ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ຕີລາຄາກ່ຽວກັບໝາກຜົນງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງ ທີ 5?

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນ. ພາບ: qdnd.vn.

ທ່ານ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ:  ງານພົບປະແລກແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 5 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ວັນທີ 19 ພະຈິກ, ຄະນະຫວຽດນາມ ໄດ້ໄປ ຈີນ ຈັດຕັ້ງການພົບປະເຈລະຈາສະຫຼຸບ 5 ປີ ແຫ່ງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ, ຢ້ຽມຢາມກົມກອງກອງທັບປົດປ່ອຍປະຊາຊົນຈີນ, ໂຮງຮຽນ Shuikou. ພິເສດ, ທ່ານລັດຖະມົນຕີ ໂງຊວນລິກ ແລະລັດຖະ ມົນຕີ Wei Fenghe ໄດ້ນໍາໜ້າຄະນະຜູ້ແທນຂອງສອງປະເທດໄປຢ້ຽມຊົມອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງກວາງຊີ, ຈີນ. ວັນທີ 20 ພະຈິກ, ຄະນະຜູ້ແທນຈີນ ໄດ້ມາຫວຽດນາມ ເຂົ້າຮ່ວມການຝຶກແອບກ່ຽວກັບການກູ້ໄພພິບັດ; ຕອນບ່າຍວັນດຽວກັນ, ສອງຝ່າຍໄດ້ດຳເນີນການໂອ້ລົມສົນທະນາໄມຕີຈິດມິດຕະພາບ.

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງນີ້ກໍ່ຄື 4 ຄັ້ງກ່ອນລ້ວນແຕ່ມີເປົ້າໝາຍເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງສອງກອງທັບ, ເພື່ອຈາກນັ້ນເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ດ້ວຍເປົ້າໝາຍຄືແນວນັ້ນ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງນີ້ຈຶ່ງສືບຕໍ່ປະສົບຜົນສຳເລັດຢ່າງຈົບງາມ. ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ ໄດ້ເຫັນດີເປັນເອກະພາບວ່າໃນຊຸມປີຈະມາເຖິງຄວນຫັນກົນໄກນີ້ກາຍເປັນກົນໄກຍາວນານ, ໝັ້ນຄົງ ແລະພັດທະນາ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນຄືແນວໃດ?

ທ່ານ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ:  ໃນທັງໝົດງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ 5 ຄັ້ງ ຜ່ານມານັ້ນ, ປະຊາຊົນລ້ວນແຕ່ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ພົ້ນເດັ່ນແມ່ນຄັ້ງນີ້. ປະຊາຊົນບໍ່ພຽງແຕ່ເຂົ້າຮ່ວມຕ້ອນຮັບຄະນະເທົ່ານັ້ນ, ຫາກຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນອີກດ້ວຍ. ພິເສດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ກໍ່ສ້າງຫໍວັດທະນະທຳມອບໃຫ້ເມືອງ ຟຸກຮວ່າ (ກາວບັ່ງ) ແລະແນະນຳຜະລິດຕະພັນ, ປະກອບສ່ວນປ່ຽນແປງໂສມໜ້າເຂດຊາຍແດນຫວຽດນາມ. ບົນພື້ນຖານນັ້ນ, ການພົວພັນລະຫວ່າງບັນດາທ້ອງຖິ່ນທີ່ຢູ່ຕິດກັບຊາຍແດນຈະພັດທະນາເສດຖະກິດ-ສັງຄົມ.

ນັກຂ່າວ: ໂດຍຮັບຮູ້ມາວ່າ, ຜ່ານການຈັດຕັ້ງງານພົບປະແລກປ່ຽນມິດຕະພາບເຂດຊາຍແດນ 4 ຄັ້ງ ກ່ອນໜ້ານີ້, ຝ່າຍຫວຽດນາມ ແລະຈີນ ລ້ວນແຕ່ກໍ່ສ້າງບັນດາກິດຈະກຳທີ່ຄ້າຍຄືກັນກັບຫໍວັດທະນະທຳຢູ່ເມືອງຟຸກຮວ່າ ມອບໃຫ້ປະຊາຊົນທ້ອງຖິ່ນ. ຂໍຮຽນທ່ານຮອງລັດຖະມົນຕີໃຫ້ຮູ້ກ່ຽວກັບບັນດາກິດຈະກຳດັ່ງກ່າວໄດ້ເສີມຂະຫຍາຍປະສິດທິຜົນເປັນຄືແນວໃດ?

