40 ປີໄດ້ຜ່ານໄປນັບແຕ່ວັນເຂົ້າຮ່ວມການຊ່ວຍເຫຼືອເພື່ອນບ້ານກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ແລະກວ່າ 30 ປີພາຍຫຼັງປະຕິບັດສໍາລັດໜ້າທີ່, ກັບເມືອປະເທດແຕ່ຄວາມຊົງຈໍາກ່ຽວກັບຊຸມປີເດືອນປະຕິບັດໜ້າທີ່ສາກົນອັນສູງສົ່ງຢູ່ປະເທດກໍາປູເຈຍຍັງຄົງຝັງເລິກໃນຈິດໃຈຂອງທ່ານພັນເອກພິເສດ ລ໊າວັນຍໍ. ເພິ່ນເປັນອະດີດຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງພັນໃຫຍ່ 271, ກອງພົນ 302, ແນວຮົບ 479 ທະຫານອາສາສະໝັກຫວຽດນາມຢູ່ກໍາປູເຈຍ.

ສໍາລັບທ່ານແລ້ວ, ການຕໍ່ສູ້ຢູ່ສະໜາມຮົບ K ເປັນເວລາເກືອບ 10 ປີແມ່ນໄລຍະເປັນໜ້າຈື່ຈໍາທີ່ສຸດໃນຊີວິດທະຫານຂອງທ່ານ. ນັ້ນແມ່ນຊຸມວັນເດືອນທີ່ທ່ານພ້ອມກັບເພື່ອນຮ່ວມກົມກອງໄດ້ສະຫງວນອາຍຸທີ່ໜຸ່ມແໜ້ນຂອງຕົນເພື່ອປະຕິບັດພາລະກໍາອັນສູງສົ່ງຂອງຊົນຊາດ - ດໍາເນີນການຕໍ່ສູ້ປ້ອງກັນຕົວ, ກູ້ຊ່ວຍປະຊາຊົນກໍາປູເຈຍໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຢ່າງໄວ.

leftcenterrightdel
ອະດີດທະຫານອາສາສະໝັກ ລ໊າວັນຍໍ (ຜູ້ທີ 3, ຈາກຊ້າຍຫາຂວາ) ແລະເພື່ອນຮ່ວມກົມກອງຢູ່ອັງກໍວັດ ວັນທີ 24 ສິງຫາ 1987. ພາບ: ໂດຍພັນເອກພິເສດ ລ໊າວັນຍໍ ສະໜອງ.

ຕາມຄວາມຊົງຈໍາຂອງນັກຮົບເກົ່າ ລ໊າວັນຍໍ, ຕົ້ນເດືອນ ມັງກອນ ປີ 1979, ຕໍ່ໜ້າການບຸກໂຈມຕີແຮງປານພາຍຸລົມແດງຂອງກອງທັບປະຊາຊົນຫວຽດນາມ,  ກໍາລັງ Pol Pot ໄດ້ແຕກທະລາຍເທື່ອລະກ້າວ, ໃນຂະນະນັ້ນອໍານາດການປົກຄອງຂະແມແດງທຸກຂັ້ນກໍ່ປົບໜີ. “ເມື່ອດໍາເນີນການກວາດລ້າງກໍາລັງ Pol Pot ຕາມເສັ້ນທາງຕ່າງໆ, ພວກຂ້າພະເຈົ້າໄດ້ພົບເຫັນປະຊາຊົນກໍາປູເຈຍອຶດຢາກຂາດເຂີນ, ອິດເມື່ອຍເປັນຫຼາຍຂະບວນພາກັນໄປ... ກົມກອງພວກຂ້າພະເຈົ້າໄດ້ຢຸດໄວ້ກູ້ຊ່ວຍປະຊາຊົນສາກ່ອນແລ້ວຈຶ່ງສືບຕໍ່ວຽກງານກວາດລ້າງສັດຕູ”.

ທ່ານໃຫ້ຮູ້ວ່າ, ທະຫານອາສາສະໝັກຫວຽດນາມ ຍາມນັ້ນຍັງພົບຄວາມຫຍຸ້ງຍາກຂາດເຂີນຫຼາຍແຕ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອທະຫານ ແລະປະຊາຊົນກໍາປູເຈຍຢ່າງສຸດຈິດສຸດໃຈບົນຈິດໃຈບໍ່ປະໃຫ້ປະຊາຊົນປະເທດເພື່ອນບ້ານຕາຍຍ້ອນອຶດຫິວ ແລະເຈັບເປັນ.

ແລະສິ່ງແນ່ນອນ, ກົງກັນຂ້າມ, ທະຫານຫວຽດນາມ ກໍ່ໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກປະຊາຊົນກໍາປູເຈຍຄືດັ່ງອ້າຍນ້ອງ, ລູກເຕົ້າໃນຄອບຄົວ. ສໍາລັບທ່ານແລ້ວ, ເຖິງວ່າບາງເທື່ອມີແຕ່ໄດ້ຮັບໝາກໄມ້, ຢາສູບເລັກໆນ້ອຍໆກໍ່ຕາມ, ແຕ່ນັ້ນພັດແມ່ນຄວາມຈິງໃຈຂອງປະຊາຊົນກໍາປູເຈຍທີ່ສະຫງວນໃຫ້ແກ່ທະຫານລຸງໂຮ່-ທະຫານພະພຸດທະເຈົ້າ-ຜູ້ທີ່ຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່ກັບເຂົາເຈົ້າເພື່ອປິດໜ້າປະຫວັດອັນເຈັບປວດໄວ້,  ປະຕິບັດກິດຈະການຟື້ນຟູປະເທດຊາດຄືນໃໝ່, ໄຂສັງກາດແຫ່ງເອກະລາດ, ສັນຕິພາບ, ອິດສະຫຼະພາບໃຫ້ແກ່ປະເທດກໍາປູເຈຍ.

ທ່ານໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າສອງເທື່ອກັບຄືນຢ້ຽມຢາມສະໜາມຮົບເກົ່າຢູ່ກໍາປູເຈຍ, “ພວກຂ້າພະເຈົ້າຮູ້ສຶກຢ່າງຈະແຈ້ງອາລົມຈິດຂອງປະຊາຊົນກໍາປູເຈຍທີ່ສະຫງວນໃຫ້ບັນດາອະດີດທະຫານອາສາສະໝັກຫວຽດນາມ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍເມື່ອຄິດເຖິງບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດຢູ່ກໍາປູເຈຍ. ເລືອດເນື້ອຂອງຄົນຫວຽດນາມພວກເຮົາໄດ້ຊ່ວຍໃຫ້ດອກໄມ້ເກີດດອກອອກໜໍ່ບົນດິນແດນແຫ່ງວັດວາອາຮາມ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບໝັ້ນແກ່ນກວ່າອີກ.

ໂດຍ: ໄຊຊະນະ