແລະການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງນຳມາໃຫ້ຊາວ ໜຸ່ມທັງກາລະໂອກາດ ແລະສິ່ງທ້າທາຍ.  ໃນສັງຄົມ, ຄຽງຂ້າງກັບບັນດາຮຸ່ນຊາວໜຸ່ມທີ່ກ້າວໜ້າ, ນຳໜ້າ ແລະມີປະສິດທິຜົນໃນການຮ່ຳຮຽນ, ອອກແຮງງານ, ຜະລິດ, ດຳເນີນທຸລະກິດ ແລະເຊື່ອມໂຍງ..., ຫາກຍັງມີພາກສ່ວນຊາວໜຸ່ມດ້ອຍໂອກາດ, ຫວ່າງງານ, ຕົກເຂົ້າສະພາບການອຶດຫິວທຸກຍາກ, ຂາດໂອກາດພັດທະນາ, ວາງອອກບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍໃນການແກ້ໄຂວຽກເຮັດງານທຳໃຫ້ຊາວໜຸ່ມ. ສະພາບການລະເມີດກົດໝາຍ, ຕິດໄພສັງຄົມໃນໝູ່ຊາວໜຸ່ມເຍົາວະຊົນມີການຜັນແປຢ່າງສັບ ສົນ. ຊີວິດທາງດ້ານວັດທະນະທຳ, ອາລົມຈິດຂອງຊາວໜຸ່ມ, ກຳມະກອນ, ຊົນນະບົດ, ຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກຍັງບໍ່ທັນໄດ້ຮັບການຕອບສະໜອງຢ່າງຄົບຖ້ວນ. ພິເສດ, ຊາວໜຸ່ມພາກສ່ວນໜຶ່ງຍັງມີປະກົດການສັ່ນຄອນ, ຂາດຄວາມເຊື່ອ ໝັ້ນອຸດົມຄະຕິຈືດຈາງໄປ, ເຫີນຫ່າງຈາກມູນເຊື້ອວັດທະນະທຳອັນດີງາມຂອງປະເທດຊາດ; ດຳລົງຊີວິດເຫັນແກ່ແຕ່ປະໂຫຍດ, ຂີ້ຄ້ານຮ່ຳຮຽນ, ອອກແຮງງານທຳການຜະລິດ.

ຕໍ່ໜ້າສະພາບການຕົວຈິງນັ້ນ, ຊາວໜຸ່ມທຸກຂັ້ນຄວນສຸມໃສ່ຍູ້ແຮງວຽກງານສຶກສາອົບຮົມກ່ວາອີກ, ແນໃສ່ປະກອບສ່ວນເຂົ້າໃນການກໍ່ສ້າງຊາວໜຸ່ມຫວຽດນາມ ໃຫ້ມີອຸດົມຄະຕິປະຕິວັດ, ຄຸນນະທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ແບບແຜນດຳລົງຊີ ວິດວັດທະນະທຳ, ມີຄວາມຮັບຜິດຊອບ, ເຄົາລົບກົດໝາຍ, ຮັກຫອມສັນຕິພາບ; ມີຄວາມຮູ້, ມີສຸຂະພາບ ແລະມີຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນ; ກໍ່ສ້າງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໃຫ້ເຂັ້ມແຂງຢ່າງແທ້ຈິງ, ເຕົ້າໂຮມ, ສາມັກຄີຊາວໜຸ່ມເປັນຈຳນວນຫຼວງຫຼາຍ, ສົມເປັນກອງກຳລັງສຳຮອງທີ່ໄວ້ເນື້ອເຊື່ອໃຈຂອງພັກກອມມູນິດຫວຽດນາມ...

ເພື່ອສຳເລັດພາລະກຳອັນສູງສົ່ງ ແລະໜັກໜ່ວງນັ້ນ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງຖັນແຖວພະນັກ ງານຊາວໜຸ່ມເວົ້າສະເພາະບັນດາອົງການຈັດຕັ້ງຊາວໜຸ່ມເວົ້າລວມໃນການຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍ, ເນື້ອໃນ, ລາຍການໄດ້ປຶກສາ, ຕົກລົງທີ່ກອງປະຊຸມໃຫຍ່ຄັ້ງນີ້. ຖັນແຖວພະນັກງານຊາວໜຸ່ມຕ້ອງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງໄວໜຸ່ມສຳລັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ອົງການຈັດຕັ້ງຊາວໜຸ່ມຄວນເອົາໃຈໃສ່ເປັນພິເສດໃນການຜັນຂະຫຍາຍບັນດາມາດຕະການແທດຈິງໃນການເຕົ້າໂຮມ ແລະໜູນຊ່ວຍຊາວໜຸ່ມ; ເຊື່ອມຕໍ່, ເສີມຂະຫຍາຍຄວາມເກັ່ງກ້າສາມາດໜຸ່ມໃນທຸກຂົງເຂດ; ລະດົມປັນຍາຊົນໜຸ່ມຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມເຄື່ອນໄຫວຂອງຊາວໜຸ່ມ ແລະປະກອບສ່ວນໃຫ້ແກ່ປະເທດ. ສ້າງ ແລະຜັນຂະຫຍາຍມາດຕະການແນໃສ່ເຊື່ອມຕໍ່ກັບບັນດາໜ່ວຍ, ກົມກອງ, ກຸ່ມ, ສະໂມສອນຊາວໜຸ່ມຈັດຕັ້ງເອງ, ປະກອບສ່ວນດຶງດູດ, ເຕົ້າໂຮມຊາວໜຸ່ມ.

ຊາວໜຸ່ມກອງທັບແມ່ນພາກສ່ວນດີເດັ່ນຂອງຊາວໜຸ່ມຫວຽດນາມ. ຕິດພັນກັບປະຫວັດສາດການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ, ຊາວໜຸ່ມກອງທັບຍາມໃດກໍ່ສືບຕໍ່, ເສີມຂະຫຍາຍທາດແທ້ມູນເຊື້ອທະຫານລຸງໂຮ່, ຫ້າວຫັນຮ່ຳຮຽນ, ຝຶກຊ້ອມ, ປະຕິບັດງານ, ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະສັງຄົມນິຍົມ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕິດພັນສະໜິດແໜ້ນກັບປະຊາຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສາມັກຄີສຳເລັດທຸກໜ້າທີ່ການເມືອງ. ໃນໄລຍະໄໝ່, ຊາບຊຶມເນື້ອໃນຈິດໃຈກອງປະຊຸມຄະນະຊາວໜຸ່ມທົ່ວປະເທດຄັ້ງນີ້, ໃກ້ຊິດຕິດແທດກັບໂຄງການດຳເນີນງານຂອງກອງປະຊຸມໃຫຍ່ຜູ້ແທນຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ກອງທັບຄັ້ງທີ IX, ໄວໜຸ່ມກອງທັບປະຈັນບານກໍ່ສ້າງກຳລັງປະກອບອາວຸດປະຕິວັດເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ພ້ອມກັບຊາວໜຸ່ມທົ່ວປະເທດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ, ຢືນຢັນບົດບາດຫຼັກແຫຼ່ງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ ຊາດຫວຽດນາມ ສັງຄົມນິຍົມ.


ແປໂດຍ: ຮຸຍດົງ