leftcenterrightdel
ທ່ານ ຫງວຽນຮວ່າບິ່ງ, ປະທານສານປະຊາຊົນສູງສຸດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vov.vn.

ກອງປະຊຸມສະແດງໃຫ້ຫັນຄວາມມານະພະຍາຍາມຂອງ 3 ປະເທດ ໃນການປະຕິບັດຄໍາໝັ້ນສັນຍາຕ້ານ ແລະສະກັດກັ້ນອາດຊະຍາກໍາ ແລະແກ້ໄຂຄະດີແພ່ງຂ້າມຊາຍແດນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ສານສາມປະເທດ ຈະສືບຕໍ່ຊອກເຫັນໄດ້ບັນດາມາດຕະການທີ່ມີປະສິດທິຜົນ, ເໝາະສົມກັບເອກະສານນິຕິກໍາເພື່ອຍົກສູງກໍາລັງຄວາມສາມາດຢ່າງບໍ່ຢຸດຢ້ັງ, ແກ້ໄຂບັນດາຄະດີແພ່ງ ແລະສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາບັນຫາ ຄື: ຕີລາຄາໝາກຜົນແຫ່ງການປະຕິບັດຖະແຫຼງການຮ່ວມຂອງກອງປະຊຸມ ຄັ້ງທີ 4 ປີ 2016, ແລກປ່ຽນ, ປຶກສາຫາລືບົດຮຽນໃນການແກ້ໄຂອາດຊະຍາກໍາຂ້າມຊາຍແດນ ແລະກົນໄກຕ່າງໆເພື່ອແນໃສ່ໜູນຊ່ວຍເຊິ່ງກັນ ແລະກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ, ວິທີແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.

ໂດຍ: ທູຈາງ