ໂດຍໄດ້ຮັບຄໍາເຊີນຂອງທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປີນ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11, ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 4 ແລະຢ້ຽມຢາມ ສາທາລະນະລັດ ຟີລິບປີນ ໃນລະຫວ່າງວັນທີ 23 – 27 ຕຸລາ 2017.

ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຂົງເຂດຮ່ວມມືໃນຂອບເຂດ ADMM ແລະ ADMM+, ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ ອາຊຽນ; ຢັ້ງຢືນບົດບາດ, ຖານະບົດບາດຂອງຫວຽດນາມ ສໍາລັບພາກພື້ນ ແລະໃນໂລກ ຜ່ານການເຄື່ອນໄຫວທີ່ບັນດາເວທີປາໄສຫຼາຍຝ່າຍກໍ່ຄືຊຸກຍູ້ຄວາມມານະພະຍາຍາມລວມເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ຄຽງຄ້າງນັ້ນ, ການຢ້ຽມຢາມປະເທດ ຟີລິບປີນ ຢ່າງເປັນທາງການຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເພື່ອແນໃສ່ແລກປ່ຽນ, ເຫັນດີເປັນເອກະພາບບັນດາເນື້ອໃນ, ມາດຕະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ປະກອບສ່ວນປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະຟີລິບປີນ.

 

ແປໂດຍ: ຮວ່າງເຈື່ອງ