ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ ຄົບຮອບ 55 ປີ (5-9-1962 / 5-9-2017), ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະທ່ານ ດັ້ງດີ່ງກຸ໋ຍ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ມີບົດຂຽນລວມກ່ຽວກັບການພົວພັນລະຫວ່າງສອງປະເທດໃນຊຸມປີຜ່ານມາ ກໍ່ຄືບັນດາ ມາດຕະການເພື່ອແນໃສ່ເສີມຂະຫຍາຍຄຸນລັກສະນະພິເສດຂອງການພົວພັນຫວຽດນາມ - ລາວ ໃນສະພາບການໃໝ່... ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍຖືເປັນກຽດລົງພິມເນື້ອໃນບົດຂຽນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017. ພາບ: baoquocte.vn

ຫວຽດນາມ ແລະລາວ, ຍາມໃດສອງຊາດກໍ່ຄຽງບ່າຄຽງໄຫຼ່ນໍາກັນ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນຳກັນ. ສາຍພົວພັນແບບພິເສດ, ເລີ່ມຈາກຄວາມໃກ້ຊິດຕິດແທດກ່ຽວກັບພູມີປະເທດ, ການແບ່ງປັນກ່ຽວກັບປະຫວັດສາດຕໍ່ສູ້ຕ້ານສັດຕູໂຕດຽວກັນ, ພ້ອມທັງແມ່ນການຮ່ວມມືຢ່າງແໜ້ນແຟ້ນ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ກ້າວເຂົ້າສູ່ໄລຍະໃໝ່, ໃນສະພາບການພາກພື້ນ ແລະໂລກ ມີການຜັນແປຢ່າງສັບສົນຫຼາຍຢ່າງ, ແຕ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ ຍັງສະໜິດຕິດແໜ້ນ, ພັດທະນາຢ່າງບໍ່ຢຸດຢັ້ງ. ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ສອງປະເທດ ຫວຽດນາມ - ລາວ ບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສ້າງສາ ແລະພັດທະນາຂອງແຕ່ລະປະເທດ ແລະນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບພາກພື້ນ ແລະໂລກ; ບົດບາດ ແລະທີ່ຕັ້ງສາກົນນັບມື້ນັບຍົກສູງ. ສອງຊາດພວກເຮົາຍາມໃດກໍ່ສະຫງວນໃຫ້ກັນການສະໜັບສະໜູນ ແລະການຊ່ວຍເຫຼືອຢ່າງສຸດຈິດສຸດໃຈບົນຈິດໃຈສະຫາຍອ້າຍນ້ອງ. ການນໍາພັກ, ລັດຂອງສອງປະເທດຍາມໃດກໍ່ຕັດສິນໃຈລວມປັບປຸງ ແລະພັດທະນາສາຍພົວພັນສອງປະເທດຢ່າງບໍ່ຢຸດຢັ້ງ; ຍາມໃດກໍ່ຢືນຢັນສາຍພົວພັນຂອງສອງປະເທດຫວຽດນາມ-ລາວ ພວກເຮົາແມ່ນສາຍພົວພັນ “ເປັນຕາຍ”, “ກົດເກນຂອງການຍືນຍົງຄົງຕົວ ແລະ ພັດທະນາ”, ສອງຊາດ “ບໍ່ສາມາດແຍກອອກຈາກກັນໄດ້” ແລະຖືວ່າ “ຄວນຮັກສາສາຍພົວພັນແບບພິເສດ ຫວຽດນາມ - ລາວ ຄືຮັກສາແກ້ວຕາຂອງຕົນ”. ຍ້ອນອີງໃສ່ຄວາມຕັດສິນໃຈນັ້ນ, ການພົວພັນແບບພິເສດ ແລະການຮ່ວມມືຮອບດ້ານສອງປະເທດ ຈຶ່ງນັບມື້ນັບສະໜິດຕິດແໜ້ນ, ປ່ຽນໃໝ່ ແລະພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງ.

ການພົວພັນດ້ານການເມືອງນັບມື້ນັບພັດທະນາເຂົ້າສູ່ລວງເລິກ. ສອງຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳດ້ວຍຫຼາຍຮູບການ. ຫວ່າງແລ້ວນີ້,  ເປັນຕົ້ນແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ (ເດືອນ ເມສາ 2016) ແລະການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ຫງວຽນຟຸຈ້ອງ (ເດືອນ ທັນວາ 2016). ບັນດາກົນໄກການຮ່ວມມືລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປ່ຽນໃໝ່ຕາມທິດມີປະສິດທິຜົນ, ແທດຈິງກວ່າອີກ.

ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການຍູ້ແຮງ, ເປັນຕົ້ນແມ່ນບັນດາການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກໍາ, ການຄ້າຂາຍຢາເສບຕິດ, ການຄ້າສິນຄ້າເຖື່ອນຜ່ານຊາຍແດນ; ແກ້ໄຂສະພາບການອົບພະຍົບ ແລະການອົບພະຍົບເສລີຄືນໃໝ່. ວຽກງານຊອກຫາ, ຂຸດເອົາອັດຖິທະຫານອາສາສະໝັກ ຫວຽດນາມ ໄດ້ເສຍສະຫຼະຊີວິດຢູ່ລາວ ສືບຕໍ່ໄດ້ຮັບການຜັນຂະຫຍາຍ. ສອງປະເທດໄດ້ສ້າງສໍາເລັດໂຄງການເພີ່ມຄວາມຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ເຊັນບັນດາເອກະສານສໍາເລັດໂຄງການຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ໃນວັນທີ 16 ມີນາ 2016.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ,  ເພີ່ມເຕີມບັນດາທ່າແຮງໃຫ້ກັນໃນວິວັດການຍູ້ແຮງຫັນເປັນອຸດສາຫະກໍາ, ທັນສະໄໝຢູ່ແຕ່ລະປະເທດ. ສອງປະເທດໄດ້ຮ່ວມສຳພັນ ແລະຊ່ວຍຊູເຊິ່ງກັນ ແລະກັນລະຫວ່າງສອງພື້ນຖານເສດຖະກິດເທື່ອລະກ້າວ; ເອົາໃຈໃສ່ເປັນພິເສດກ່ຽວກັບການຄົມມະນາຄົມ ແລະພະລັງງານດ້ວຍເລື່ອງເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານກ່ຽວກັບການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ລາວ ແລະຊື້ຂາຍໄຟຟ້າລະຫວ່າງສອງປະເທດຮອດປີ 2030 (ເດືອນ ຕຸລາ 2016), ຂໍ້ຕົກລົງກ່ຽວກັບການລົງທຶນກໍ່ສ້າງເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ (ເດືອນ ພະຈິກ 2016), ແຜນການ 5 ປີ (2016-2020) ປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບຍຸດທະສາດຄົມມະນາຄົມຂົນສົ່ງຫວຽດນາມ - ລາວ; ໂຄງການກໍ່ສ້າງຄັງສາງ ແລະລະບົບທໍ່ນ້ຳມັນຈາກທ່າກຳປັ່ນ ຮ່ອນລາ ໄປຫາ ຄໍາມ່ວນ; ຍູ້ແຮງການກໍ່ສ້າງ ແລະຍົກລະດັບບັນດາເສັ້ນທາງເຊື່ອມຕໍ່ແລວຕາເວັນຕົກ - ຕາເວັນອອກ ແລະເຊື່ອມຕໍ່ກັບພາກພື້ນ; ສ້າງເງື່ອນໄຂໃຫ້ລາວ ມີເສັ້ນທາງອອກສູ່ທະເລເພື່ອສົ່ງອອກ - ນຳເຂົ້າສິນຄ້າ, ໃນນັ້ນມີການຂຸດຄົ້ນທ່າກຳປັ່ນ ຫວູ໊ງອ໋າງ ຢ່າງມີປະສິດທິຜົນ. ຕໍ່ກັບຄວາມຫຍຸ້ງຍາກຂອງວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວ ໃນປະຈຸບັນ, ການນໍາສອງປະເທດໄດ້ຊີ້ນໍາແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນເທື່ອລະກ້າວ; ຕັ້ງໜ້າຊອກຫາບັນດາມາດຕະການຊຸກຍູ້ວົງເງິນການຄ້າລະຫວ່າງສອງປະເທດ.

ການຮ່ວມມືດ້ານການສຶກສາ - ກໍ່ສ້າງ, ວັດທະນະທໍາ, ວິທະຍາສາດ - ເຕັກໂນໂລຊີ... ໄດ້ໃຫ້ບຸລິມະສິດ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີກໍາລັງແຮງບົ່ມຊ້ອນວິທະຍາສາດ - ເຕັກໂນໂລຊີຢູ່ແຕ່ລະປະເທດ. ມາຮອດປະຈຸບັນ, ມີນັກສຶກສາລາວກວ່າ  14.000 ຄົນ ພວມຮໍ່າຮຽນຢູ່ຫວຽດນາມ ແລະນັກສຶກສາຫວຽດນາມ 250  ຄົນ ພວມຮໍ່າຮຽນຢູ່ລາວ.

