ໂດຍໄດ້ຮັບຄໍາເຊີນຂອງທ່ານ Rodrigo Roa Duterte ປະທານາທິບໍດີ ຟິລິບປິນ; ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ຄັ້ງທີ 31 ແລະບັນດາກອງປະຊຸມຂັ້ນສູງ ASEAN+3 (ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ) ຄັ້ງທີ 20, ASEAN+1 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ການາດາ, ສະຫະພາບເອີລົບ (EU), ສະຫະປະຊາຊາດ)  ແລະກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 12 ຢູ່ນະຄອນຫຼວງ ມານີລາ, ແຕ່ວັນທີ 12-14 ພະຈິກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ຈະເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 9 ແລະກອງປະຊຸມບັນດາການນໍາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ກອງປະຊຸມສຸດຍອດ ASEAN ຄັ້ງທີ 31 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງໄດ້ດໍາເນີນໃນສະພາບທີ່ອາຊຽນ ກ້າວເຂົ້າສູ່ອາຍຸ 50 ປີ (1967-2017) ແລະປະຊາຄົມອາຊຽນ ສ້າງຕັ້ງໄດ້ສອງປີດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະບັນດາແຜນການສັງລວມໃນທັງ 3 ເສົາຄໍ້າປະຊາຄົມກ່ຽວກັບການເມືອງ - ຄວາມໝັ້ນຄົງ, ເສດຖະກິິດ, ວັດທະນະທໍາ - ສັງຄົມ. ບັນດາເສົາຄໍ້າລ້ວນແຕ່ໄດ້ສ້າງກົນໄກຕິດຕາມກວດກາ ແລະຕີລາຄາຕິດພັນກັບແຜນການປະຕິບັດງານຂອງແຕ່ລະຂົງເຂດລົງເລິກຂະແໜງ, ປະກອບສ່ວນຮັບປະກັນປະສິດທິຜົນ ແລະຄວາມຄືບໜ້າໃນການປະຕິບັດຄໍາໝັ້ນສັນຍາ. ຄຽງຂ້າງນັ້ນ, ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ASEAN (MPAC) 2025 ແລະແຜນການປະຕິບັດງານໄລຍະ III ຂໍ້ລິເລີ່ມການເຊື່ອມໂຍງເຂົ້າກັບອາຊຽນ (IAI) ກໍ່ໄດ້ປະຕິບັດຢ່າງເປັນລະບົບ, ບັນດາປະເທດໄດ້ກໍານົດແຈ້ງບັນດາໂຄງການບູລິມະສິດ ແລະຈຸດສຸມຂອງແຕ່ລະປະເທດໃນການຜັນຂະຫຍາຍບັນດາຂົງເຂດຢ່າງລະອຽດ.

leftcenterrightdel
ພາບປະກອບຈາກ: baochinhphu.vn

ເບິ່ງລວມແລ້ວ, ວິວັດທະນາການສ້າງປະຊາຄົມອາຊຽນໃນມໍ່ໆມານີ້ໄດ້ສະຫງວນບູລິມະສິດຫຼາຍຢ່າງໃຫ້ບັນດາເປົ້າໝາຍຄືແມ່ຍິງ, ເດັກນ້ອຍ, ວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງ, ຊຸກຍູ້ບັນດາໂຄງການຮ່ວມມືພັດທະນາເສດຖະກິດ, ຮັດແຄບຊ່ອງຫວ່າງພັດທະນາ, ເພີ່ມທະວີການເຊື່ອມຕໍ່ ແລະບັນດາມາດຕະການຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ. ວິໄສທັດ ASEAN 2025 ໄດ້ຕິດພັນກັບໂຄງການດໍາເນີນງານ 2030 ຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງກໍ່ສະແດງໃຫ້ເຫັນວ່າອາຊຽນ ພວມມານະພາຍາຍາມບືນຕົວອອກສູ່ພາຍນອກ, ສູ້ຊົນກາຍເປັນສະມາຊິກຕັ້ງໜ້າຂອງປະຊາຄົມສາກົນ.

 ໃນຂະນະນັ້ນ, ອາຊຽນສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນການດຶງດູດການເຂົ້າຮ່ວມຍຸດທະສາດຂອງບັນດາປະເທດໃຫຍ່ເພື່ອຜົນປະໂຫຍດລວມແມ່ນສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ກອງປະຊຸມສຸດຍອດ ASEAN ຄັ້ງທີ 31 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງແມ່ນເຫດການສໍາຄັນທີ່ສຸດໃນປີຂອງອາຊຽນ, ດ້ວຍການເຂົ້າຮ່ວມຂອງການນໍາ 10 ປະເທດອາຊຽນ ແລະບັນດາຄູ່ຮ່ວມມື, ລ້ວນແຕ່ແມ່ນບັນດາປະເທດໃຫຍ່ຄື:  ອາເມລິກາ, ຈີນ, ຍີ່ປຸ່ນ, ອິນເດຍ, ລັດເຊຍ, ອົງການຈັດຕັ້ງພາກພື້ນ ແລະສາກົນ ສໍາຄັນແມ່ນ EU ແລະສະຫະປະຊາຊາດ. ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ທ່າອ່ຽງອາລັກຂາເພີ່ມຂຶ້ນ ແລະບັນດາສິ່ງທ້າທາຍນັບມື້ນັບໄດ້ປະກົດຂຶ້ນຫຼາຍ, ກອງປະຊຸມສຸດຍອດ ASEAN ຄັ້ງທີ 31 ແລະບັນດາກອງປະຊຸມຂັ້ນສູງລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໃນຄັ້ງນີ້ຈະເນັ້ນໜັກເຖິງການປັບປຸງ, ເພີ່ມທະວີຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ຊຸກຍູ້ການເຕີບໂຕເສດຖະກິດ, ຮັດແຄບຊ່ອງຫວ່າງພັດທະນາ, ຍົກສູງກໍາລັງຄວາມສາມາດຂອງປະຊາຄົມອາຊຽນ ເພື່ອອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນບັນດາປະເທດສະມາຊິກ ແລະຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ,  ຄວາມໝັ້ນຄົງຢູ່ພາກພື້ນ.

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມແມ່ນເພື່ອແນໃສ່ຮັດແໜ້ນ ແລະປັບປຸງນໍ້າໃຈສາມັກຄີອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງຂຶ້ນຕື່ມ, ສ້າງສະພາບແວດລ້ອມສະດວກໃຫ້ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະທົ່ວພາກພື້ນ, ພ້ອມກັນນັ້ນກໍ່ຍົກສູງຮູບພາບຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນບັນດາເນື້ອໃນການຮ່ວມມືພາກພື້ນ, ຈາກນັ້ນປົກປ້ອງປະສິດທິຜົນບັນດາຜົນປະໂຫຍດຂອງຫວຽດນາມ. ພວກເຮົາເຊື່ອໝັ້ນວ່າ, ບັນດາກອງປະຊຸມຂັ້ນສູງຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສົ່ງສານກ່ຽວກັບອາຊຽນ ແຫ່ງ “ສັນຕິພາບ, ສະຖຽນລະພາບ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, “ພາກພື້ນເປີດກວ້າງກັບພາຍນອກໃນປະຊາຄົມບັນດາປະເທດທົ່ວໂລກ”.

 

ແປໂດຍ: ຫງວຽນກຸກ