ທ່ານ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ:  ເມື່ອກັບຄືນມາເວົ້າເຖິງບັນດາຫໍວັດທະນະທຳ ຫຼື ກິດຈະກຳປະສົມຂອງຫວຽດນາມ ແລະ ຈີນທີ່ກໍ່ສ້າງມອບໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນຊາຍແດນຫວຽດນາມ, ພວກເຮົາລ້ວນ ແຕ່ເຫັນໄດ້ວ່າບັນດາກິດຈະກຳດັ່ງກ່າວໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ບັນດາກິດຈະກຳດັ່ງກ່າວໄດ້ກາຍເປັນບ່ອນດຳເນີນຊີວິດດ້ານວັດທະນະທຳຂອງປະຊາຊົນ, ພ້ອມກັນນັ້ນກໍ່ແມ່ນຫໍມິດຕະພາບ,  ໃນວັນບຸນ ຫຼື ໂອກາດສະເຫຼີມສະຫຼອງ, ປະຊາຊົນສອງຝ່າຍຮ່ວມກັນດຳເນີນຊີວິດດ້ານວັດທະນະທຳ, ສະແດງສິລະປະ. ບັນດາກິດຈະກຳດັ່ງກ່າວບໍ່ໃຫຍ່, ແຕ່ວ່າມີຄວາມໝາຍຢ່າງຕັ້ງໜ້າທີ່ສຸດສຳລັບປະຊາຊົນຢູ່ເຂດຊາຍແດນ ກໍ່ຄືສາຍພົວພັນລະຫວ່າງປະຊາຊົນສອງປະເທດ.

ນັກຂ່າວ:  ສຳລັບບັນດາຜົນສຳເລັດພາຍຫຼັງການຈັດຕັ້ງງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງຕ່າງໆ, ການເຄື່ອນໄຫວຄັ້ງນີ້ຈະເປີດອອກແງ່ຫວັງແນວໃດໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ຂໍຮຽນທ່ານຮອງລັດຖະມົນຕີ ?

ທ່ານ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ:   ເພື່ອຍູ້ແຮງການພົວພັນດ້ານປ້ອງກັນຊາດຫວຽດນາມ-ຈີນ, ພວກເຮົາມີຫຼາຍວຽກຕ້ອງເຮັດບໍ່ພຽງແຕ່ແມ່ນງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ. ເຖິງຢ່າງໃດກໍ່ຕາມ, ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນມີລັກສະນະພິເສດສະເພາະ ນັ້ນແມ່ນການເຄື່ອນໄຫວນີ້ມີພຽງແຕ່ລະຫວ່າງຫວຽດນາມ ແລະຈີນເທົ່ານັ້ນ. ທີໜຶ່ງ, ສອງປະເທດມີເສັ້ນຊາຍແດນຕິດຈອດກັນ. ທີສອງ, ສອງປະເທດມີປະຫວັດສາດແຫ່ງການພົວພັນ.  ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ Longzhou, ທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວວ່າ: ບັນດາຮຸ່ນປະຕິວັດອາວຸດໂສໄດ້ມີສາຍພົວພັນອັນດີງາມເປັນຄືແນວນັ້ນແລ້ວ, ພວກເຮົາຄວນເຮັດຫຍັງແດ່ ເພື່ອຮັກສາການພົວພັນສາມັກຄີ, ມິດຕະພາບ, ຮ່ວມກັນພັດທະນາກັບຈີນ. ລັກສະນະພິເສດສະເພາະອີກຢ່າງໜຶ່ງແມ່ນຈາກຄວາມຮັບຮູ້ລວມຂອງສອງພັກ, ສອງລັດ. ບົນພື້ນຖານດັ່ງກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຈະສືບຕໍ່ປະກອບຢ່າງຕັ້ງໜ້າເຂົ້າໃນການພົວພັນດ້ານປ້ອງກັນຊາດສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ !