ຫວຽດນາມ ແລະລາວ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 5 ກັນຍາ 1962. ມາຮອດປະຈຸບັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີແບບພິເສດ, ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງດີງາມ. ສອງຝ່າຍໄດ້ຮັກສາບັນດາກົນໄກການຮ່ວມມືສອງຝ່າຍຄືກົນໄກຈັດຕັ້ງກອງປະຊຸມປະຈໍາປີຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍເປັນຢ່າງດີ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ ແລະບັນດາຂັ້ນຢ່າງເປັນປະຈໍາ; ສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການພົວພັນຕ່າງປະເທດ, ສ້າງກົນໄກເຈລະຈາໃໝ່ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ຢ່າງເປັນປະຈໍາ ນັບແຕ່ເດືອນທັນວາ 2014, ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ (ເດືອນ ກໍລະກົດ 2015).

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ຂວາ) ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 39 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ຮ່າໂນ້ຍ ເດືອນ ກຸມພາ 2017. ພາບ: TTXVN

ໄລ່ມາຮອດເດືອນກຸມພາ 2017, ຫວຽດນາມ ລົງທຶນເຂົ້າ ລາວ 408 ໂຄງການ, ລວມຍອດທຶນປະມານ 3,7 ຕື້ໂດລາສະຫະລັດ. ຫຼາຍໂຄງການລົງທຶນໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ການຜະລິດ, ການດໍາເນີນທຸລະກິດມີກໍາໄລ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດການພັດທະນາຂອງສອງປະເທດ, ສ້າງວຽກເຮັດງານທໍາ, ສະຫວັດດີສັງຄົມ...; ຊ່ວຍ ລາວ ປະຕິບັດນະໂຍບາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ເປັນຢ່າງດີ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກເພື່ອນມິດ. ສອງຝ່າຍໄດ້ເຊັນສັນຍາການຄ້າສະບັບໃໝ່ໃນເດືອນມີນາ 2015 ແລະສັນຍາການຄ້າຊາຍແດນໃນເດືອນມິຖຸນາ 2015. ວົງເງິນການຄ້າ ຫວຽດນາມ-ລາວ ປີ 2016 ບັນລຸໄດ້ 823 ລ້ານ ໂດລາສະຫະລັດ. ເພື່ອຊຸກຍູ້ການແລກປ່ຽນການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າສອງປະເທດໄດ້ສົມທັບກັນຈັດຕັ້ງກອງປະຊຸມເຜີຍແຜ່ສັນຍາການຄ້າ ແລະສັນຍາການຄ້າຊາຍແດນ ຫວຽດນາມ-ລາວ ຢູ່ແຂວງ ສະຫວັນນະເຂດ ແລະນະຄອນຫຼວງ ວຽງຈັນ (ແຕ່ວັນທີ 5-6 ກໍລະກົດ 2016).

ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ ໄດ້ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນກ່ຽວກັບການຝຶກແອບ, ບໍາລຸງສ້າງ. ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ; ໄດ້ຈັດຕັ້ງສໍາເລັດພິທີສະຫຼຸບໝາກຜົນໂຄງການເພີ່ມຄວາມຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ຢູ່ຮ່າໂນ້ຍ ໃນວັນທີ 16 ມີນາ 2016, ດ້ວຍການເຂົ້າຮ່ວມຂອງນາຍົກລັດຖະມົນຕີສອງທ່ານ. ສອງຝ່າຍກໍ່ເຊັນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ຫວຽດນາມ-ລາວ; ສືບຕໍ່ຍູ້ແຮງການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບເສລີ ແລະການສົມລົດບໍ່ໄດ້ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ-ລາວ. ວຽກງານການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານອາສາສະໝັກ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍເປັນຢ່າງດີ. ລະດູແລ້ງ ປີ 2015-2016, ສອງຝ່າຍໄດ້ຊອກຫາ, ຂຸດເອົາແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ຢູ່ລາວ ໄດ້ 233 ຊຸດ ກັບຄືນປະເທດ.

ຄຽງຂ້າງນັ້ນ, ສອງຝ່າຍຍັງຍູ້ແຮງການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ກ່ຽວກັບຄົມມະນາຄົມຂົນສົ່ງໃນຂອບເຂດການຮ່ວມມືສອງຝ່າຍ, ກໍ່ຄືເຂດອະນຸພາກພື້ນ; ໄດ້ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານກ່ຽວກັບຍຸດທະສາດການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ໄລຍະ 2016-2025, ວິໄສທັດຮອດ ປີ 2030; ສືບຕໍ່ຄົ້ນຄ້ວາ, ທະວີຄູນຮູບແບບກວດກາ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ” ໄປສູ່ບັນດາຄູ່ດ່ານຊາຍແດນສາກົນອື່ນລະຫວ່າງສອງປະເທດ.

ກ່ຽວກັບການສຶກສາ, ປີ 2015-2016, ຫວຽດນາມ ສືບຕໍ່ສະຫງວນໃຫ້ແກ່ ລາວ ທຶນການສຶກສາ 1.000 ທຶນ, ໃນຂະນະທີ່ ລາວ ສະຫງວນໃຫ້ ຫວຽດນາມ ທຶນການສຶກສາ 60 ທຶນ. ເປັນຄັ້ງທໍາອິດທີ່ ກະຊວງສຶກສາທິການ ແລະກິລາ ລາວ ຈັດຕັ້ງ “ງານວາງສະແດງການສຶກສາມະຫາວິທະຍາໄລ ຫວຽດນາມ” ຢູ່ນະຄອນຫຼວງ ວຽງຈັນ (ເດືອນພຶດສະພາ 2016) ເພື່ອດຶງດູດນັກຮຽນ ລາວ ໄປຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລຂອງຫວຽດນາມດ້ວຍທຶນຕົນເອງ.

ສອງຝ່າຍກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສການຮ່ວມມືໃນພາກພື້ນ ແລະສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັບບັນດາປະເທດສະມາຊິກອື່ນໃນການສ້າງປະຊາຄົມອາຊຽນ, ຮັກສາຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ.

ການຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ ສະແດງໃຫ້ເຫັນການຖືເປັນສໍາຄັນຂອງລັດຖະບານ ແລະປະຊາຊົນ ຫວຽດນາມ ກັບປະເທດເພື່ອນມິດ ລາວ, ປະກອບສ່ວນສໍາຄັນເຂົ້າໃນການສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິພາບ, ແທດຈິງ.

ແປໂດຍ: ເຈິ່ນຮວ່ຽນ