ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດຂອງທ່ານປະທານາທິບໍດີ Donald Trump ແລະດໍາເນີນໃນປີທໍາອິດທີ່ຂຶ້ນກຳອຳນາດ, ສະແດງຄວາມຖືເປັນສໍາຄັນການພົວພັນກັບ ຫວຽດນາມ, ສ້າງພື້ນຖານເພື່ອຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ ໃນໄລຍະຈະມາເຖິງ.

ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ດໍາເນີນໃນສະຖານະການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ- ອາເມລິກາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນຫຼັງຈາກການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ (ໃນລະຫວ່າງວັນທີ 29-31 ພຶດສະພາ 2017). ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະໄດ້ຕັ້ງໜ້າຜັນຂະຫຍາຍບັນດາໝາກຜົນ, ຂໍ້ຕົກລົງໃນການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

leftcenterrightdel
ທ່ານ Donald Trump ປະທານາທິບໍດີອາເມລິກາ ມາຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ. ພາບ: qdnd.vn

ນັບແຕ່ພາຍຫຼັງສອງປະເທດກໍານົດຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ (ເດືອນກໍລະກົດ 2013), ການພົວພັນ ຫວຽດນາມ-ອາເມລິກາ ບັນລຸໄດ້ຫຼາຍບາດກ້າວໃໝ່, ແທດຈິງໃນທັງສອງຝ່າຍ ແລະຫຼາຍຝ່າຍ, ບົນພື້ນຖານຄວາມເຄົາລົບນັບຖືຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງ ແລະເສັ້ນທາງພັດທະນາຂອງກັນເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາຢູ່ພາກພື້ນ ແລະໃນໂລກ.

ກ່ຽວກັບການພົວພັນດ້ານການເມືອງ-ການທູດ, ສອງຝ່າຍສືບຕໍ່ຮັກສາ, ເພີ່ມທະວີແລກປ່ຽນຄະນະຜູ້ແທນທຸກຂັ້ນ. ການພົວພັນຂອງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາກໍ່ພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງສອງປະເທດ.

ກ່ຽວກັບເສດຖະກິດ, ນັບແຕ່ປີ 2005, ອາເມລິກາ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມ. ວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງລຽນຕິດຢູ່ໃນລະດັບ 20% ໃນຊຸມປີມໍ່ໆມານີ້. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍ່ໄດ້ຮັບການຮັກສາໃນຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຊຸກຍູ້ຮ່ວມມືດ້ານປ້ອງກັນຊາດສອງຝ່າຍປີ 2011 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ອາເມລິກາ ປີ 2015.

ອາເມລິກາ ປະກາດຍົກເລີກຄຳສັ່ງຂວໍ້າບາດອາວຸດໃຫ້ ຫວຽດນາມ ຢ່າງສິ້ນເຊີງ. ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ (ລ້າສຸດແມ່ນຄະນະຜູ້ແທນໂດຍທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າໄປຢ້ຽມຢາມ ອາເມລິກາ ໃນເດືອນສິງຫາ 2017), ຮັກສາບັນດາກົນໄກເຈລະຈາສອງຝ່າຍ ແລະພົບປະທີ່ບັນດາເວທີປາໄສໃນພາກພື້ນ. ສອງປະເທດກໍ່ມີບັນດາບາດກ້າວທີ່ລະອຽດໃນການຮ່ວມມືແກ້ໄຂບັນດາບັນຫາທີ່ສົງຄາມປະໄວ້.

ກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກນິກ, ສອງຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ (ເດືອນມີນາ 2015), ຈັດການບໍລິຫານໃນຂອບເຂດສັນຍາການຮ່ວມມືດ້ານການນໍາໃຊ້ພະລັງງານນິວເຄຼຍຢ່າງສັນຕິພາບ (ເດືອນພຶດສະພາ 2016).

ປະຈຸບັນນີ້, ການຮ່ວມມືດ້ານການສຶກສາ, ການທ່ອງທ່ຽວ, ການແລກປ່ຽນປະຊາຊົນລະຫວ່າງສອງປະເທດກໍາລັງພັດທະນາຢ່າງຕັ້ງໜ້າ. ຝ່າຍ ອາເມລິການ ສືບຕໍ່ເອົາໃຈໃສ່ຕໍ່ບັນດາບັນຫາການຮ່ວມມືດ້ານສາທາລະນະສຸກ, ສິ່ງແວດລ້ອມ, ມະນຸດສະທຳ. ກ່ຽວກັບບັນຫາປະຊາທິປະໄຕ, ສິດທິມະນຸດ, ສອງຝ່າຍສືບຕໍ່ເຈລະຈາຢ່າງກົງໄປກົງມາ, ສ້າງສັນບັນດາບັນຫາທີ່ຍັງແຕກຕ່າງເພື່ອບໍ່ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງການຮ່ວມມືອື່ນໃນການພົວພັນສອງຝ່າຍ.

ຫວຽດນາມ ແລະອາເມລິກາ ກໍ່ເພີ່ມທະວີສົມທົບກັນທີ່ບັນດາເວທີປາໄສພາກພື້ນ ຄື: ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມລັດຖະມົນຕີປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+)… ໃນນັ້ນມີບັນດາບັນຫາພາກພື້ນ ຄື: ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ປັບປຸງຄວາມສາມັກຄີ ອາຊຽນ, ຍົກສູງບົດບາດໃຈກາງຂອງ ອາຊຽນ, ຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ອາເມລິກາ-ຫວຽດນາມ; ບັນດາບັນຫາທົ່ວໂລກ ຄື ຕ້ານກໍ່ການຮ້າຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ ແລະແຫຼ່ງຊັບພະຍາກອນນໍ້າ, ຕ້ານອາດຊະຍາກຳຂ້າມຊາດ…

ແປໂດຍ: ຈາງຫງວຽນ