leftcenterrightdel
ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານອົງການຜູ້ຕາງໜ້າສະຫະປະຊາຊາດ, ຫົວໜ້າອົງການຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດປະຈຳຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໊ອງ ຕີລາຄາສູງຕໍ່ການໜູນຊ່ວຍຂອງສະຫະປະຊາຊາດກັບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ພ້ອມທັງຊົມເຊີຍສະຫະປະຊາຊາດ ທີ່ໄດ້ໜູນຊ່ວຍການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ຜ່ານບັນດາອົງການຜູ້ຕາງໜ້າປະຈຳ ຫວຽດນາມ ຢ່າງມີປະສິດທິຜົນ. ທ່ານນາງ ຕ່ອງທິຟ໊ອງ ເນັ້ນໜັກວ່າ, ຫວຽດນາມຈະສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ເຂົ້າຮ່ວມການເຄື່ອນໄຫວຂອງສະຫະປະຊາຊາດຢ່າງຕັ້ງໜ້າ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ທ່ານ Kamal Malhotra ຢັ້ງຢືນຄໍາໝັ້ນສັນຍາຂອງສະຫະປະຊາຊາດ ໃນການໜູນຊ່ວຍ, ຮ່ວມມືກັບສະພາແຫ່ງຊາດຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການປະຕິ ບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະໂຄງການດຳເນີນງານເຖິງປີ 2030 ຂອງສະຫະປະຊາຊາດ.

ໂດຍ: ສົມເພັດ