ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ.ຈີນ ສີຈິ້ນຜິງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 12-13 ພະຈິກ.

ການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ດໍາເນີນໄປໃນສະພາບທີ່ການພົວພັນຫວຽດນາມ - ຈີນ ໃນໄລຍະຜ່ານມາສືບຕໍ່ພັດທະນາຢ່າງຕັ້ງໜ້າ. ການນໍາຂັ້ນສູງສອງປະເທດໄດ້ມີການພົບປະຢ່າງເປັນປະຈໍາ. ໃນບັນດາການຢ້ຽມຢາມ ສປ.ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ (ເດືອນມັງກອນ 2017), ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ (ເດືອນພຶດສະພາ 2017), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ເດືອນກັນຍາ 2016), ການນໍາຂັ້ນສູງສອງພັກ, ສອງລັດ ບັນລຸໄດ້ຄວາມຮັບຮູ້ລວມສໍາຄັນກ່ຽວກັບການສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ພັດທະນາຢ່າງມີສະຖຽນລະພາບ ແລະປອດໃສ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ. ພາບ: qdnd.vn

ໃນສະພາບການນັ້ນ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເລືອກຫວຽດນາມເປັນປະເທດທໍາອິດມາຢ້ຽມຢາມພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດ ຈີນ ສະແດງໃຫ້ເຫັນວ່າ ພັກ, ລັດ ຈີນ ແລະທ່ານ ສີຈິ້ນຜິງເອງ ຖືເປັນສໍາຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະການຮ່ວມມືຮອບດ້ານກັບຫວຽດນາມ; ເປັນພະຍານຫຼັກຖານຢັ້ງຢືນວ່າ ຈີນ ສະໜັບສະໜູນຫວຽດນາມ ຈັດຕັ້ງສໍາເລັດກອງປະຊຸມຂັ້ນສູງ APEC 2017 ແລະປາດຖະໜາວ່າສອງຝ່າຍຈະເພີ່ມທະວີການແລກປ່ຽນຍຸດທະສາດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ນໍາການພົວພັນຫວຽດນາມ - ຈີນ ໃນໄລຍະໃໝ່ພັດທະນາຢ່າງມີສະຖຽນລະພາບ ແລະເຂົ້າສູ່ລວງເລິກ.

ປັດຈຸບັນ, ຈີນແມ່ນຄູ່ຮ່ວມມືການຄ້າ, ແມ່ນຕະຫຼາດທ່ອງທ່ຽວໃຫຍ່ສຸດຂອງຫວຽດນາມ, ແມ່ນນັກລົງທຶນໃຫຍ່ອັນດັບທີ 8 ໃນຈໍານວນ 122 ປະເທດ ແລະເຂດແຄວ້ນ ລົງທຶນໂດຍກົງເຂົ້າຫວຽດນາມ. ຫວຽດນາມ ກໍກາຍເປັນຄູ່ຮ່ວມມືການຄ້າ, ທ່ອງທ່ຽວໃຫຍ່ສຸດຂອງຈີນ ໃນອາຊຽນ. ວົງເງິນການຄ້າສອງຝ່າຍຈາກລະດັບ 32 ລ້ານໂດລາສະຫະລັດ ປີ 1991 ເພີ່ມຂຶ້ນເຖິງ 70,5 ຕື້ໂດລາສະຫະລັດ ປີ 2016.

ເມື່ອຫວນຄືນໄລຍະທາງແຫ່ງການພັດທະນາການພົວພັນເປັນເວລາ 67 ປີຜ່ານມານັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ມາຮອດປັດຈຸບັນ, ອາດເວົ້າໄດ້ວ່າ, ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ຈີນ ນັບມື້ນັບພັດທະນາ. ເຖິງວ່າລະຫວ່າງສອງປະເທດຍັງມີຂໍ້ຕິດຂັດກ່ຽວກັບບາງບັນຫາບົນທະເລຕາເວັນອອກ ກໍ່ຕາມ, ແຕ່ປະຫວັດສາດໄດ້ຊີ້ໃຫ້ເຫັນວ່າ, ບົນພື້ນຖານຄວາມເຂົ້າໃຈ ແລະເຫັນອົກເຫັນໃຈເຊິ່ງກັນ ແລະກັນ, ເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທໍາຂອງກັນ, ຮ່ວມມື ແລະເຄົາລົບກົດໝາຍສາກົນ, ບັນດາຂໍ້ຕິດຂັດນັ້ນຈະໄດ້ຮັບການແກ້ໄຂເທື່ອລະກ້າວ.

ການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ມີຄວາມໝາຍສໍາຄັນ, ແມ່ນເຫດການຍິ່ງໃນການພົວພັນຫວຽດນາມ - ຈີນ ແລະໃນສັງລວມການພົວພັນຕ່າງປະເທດຂອງຫວຽດນາມ.

ບົນຈິດໃຈນັ້ນ, ການຢ້ຽມຢາມໄດ້ປະກອບສ່ວນປັບປຸງ, ຮັກສາການພົວພັນມິດຕະພາບ, ສະຖຽນລະພາບ, ສ້າງທ່ວງທ່າພັດທະນາປອດໃສໃຫ້ແກ່ການພົວພັນຫວຽດນາມ - ຈີນ; ພ້ອມທັງສ້າງເງື່ອນໄຂສະດວກເພື່ອສືບຕໍ່ແກ້ໄຂບັນດາບັນຫາຍັງຄົງຄ້າງລະຫວ່າງສອງປະເທດ, ປະກອບສ່ວນຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ ແລະປົກປັກຮັກສາປະເທດຊາດ.

ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ, ການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ກັບບັນດາແຜນການດໍາເນີນງານທີ່ແທດຈິງ, ລະອຽດຈະເປີດໜ້າປະຫວັດສາດໃໝ່ຂະຫຍັນຂັນເຄື່ອນກວ່າ, ແທດຈິງກວ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ຈີນ ຢ່າງແທດຈິງ ແລະຕັ້ງໜ້າ.

 

ແປໂດຍ: ຮວ່າງເຈື່ອງ