ເນື້ອໃນການຝຶກແອບລວມມີ: ການສຶກສາດ້ານການເມືອງ, ກົດໝາຍ ແລະບັນດາມະຕິຂອງພັກ; ລະບຽບການຄຸ້ມຄອງທະຫານ; ວິຊາງົດງາມ; ຂໍ້ກໍານົດກ່ຽວກັບການປ້ອງກັນ ແລະຕ້ານອັກຄີໄພ...

leftcenterrightdel
ພະນັກງານ Viettel ສາຂານະຄອນຮ່າໂນ້ຍ ປະຕິບັດການຝຶກແອບ ກ່ຽວກັບວຽກງານປ້ອງກັນ ແລະຕ້ານອັກຄີໄພ. ພາບ: ມິງແອັງ.

ກໍ່ໃນແຜນການຝຶກແອບການທະຫານຄັ້ງນີ້, ຕອນເຊົ້າວັນທີ 11 ພະຈິກ, Viettel ສາຂານະຄອນຮ່າໂນ້ຍ ໄດ້ຈັດຕັ້ງການກວດກາຍິງລູກປືນແທ້ໃຫ້ແກ່ນາຍທະຫານ, ທະຫານວິຊາການຂຶ້ນກັບກຸ່ມຫ້ອງ, ພະແນກ ແລະ Viettel ສາຂາເມືອງຕ່າງໆ ຢູ່ສະໜາມຍິງປືນກອງພັນໃຫຍ່ 692, ກອງພົນ 301.

leftcenterrightdel
ຖັນແຖວນາຍທະຫານ Viettel ສາຂານະຄອນຮ່າໂນ້ຍ ປະຕິບັດການຍິງປືນ K54. ພາບ: ມິງແອັງ.

ຜ່ານການຝຶກແອບຄັ້ງນີ້, ຖັນແຖວພະນັກງານ, ພາລະກອນ Viettel ສາຂານະຄອນຮ່າໂນ້ຍ ເວົ້າລວມ ແລະຖັນແຖວນາຍທະຫານ, ທະຫານວິຊາການເວົ້າສະເພາະໄດ້ຮັບການປັບປຸງຄວາມຮູ້ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປ້ອງກັນ ແລະຕ້ານອັກຄີໄພຕື່ມອີກ, ຍົກສູງຄຸນທາດການເມືອງ, ຝຶກຝົນຫຼໍ່ຫຼອມແບບແຜນການຄຸ້ມຄອງ, ບັນຊາການ; ກຽມພ້ອມສູ້ຮົບ ແລະຮັບໃຊ້ການສູ້ຮົບໃນທຸກກໍລະນີ.

ໂດຍ: ທູຈາງ