ໃນໄລຍະສອງມ້ືດຳເນີນກອງປະຊຸມສຳມະນາ, ບັນດານັກທິດສະດີ, ນັກວິທະຍາສາດ ແລະຜູ້ແທນສອງຝ່າຍໄດ້ສະເໜີ ແລະແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາຕົວຈິງ ແລະບົດຮຽນຂອງສອງພັກກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະວຽກງານການເມືອງ, ແນວຄິດ, ຖອດຖອນໄດ້ຈາກພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ແລະຮູບການເສດຖະກິດ-ສັງຄົມຂອງກູບາ.

leftcenterrightdel
ບັນຍາກາດພິທີປິດກອງປະຊຸມສຳມະນາທິດສະດີຄັ້ງທີ 4 ລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍລ້ວນແຕ່ຕີລາຄາສູງເລື່ອງຄະນະຜູ້ແທນຂອງສອງພັກໄດ້ປຶກສາຫາລື, ແບ່ງປັນຢ່າງກົງໄປກົງມາ, ຈິງໃຈ ແລະເປີດອົກເປີດໃຈ, ບົນຈິດໃຈຖານສະຫາຍ, ອ້າຍນ້ອງ, ສະແດງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ. ຫົວໜ້າຄະນະຂອງສອງພັກຢືນຢັນວ່າ, ການແລກປ່ຽນທິດສະດີລະຫວ່າງສອງພັກແມ່ນການເຄື່ອນໄຫວທີ່ມີຄຸນປະໂຫຍດ, ແທດຈິງຄວນສືບຕໍ່ຮັກສາ. ຜ່ານຜົນສຳເລັດຂອງການຈັດຕ້ັງກອງປະຊຸມສຳມະນາຄັ້ງນີ້, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ກອງປະຊຸມສຳມະນາຄັ້ງທີ 5 ເຊິ່ງຈະໄດ້ຈັດຕັ້ງຢູ່ຫວຽດນາມໃນປີ 2020 ເປັນຢ່າງດີ.

ໂດຍ: ແສງເພັດ