WEF ໄດ້ຮັບຖືວ່າແມ່ນແຫ່ງເລີ່ມຕົ້ນບັນດາແນວຄວາມຄິດພັດທະນາໃໝ່, ຫົວຄິດປະດິດສ້າງທີ່ມີລະດັບຍຸດທະສາດທົ່ວໂລກ. ນີ້ແມ່ນໜຶ່ງໃນບັນດາເວທີປາໄສອິດທິພົນຊື່ສຽງ ແລະການເຄື່ອນໄຫວຢ່າງມີປະສິດທິຜົນ, ດຶງດູດຄວາມເອົາໃຈໃສ່, ເຂົ້າຮ່ວມຂອງການນໍາບັນດາປະເທດໃຫຍ່, ບັນດາອົງການຈັດຕັ້ງສາກົນ ກໍ່ຄື ບັນດາກຸ່ມບໍລິສັດ, ບໍລິສັດແຖວໜ້າໃນໂລກເກືອບທັງໝົດ. ແຕ່ລະປີ, WEF ຈັດຕັ້ງຫຼາຍເວທີປາໄສທົ່ວໂລກ ແລະພາກພື້ນ, ເຕົ້າໂຮມບັນດາການນໍາລັດຖະບານ, ການນໍາວິສາຫະກິດ, ບັນດາອົງການຈັດຕັ້ງສັງຄົມ, ບັນດານັກຮຽນຮູ້ທີ່ມາຈາກທົ່ວໂລກເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ-ພັດທະນາ ແລະສະຖານະການທົ່ວໂລກ.

leftcenterrightdel
ທ່ານ ດວ່ານຊວນຮືງ. ພາບ: ຈ້ອງຫ໊າຍ.

ຍ້ອນແນວນັ້ນ, ຖ້ານໍາ “ຕະຫຼາດແນວຄວາມຄິດ” ໃຫຍ່ທີ່ສຸດ ຄື WEF ມາຈັດຕັ້ງຢູ່ຫວຽດນາມ, ຄືດັ່ງຄໍາເວົ້າຂອງທ່ານ ດວ່ານຊວນຮືງ ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈໍາເຢຍລະມັນ ແມ່ນ “ສຸດທີ່ດີ”. “ເຂົາເຈົ້າມາເພື່ອແລກປ່ຽນແນວຄວາມຄິດປັດຈຸບັນໂລກຄືແນວໃດ, ມີບັນດາທ່າອ່ຽງໃດ? ຖ້າກຳໄດ້ບັນດາທ່າອ່ຽງນັ້ນພວກເຂົາຈະມີໂອກາດວາງແຜນພັດທະນາປະເທດຊາດໃນອະນາຄົດ”.

ທ່ານ ດວ່ານຊວນຮືງ ໃຫ້ຂໍ້ສັງເກດວ່າເມື່ອເປັນເຈົ້າພາບຈັດຕັ້ງກອງປະຊຸມຂອງ WEF ຈະແມ່ນກາລະໂອກາດເພື່ອໂຄສະນາເຜີຍແຜ່ຫວຽດນາມ ເຖິງວົງການການເມືອງ ກໍ່ຄື ບັນດາວິສາຫະກິດແຖວໜ້າໃນໂລກ ແລະພາກພື້ນ, ຈາກນັ້ນຊຸກຍູ້ບັນດາຄູ່ຮ່ວມມືເພີ່ມທະວີການຮ່ວມມືກັບຫວຽດນາມ, ບັນດາກຸ່ມບໍລິສັດແຖວໜ້າຂອງໂລກທີ່ມີກໍາລັງແຮງບົ່ມຊ້ອນດ້ານການເງິນ, ເຕັກໂນໂລຢີ ແລະຕະຫຼາດເອົາໃຈໃສ່, ລົງທຶນເຂົ້າຫວຽດນາມ, ແກ່ງແຍ້ງບັນດາແຫຼ່ງທຶນທີ່ມີຄຸນນະພາບ, ເຕັກໂນໂລຢີ ທັນສະໄໝຮັບໃຊ້ວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະປ່ຽນແປງໃໝ່ຮູບແບບການເຕີບໂຕ. “ຖ້າ WEF ໄດ້ຈັດຕັ້ງຢູ່ຫວຽດນາມ, ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກວິສາຫະກິດນັບສິບ, ນັບຮ້ອຍແຫ່ງໃນຈໍານວນວິສາຫະກິດໃຫຍ່ນັບພັນແຫ່ງຂອງ WEF ເທົ່ານັ້ນກໍ່ແມ່ນຜົນສໍາເລັດ, ແມ່ນວິທີໂຄສະນາເຜີຍແຜ່ຮູບພາບດີທີ່ສຸດໃຫ້ປະເທດພວກເຮົາແລ້ວ. ສິ່ງສໍາຄັນກວ່າ, ນີ້ແມ່ນໂອກາດເພື່ອໃຫ້ເຂົາເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນໃນການພັດທະນາຂອງຫວຽດນາມ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໃນຂອບເຂດກອງປະຊຸມ WEF ASEAN 2018. ພາບ: ຈ້ອງຫ໊າຍ.

ຜົນສຳເລັດຂອງກອງປະຊຸມ WEF ອາຊີຕາເວັນອອກ ປີ 2010 ແມ່ນກໍາລັງໜູນເພື່ອໃຫ້ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະມີການປະກອບສ່ວນ, ຂໍ້ລິເລີ່ມທີ່ພົ້ນເດັ່ນຫຼາຍກວ່າຢູ່ເວທີປາໄສທີ່ມີອິດທິພົນຊື່ສຽງແຖວໜ້າຂອງໂລກນີ້, ໃນນັ້ນຕ້ອງເວົ້າເຖິງເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມ WEF ກ່ຽວກັບພາກພື້ນແມ່ນໍ້າຂອງປີ 2016 ແລະກອງປະຊຸມ WEF ASEAN 2018.

“ນີ້ແມ່ນກອງປະຊຸມໃຫຍ່ທີ່ສຸດກ່ຽວກັບອາຊຽນຂອງ WEF. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເຊື່ອໝັ້ນ ກໍ່ຄື ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ແລະອາຊຽນ”, ທ່ານ ສຈ. Klaus Schwab, ຜູ້ສ້າງຕັ້ງທັງເປັນປະທານບໍລິຫານ WEF ແບ່ງປັນກັບວົງການນັກຂ່າວຄືແນວນັ້ນເມື່ອເຂົ້າຮ່ວມກອງປະຊຸມ WEF ASEAN 2018. ຈາກຄວາມກັງວົນໃນເບື້ອງຕົ້ນ, ປັດຈຸບັນ WEF ນັບມື້ນັບຕັ້ງຄວາມເຊື່ອໝັ້ນຕໍ່ຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມ ແມ່ນປະເທດທໍາອິດ ແລະໜຶ່ງດຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ WEF ໄດ້ລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງການຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ ແລະເອກະຊົນ (PPP).

ໂດຍ: ເຈິ່ນຮວ່ຽນ