ແລະຖ້າບໍ່ມີການຊ່ວຍເຫຼືອຂອງເພື່ອນມິດອ້າຍນ້ອງ, ເພື່ອນຮ່ວມກອງຫວຽດນາມ ນັ້ນ ກໍາປູເຈຍ ກໍ່ບໍ່ສາມາດຍາດໄດ້ໄຊຊະນະສຸດທ້າຍ ແລະບັນລຸໄດ້ບັນດາໝາກຜົນ, ຜົນງານຄືໃນປັດຈຸບັນ. ນີ້ແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້”. ນີ້ແມ່ນຄໍາຢືນຢັນຂອງນັກຂ່າວ Keo Chandara, ຮອງຜູ້ອໍານວຍການສໍານັກຂ່າວສານກໍາປູເຈຍ (AKP) ໃນການໃຫ້ສໍາພາດຕໍ່ນັກຂ່າວຂອງສໍານັກຂ່າວສານຫວຽດນາມ ປະຈໍາ ພະນົມເປັນ ແລະກໍ່ແມ່ນຂໍ້ສັງເກດລວມຂອງນັກຊ່ຽວຊານ, ນັກຂ່າວຫຼາຍທ່ານເມື່ອແລກປ່ຽນກ່ຽວກັບຄວາມໝາຍຂອງເຫດການ 40 ປີແຫ່ງວັນປົດປ່ອຍ ກໍາປູເຈຍ ອອກຈາກລະບອບຂະແມແດງ ແລະບົດບາດຂອງທະຫານອາສາສະໝັກຫວຽດນາມ ໃນເຫດການນີ້.

leftcenterrightdel
ນັກຂ່າວ Keo Chandara, ຮອງຜູ້ອໍານວຍການສໍານັກຂ່າວສານກໍາປູເຈຍ (AKP) ໃຫ້ສໍາພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຕີລາຄາກ່ຽວກັບບົດບາດຂອງທະຫານອາສາສະໝັກຫວຽດນາມ ສໍາລັບໄຊຊະນະໃນວັນທີ 7 ມັງກອນ 1979, ນັກຂ່າວ  Teav Sarak Mony ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນມໍ່ໆມານີ້, ຢືນຢັນວ່າບົດບາດການຕັດສິນໃຈຂອງ ຫວຽດນາມ ໃນການຊ່ວຍເຫຼືອ ກໍາປູເຈຍ ແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້. ຖ້າບໍ່ມີໄຊຊະນະໃນວັນທີ 7 ມັງກອນ 1979, ຖ້າບໍ່ມີການຊ່ວຍເຫຼືອຈາກທະຫານອາສາສະໝັກຫວຽດນາມ ກໍ່ຄືການຊ່ວຍເຫຼືອ, ສະໜັບສະໜູນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດ 10 ປີ (1979-1989) ນັ້ນປະຊາຊົນ ແລະປະເທດກໍາປູເຈຍ ກໍ່ບໍ່ສາມາດຟື້ນຟູ ແລະພັດທະນາຄືໃນປັດຈຸບັນ, ພິເສດແມ່ນພາຍຫຼັງວັນປົດປ່ອຍ, ປະເທດກໍາປູເຈຍ ຕ້ອງປະເຊີນໜ້າກັບ 2 ບັນຫາໃຫຍ່ແມ່ນສ້າງສາປະເທດຄືນໃໝ່ໄປພ້ອມກັບການສະກັດກັ້ນການກັບຄືນມາຂອງລະບອບດັບສູນເຊື້ອຊາດຂະແມແດງ.

leftcenterrightdel
ນັກຂ່າວຊາວອົດສະຕາລີ Peter Starr, ທີ່ປຶກສາດ້ານສື່ມວນຊົນຫ້ອງວ່າການສະພາແຫ່ງຊາດກໍາປູເຈຍ ໃຫ້ສໍາພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຕອບສຳພາດກັບນັກຂ່າວສໍານັກຂ່າວສານຫວຽດນາມ, ນັກຂ່າວຊາວອົດສະຕາລີ Peter Starr, ທີ່ປຶກສາດ້ານສື່ມວນຊົນຫ້ອງວ່າການສະພາແຫ່ງຊາດກໍາປູເຈຍ, ຖືວ່າເຫດການວັນທີ 7 ມັງກອນ 1979 ອາດຈະໄດ້ຮັບຖືວ່າເປັນວັນສໍາຄັນທີ່ສຸດສໍາລັບປະຊາຊົນກໍາປູເຈຍ ໝົດທຸກຄົນ, ເປັນຂີດໝາຍແຫ່ງຄວາມເສລີ, ເປັນຂີດໝາຍແຫ່ງການຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂະແມແດງ. ຕາມທ່ານແລ້ວ, ຖ້າບໍ່ມີການຊ່ວຍເຫຼືອຂອງທະຫານອາສາສະໝັກຫວຽດນາມ, ອາດຈະມີປະຊາຊົນກໍາປູເຈຍ ນັບຫຼາຍໝື່ນຄົນ, ຊ້ຳບໍ່ໜຳແມ່ນຫຼາຍຮ້ອຍຫຼາຍພັນຄົນຖືກເຂັ່ນຂ້າພາຍໃຕ້ລະບອບຂະແມແດງ.

 

ໂດຍ: ໄຊຊະນະ