ນັກຂ່າວ: ຂໍຮຽນ ທ່ານ, WEF Davos ປີນີ້ໄດ້ດໍາເນີນໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, ສົ່ງຜົນກະທົບບໍ່ໜ້ອຍເຖິງປະເທດຕ່າງໆ, ໃນນັ້ນມີຫວຽດນາມ. ສານຫຼັກ ເຊິ່ງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ນຳມາກອງປະຊຸມຄັ້ງນີ້ແມ່ນຫຍັງ?

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ. ພາບ: infonet.vn.

ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ: ໂລກພວມມີການຫັນປ່ຽນໃໝ່ຕ່າງໆ. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຂ້ຽວຂາດ, ສັບສົນ, ສົ່ງຜົນກະທົບຫຼາຍຢ່າງເຖິງເສດຖະກິດໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4 ສ້າງກາລະໂອກາດຫຼາຍຢ່າງ, ແຕ່ກໍ່ວາງອອກຫຼາຍບັນຫາໃໝ່. ໃນສະພາວະດັ່ງກ່າວ, WEF ປີນີ້ໄດ້ເລືອກເອົາຫົວຂໍ້ “ໂລກາພິວັດ 4.0” ສ່ອງແສງເຖິງຄວາມເອົາໃຈໃສ່ລວມ, ບໍ່ພຽງແຕ່ຂອງບັນດາການນຳເທົ່ານັ້ນ ຫາກຍັງຂອງທັງປະຊາຄົມວິສາຫະກິດ ແລະປະຊາຊົນອີກດ້ວຍ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ WEF Davos ຄັ້ງນີ້ດ້ວຍສານຢ່າງແຮງ, ສະແດງໃຫ້ເຫັນຄວາມມຸ່ງຫວັງ ແລະຄວາມຕັດສິນໃຈຂອງຫວຽດນາມ ແມ່ນກາຍເປັນ “ປະເທດມີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ”, ເປັນພື້ນຖານເສດຖະກິດຮ່ວມສຳພັນກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ໃນການປະຕິວັດອຸດສາຫະກຳ 4.0 ແລະໂລກາພິວັດ 4.0, ຫວຽດນາມປາດຖະໜາວ່າບັນດາຜູ້ນໍາໜ້າ, ຕັ້ງໜ້າພ້ອມກັບປະເທດຕ່າງໆກໍ່ສ້າງໂລກໃຫ້ມີຄວາມວັດທະນາຖາວອນ. ດ້ວຍຄວາມຕັດສິນໃຈກຳແໜ້ນບັນດາກາລະໂອກາດ ແລະທ່າແຮງຂອງການປະຕິວັດ 4.0, ຫວຽດນາມຈະຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ. ນີ້ກໍ່ແມ່ນກາລະໂອກາດ ແລະຈຸດເວລາສະດວກເພື່ອໃຫ້ບັນດາກຸ່ມບໍລິສັດແຖວໜ້າໃນໂລກເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ແລະກໍ່ສ້າງບັນດາສູນຜະລິດໃນອະນາຄົດ.

ນັກຂ່າວ: ຂໍຮຽນທ່ານ, ຫວຽດນາມໄດ້ສົມທົບກັບ WEF ຈັດຕັ້ງ WEF ASEAN 2018 ຢູ່ ຮ່າໂນ້ຍ ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍໃນສາຍຕາເພື່ອນມິດສາກົນ. ຫວຽດນາມໄດ້ສ້າງຂີດໝາຍໃດແດ່ຢູ່ກອງປະຊຸມຄັ້ງນີ້?

ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ: ຂີດໝາຍທຳອິດ ເຊິ່ງຫວຽດນາມສ້າງຂຶ້ນຢູ່ກອງປະຊຸມຄັ້ງນີ້ແມ່ນເລື່ອງທ່ານ ຫງວຽນຊວນຟຸກ ຍົກອອກ 2 ຂໍ້ລິເລີ່ມ: ຂໍ້ລິເລີ່ມສ້າງຕັ້ງ “ເວທີປາໄສຄູ່ຮ່ວມມືພາກລັດ-ເອກະຊົນ ເປີດກວ້າງກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປົກປັກຮັກສາສິ່ງແວດລ້ອມທະເລ” ເພື່ອເພີ່ມທະວີການແບ່ງປັນບົດຮຽນ, ການຮ່ວມມື, ການຖ່າຍທອດເຕັກໂນໂລຢີ, ລະດົມບັນດາແຫຼ່ງກຳລັງ ແລະດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະປົກປັກຮັກສາສິ່ງແວດລ້ອມທະເລ; ຂໍ້ລິເລີ່ມກ່ຽວກັບເລື່ອງ  WEF ສົມທົບກັບບັນດາຄູ່ຮ່ວມມືຄົ້ນຄວ້າ, ຊຸກຍູ້ການສ້າງເປັນເຄືອຂ່າຍທົ່ວໂລກກ່ຽວກັບການແບ່ງປັນຂໍ້ມູນທະເລ ແລະມະຫາສະໝຸດເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ເຕັກໂນໂລຢີທະເລ-ມະຫາສະໝຸດ. ບັນດາຂໍ້ລິເລີ່ມນີ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາທົ່ວໂລກ, ຢັ້ງຢືນອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມທີ່ບັນດາເວທີປາໄສຫຼາຍຝ່າຍ ແລະໄດ້ຮັບຄວາມເຫັນດີເຫັນພ້ອມ, ຊົມເຊີຍຈາກບັນດາຜູ້ແທນ.