ໃນຂົງເຂດການພົວພັນຕ່າງປະເທດ, ສອງປະເທດຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນ ແລະສົມທົບກັນຢ່າງມີປະສິດທິຜົນໃນບັນດາເວທີປາໄສຫຼາຍຝ່າຍ, ບັນດາຂອບເຂດການຮ່ວມມືພາກພື້ນ, ພ້ອມກັນຍົກສູງທີ່ຕັ້ງຂອງທັງສອງປະເທດ, ປະກອບສ່ວນຮັກສາສິ່ງແວດລ້ອມສາກົນ ແລະພາກພື້ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາວັດທະນາຖາວອນ.

ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2017 ຈະສ້າງບັນດາໜ້າປະຫວັດສາດໃໝ່ໃຫ້ການພົວພັນແບບພິເສດຫວຽດນາມ - ລາວ. ປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ, ດ້ວຍຄວາມຕັດສິນໃຈຮັກສາ ແລະເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ໃນໄລຍະຈະມາເຖິິງພວກເຮົາຈະພ້ອມກັນສົມທົບ ແລະຮ່ວມມືຢ່າງແໜ້ນແຟ້ນເພື່ອເສີມຂະຫຍາຍຄຸນລັກສະນະພິເສດຂອງການພົວພັນຫວຽດນາມ - ລາວ ໃນສະພາບການໃໝ່, ນໍາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ໃຫ້ນັບມື້ນັບຍືນຍົງ, ເລິກເຊິ່ງ ແລະມິປະສິດທິຜົນ. ລະອຽດຄື:

ສອງຝ່າຍຈະຕັ້ງໜ້າຜັນຂະຫຍາຍບັນດາຖະແຫຼງການຮ່ວມ ແລະບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໝາກຜົນຂອງກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ - ລາວ, ລາວ - ຫວຽດນາມ; ບູລະນະ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ; ເພີ່ມທະວີການພົວພັນການເມືອງ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງພາຍໃຕ້ຫຼາຍຮູບການ; ຍູ້ແຮງບັນດາການເຄື່ອນໄຫວການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ,  ທ້ອງຖິ່ນຢ່າງມີປະສິດທິຜົນ; ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ ຢູ່ແຕ່ລະປະເທດເປັນຢ່າງດີ.

ຍູ້ແຮງບັນດາການເຄື່ອນໄຫວການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ເປັນຕົ້ນແມ່ນບັນດາອາດຊະຍາກຳຂ້າມຊາດປະເພດຕ່າງຄືການຄ້າຂາຍຢາເສບຕິດ, ການຄ້າເຖື່ອນ; ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຢູ່ເຂດຊາຍແດນເປັນຢ່າງດີຄື: ອົບພະຍົບເສລີຂ້າມຊາຍແດນຢ່າງຜິດກົດໝາຍ; ເຜີຍແຜ່ ແລະຜັນຂະຫຍາຍບັນດາສັນຍາ, ຂໍ້ ຕົກລົງກ່ຽວກັບຊາຍແດນເປັນຢ່າງດີ.

ສືບຕໍ່ຍົກສູງລັກສະນະເຊື່ອມຕໍ່, ຊ່ວຍຊູລະຫວ່າງສອງພື້ນຖານເສດຖະກິດ, ຊຸກຍູ້ບັນດາການເຄື່ອນໄຫວການລົງທຶນຂອງວິສາຫະກິດຫວຽດນາມຢູ່ລາວ: ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມືເສດຖະກິດເທື່ອລະກ້າວ.

ເພີ່ມທະວີການໂຄສະນາ, ການສຶກສາກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ, ເປັນຕົ້ນແມ່ນຮຸ່ນໜຸ່ມດ້ວຍຫຼາຍຮູບການທີ່ອຸດົມສົມບູນ ແລະແທດຈິງ.

ກໍ່ສ້າງຖັນແຖວພະນັກງານຮັບຜິດຊອບໃຫ້ມີຄວາມສຸດຈິດສຸດໃຈ ແລະມີລະດັບຄວາມຮູ້, ວິຊາສະເພາະສູງ, ເຂົ້າໃຈດີກ່ຽວກັບວັດທະນະທໍາ, ຮີດຄອງປະເພນີ ແລະພາສາຂອງກັນ, ເຊິ່ງແມ່ນບັນດາພະນັກງານ “ພິເສດ” ເພື່ອເປັນຫຼັກແຫຼ່ງ ແລະແກ່ນສານຜັນຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ, ລາວ - ຫວຽດນາມ.

ດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ຈະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະເພື່ອການພັດທະນາຢູ່ພາກພື້ນ ແລະໃນໂລກ.

ບົດຂຽນຂອງ ທ່ານນາງ ປທ  ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ປອ ດັ້ງດີ່ງ ກຸ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

 

ແປໂດຍ: ເຈິ່ນຮວ່ຽນ