ຫວນຄືນຫຼັງ 42 ປີກ່ອນ, ວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດລາວ ໄດ້ອອກມະຕິປະຫວັດສາດສ້າງຕັ້ງປະເທດ ສປປ ລາວ. ນີ້ແມ່ນໄຊຊະນະທີ່ດັງກ້ອງກັງວານເຊິ່ງປະຊາຊົນ ລາວ ຍາດມາໄດ້ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກປະຊາຊົນປະຕິວັດລາວ, ປົດປ່ອຍປະເທດລາວ ອອກຈາກແອກປົກຄອງຂອງລັດທິຈັກກະພັດ, ລ່າເມືອງຂຶ້ນຢ່າງສົມບູນ, ສໍາເລັດການປະຕິວັດຊາດປະຊາທິປະໄຕ, ເປີດສັງກາດໃໝ່-ສັງກາດປະຊາຊົນລາວ ກາຍເປັນເຈົ້າຊາຕາກຳຕົນເອງ, ເປັນເຈົ້າປະເທດຊາດເອກະລາດ, ເສລີພາບຢ່າງສົມບູນ.

ໂດຍແມ່ນ 3 ປະເທດຖານບ້ານໃກ້ເຮືອນຄຽງທີ່ສະໜິດຕິດແໜ້ນກັນ, ມີແມ່ນໍ້າຂອງຮ່ວມກັນ, ປະຊາຊົນ ຫວຽດນາມ-ລາວ-ກໍາປູເຈຍ ມີສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນມາແຕ່ດົນນາມແລ້ວ. ສາຍພົວພັນນັ້ນໄດ້ສ້າງເປັນກໍາລັງແຮງທີ່ມະຫັດສະຈັນທັງດ້ານຈິດໃຈ ແລະວັດຖຸ. ປະຊາຊົນ 3 ປະເທດຍາມໃດກໍ່ສາມັກຄີ, ຮ່ວມທຸກຮ່ວມສຸກນໍາກັນ. ມູນເຊື້ອສາມັກຄີ, ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ຮັບການສ້າງຕັ້ງ ແລະພັດທະນາໃນການຕໍ່ສູ້ຕ້ານລ່າເມືອງຂື້ນຝລັ່ງ, ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ເສີມຂະຫຍາຍຢ່າງແຮງ, ມີປະສິດທິຜົນໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ. ວິວັດທະນາການປະຕິບັດໜ້າທີ່ການປະຕິວັດໃນທຸກໄລຍະຕໍ່ສູ້, ທະຫານ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນລາວ, ກໍາປູເຈຍ ສ້າງເປັນທ່າຍຸດທະຍາດບຸກໂຈມຕີສັດຕູໃນສະໜາມຮົບຂອງແຕ່ລະປະເທດ ແລະໃນສະໜາມຮົບຮ່ວມອິນດູຈີນ. ນໍ້າໃຈສາມັກຄີສູ້ຮົບ ຫວຽດນາມ-ລາວ-ກໍາປູເຈຍ ແມ່ນໜຶ່ງໃນບັນດາປັດໄຈພິເສດສໍາຄັນ ປະກອບສ່ວນສ້າງເປັນໄຊຊະນະໃນການຕໍ່ຕ້ານຂອງປະຊາຊົນ 3 ປະເທດ ອິນດູຈີນ ຕ້ານສັດຕູໂຕດຽວ, ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ພຶດຕິກຳຕົວຈິງນັ້ນໄດ້ຢືນຢັນວ່າ, ນໍ້າໃຈສາມັກຄີ, ຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນ ຫວຽດນາມ, ລາວ ແລະກໍາປູເຈຍ ແມ່ນປັດໄຈພາວະວິໄສ; ແມ່ນກົດເກນແຫ່ງການຄົງຕົວ ແລະພັດທະນາຂອງ 3 ປະເທດ.

ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະພັດທະນາຂອງນໍ້າໃຈສາມັກຄີສູ້ຮົບ ຫວຽດນາມ-ລາວ-ກໍາປູເຈຍ. ນໍ້າໃຈສາມັກຄີນັ້ນສະແດງໃຫ້ເຫັນບັນດາຄວາມມຸ່ງຫວັງຂອງປະຊາຊົນ 3 ປະເທດແມ່ນຊ່ວຍເຫຼືອກັນຕ້ານສັດຕູໂຕດຽວ, ສ້າງສາຍພົວພັນສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ຮ່ວມມືພ້ອມກັນມີປະໂຫຍດລະຫວ່າງ 3 ປະເທດ. ນໍ້າໃຈສາມັກຄີນັ້ນມີຄວາມໝັ້ນຄົງ, ໃນຕະຫຼອດໄລຍະປະຫວັດສາດ, ໄລຍະທາງຕ່າງໆ, ສ້າງເປັນພື້ນຖານເພື່ອສືບຕໍ່ພັດທະນາເຖິງໄຊຊະນະປະຫວັດສາດຂອງ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດກ່ອນນີ້ ແລະໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ; ບັນດາບົດຮຽນປະຫວັດສາດຂອງນໍ້າໃຈສາມັກຄີສູ້ຮົບ ຫວຽດນາມ-ລາວ-ກໍາປູເຈຍ ແມ່່ນບົດຮຽນໃນຕະຫຼອດວິວັດແຫ່ງການພັດທະນາຂອງສາຍພົວພັນລະຫວ່າງ 3 ປະເທດ.


ແປໂດຍ: ເກື່ອງດັ້ງ