ຂີດໝາຍທີ 2 ແມ່ນເປັນຄັ້ງທຳອິດທີ່ຫວຽດນາມ ແລະ WEF ສົມທົບກັນຈັດຕັ້ງວາລະປຶກສາຫາລືພິເສດກ່ຽວກັບຫວຽດນາມ ພາຍໃຕ້ຮູບການຖ່າຍທອດສົດການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ແລະປະທານ WEF, ອັນໄດ້ດຶງດູດຜູ້ຊົມໃນທົ່ວໂລກນັບຫຼາຍລ້ານຄົນ. ຜ່ານການເຈລະຈາຄັ້ງນີ້, ບັນດາສານຢ່າງແຮງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມໄດ້ຮັບການເຜີຍແຜ່ໄປທົ່ວໂລກ.

ຂີດໝາຍທີ 3 ກໍ່ແມ່ນຄັ້ງທຳອິດທີ່ລັດຖະບານຫວຽດນາມ ເປັນເຈົ້າການໃນການສົມທົບກັບ WEF ຈັດຕັ້ງການເຈລະຈາເສດຖະກິດຫວຽດນາມ ດ້ວຍຫົວຂໍ້ “ຊຸກຍູ້ຄວາມຂະຫຍັນຂັນເຄື່ອນ ແລະປະດິດຄິດສ້າງໃນການປະຕິວັດອຸດສາຫະກຳ 4.0”, ດ້ວຍການເຂົ້າຮ່ວມຂອງຜູ້ອຳນວຍການບໍລິຫານ WEF ພ້ອມກັບການນຳບັນດາກຸ່ມບໍລິສັດແຖວໜ້າໃນໂລກກວ່າ 30 ຄົນ, ຄື: GE, Total, Siemens, Pepsico, Procter & Gamble, Nokia, Hanwha, SAP, Prudential, Unilever… ແລະບັນດາກຸ່ມບໍລິສັດໃຫຍ່ຂອງຫວຽດນາມ. ເສີມຂະຫຍາຍຜົນສຳເລັດຂອງ WEF ASEAN 2018 ແລະບັນດາຜົນງານໃນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີຜ່ານມາ, ນີ້ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດແນໃສ່ໂຄສະນາເສດຖະກິດຫວຽດນາມ ເຖິງບັນດາກຸ່ມບໍລິສັດສາກົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ບັນດາກຸ່ມບໍລິສັດໃຫຍ່ເພີ່ມທະວີການລົງທຶນເຂົ້າຫວຽດນາມ.

ຂີດໝາຍທີ 4 ແມ່ນເລື່ອງຫວຽດນາມ ແລະ WEF ໄດ້ເຊັນຂໍ້ຕົກລົງຮ່ວມມື 3 ສະບັບ, ໃນນັ້ນໜ້າສົນໃຈທີ່ສຸດແມ່ນຂໍ້ຕົກລົງຮ່ວມມືກໍ່ສ້າງສູນປະຕິວັດອຸດສາຫະກຳ 4.0 ຢູ່ ຫວຽດນາມ  ແລະການເຊື່ອມຕໍ່ສູນນີ້ກັບບັນດາສູນປະຕິວັດອຸດສາຫະກໍາ 4.0 ຂອງ WEF ຢູ່ໃນໂລກ. ຫວຽດນາມ ແມ່ນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ເຊັນຂໍ້ຕົກລົງນີ້ກັບ WEF.

ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມ WEF Davos ແມ່ນການເຄື່ອນໄຫວທາງການທູດຫຼາຍຝ່າຍທຳອິດຂອງການນຳພັກ ແລະ ລັດ ໃນປີ 2019. ການເຂົ້າຮ່ວມ WEF Davos ຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ, ຮອບດ້ານທາງດ້ານການເມືອງ, ການພົວພັນຕ່າງປະເທດ ແລະເສດຖະກິດ, ສິ່ງແວດລ້ອມ, ສະແດງໃຫ້ເຫັນວິໄສທັດ ແລະຄວາມຕັດສິນໃຈຂອງຫວຽດນາມ ໃນການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຍົກລະດັບການທູດຫຼາຍຝ່າຍຂອງຫວຽດນາມ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດ. ຍາດແຍ່ງຄວາມເອົາໃຈໃສ່ຂອງປະຊາຄົມວິສາຫະກິດສາກົນເປີດກວ້າງການຮ່ວມມື, ການລົງທຶນກັບຫວຽດນາມ.

ໂດຍ: ສົມເພັດ