ທ່າທີບໍ່ຜ່ອນຜັນ

ກົນໄກກອງປະຊຸມຂັ້ນລັດຖະມົນຕີອາຊຽນກ່ຽວກັບບັນຫາຢາເສບຕິດ  (AMMD) ໄດ້ສ້າງຕັ້ງນັບແຕ່ປີ 2012 ເພື່ອແນໃສ່ຍົກລະດັບການຊີ້ນໍາ ແລະປະສິດທິຜົນການຮ່ວມມືຂັ້ນສູງຮັບມືກັບບັນດາການຜັນແປຢ່າງສັບສົນຕໍ່ສະພາບການຜະລິດ, ຄ້າຂາຍ ແລະນໍາໃຊ້ຢາເສບຕິດຢູ່ພາກພື້ນ ແລະໃນໂລກ.

ຕາມທ່ານພົນໂທ ໂຕເລິມ ແລ້ວ, ປີ 2016, ອາຊຽນບັນລຸໄດ້ຄວາມເຫັນດີເຫັນພ້ອມສູງເມື່ອຍົກອອກຖະແຫຼງການຮ່ວມຢັ້ງຢືນທັດສະນະ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ແລະທັດສະນະທີ່ມີຄວາມຮັບຜິດຊອບຂອງກຸ່ມກ້ອນໃນເວທີສາກົນກ່ຽວກັບບັນຫາຢາເສບຕິດທົ່ວໂລກຢ່າງທັນການ, ສະແດງໃຫ້ເຫັນທ່າທີບໍ່ຜ່ອນຜັນຕໍ່ກັບຢາເສບຕິດ ແລະຢຶດໝັ້ນວິວັດທະນາການມຸ່ງໄປເຖິງວິໄສທັດກໍ່ສ້າງປະຊາຄົມອາຊຽນປອດຢາເສບຕິດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ AMMD6. ພາບ: ຮ່ວາງຫວູ.

ເພື່ອຫັນທັດສະນະນີ້ໃຫ້ປະກົດຜົນເປັນຈິງ, ອາຊຽນໄດ້ສ້າງ ແລະຮັບຮອງເອົາແຜນການດໍາເນີນງານປົກປ້ອງປະຊາຄົມອາຊຽນ ຕ້ານໄພອັນຕະລາຍຈາກຢາເສບຕິດໃນໄລຍະ 2016-2025, ຜັນຂະຫຍາຍແຜນການຮ່ວມມືອາຊຽນໃນການຕ້ານ ແລະສະກັດກັ້ນການຜະລິດ ແລະຂົນສົ່ງຢາເສບຕິດຢ່າງຜິດກົດໝາຍຢູ່ເຂດ “ສາມຫຼ່ຽມຄໍາ” ໄລຍະ 2017-2019, ພ້ອມທັງວາງອອກ ແລະຜັນຂະຫຍາຍການປະຕິບັດບັນດາຂໍ້ລິເລີ່ມຄື: ສູນສື່ສານຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດ; ບັນດາກຸ່ມປະຕິບັດງານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຢາເສບຕິດຜ່ານທາງການບິນ ແລະຢູ່ທ່າກໍາປັ່ນທະເລ.

ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດໃຫ້ການຕ້ານ ແລະສະກັດກັ້ນຢາເສບຕິດ

ທ່ານພົນໂທ ໂຕເລິມ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດຫຼາຍຢ່າງໃຫ້ແກ່ວຽກງານຕ້ານ ແລະສະກັດກັ້ນຢາເສບຕິດດ້ວຍບັນດາມາດຕະການຢ່າງຄົບຊຸດກ່ຽວກັບການຫຼຸດຜ່ອນແຫຼ່ງສະໜອງ, ຫຼຸດຜ່ອນຄວາມຕ້ອງການ ແລະຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກຢາເສບຕິດ; ປັບປຸງລະບົບເອກະສານນິຕິກໍາສະບັບຕ່າງໆໃຫ້ສົມບູນແບບ, ບູລະນະບັນດາອົງການປາບປາມຢາເສບຕິດ, ເດັດດ່ຽວຕໍ່ສູ້ ແລະແກ້ໄຂບັນດາອາດຊະຍາກໍາຢາເສບຕິດຢ່າງເຄັ່ງຄັດ.

ທ່ານພົນໂທ ໂຕເລິມ ຢ້ັງຢືນວ່າ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະຮ່ວມມືກັບປະເທດຕ່າງໆພ້ອມກັນປະຕິບັດບັນດາເປົ້າໝາຍຍຸດທະສາດລວມຂອງອາຊຽນ ກ່ຽວກັບການຕ້ານ ແລະສະກັດກັ້ນຢາເສບຕິດ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນແຫ່ງພັດທະນາ, ວັດທະນາຖາວອນ ແລະປອດໄພຕໍ່ໄພອັນຕະລາຍຈາກຢາເສບຕິດ. ຫວຽດນາມ ກຽມພ້ອມປະກອບສ່ວນໃນທຸກດ້ານ, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ, ປະກອບສ່ວນຍູ້ແຮງບັນດາຂົງເຂດຮ່ວມມືໃນການຕ້ານ ແລະສະກັດກັ້ນຢາເສບຕິດຂອງພາກພື້ນນັບມື້ນັບເຂ້ົາສູ່ລວງເລິກ, ແທດຈິງ, ນໍາມາເຊິ່ງຜົນປະໂຫຍດທີ່ລະອຽດຢູ່ພາກພື້ນ.

ສູ້ຊົນກາຍເປັນຮູບແບບແຫ່ງການຮ່ວມມືໃນພາກພື້ນ

ທ່ານພົນຈັດຕະວາ ຟ້າມວັນກາກ, ຫົວໜ້າກົມຕໍາຫຼວດສືບສວນອາດຊະຍາກໍາກ່ຽວກັບຢາເສບຕິດ, ກະຊວງຕໍາຫຼວດໃຫ້ຂໍ້ສັງເກດວ່າ, ສະພາບການນໍາໃຊ້, ຜະລິດ ແລະຄ້າຂາຍຢາເສບຕິດຢ່າງຜິດກົດໝາຍໃນທົ່ວໂລກສືບຕໍ່ມີການຜັນແປຢ່າງສັບສົນ, ມີການກະທົບຢ່າງຫຍໍ້ທໍ້ໃນທຸກດ້ານຕໍ່ການດຳລົງຊີວິດຂອງປະຊາຄົມສັງຄົມ ແລະການພັດທະນາຂອງບັນດາປະເທດ. ໃນສະພາບການນັ້ນ, ບັນດາຜູ້ແທນທີ່ AMMD6 ຖືວ່າ, ອາຊຽນຄວນສືບຕໍ່ຮັກສາຄວາມເຫັນດີເຫັນພ້ອມໃນບັນດານະໂຍບາຍກ່ຽວກັບຢາເສບຕິດ ແລະສະແດງຫຼັກໝັ້ນ, ທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາການຄວບຄຸມຢາເສບຕິດທົ່ວໂລກ, ນໍາການຮ່ວມມືອາຊຽນກ່ຽວກັບການຕ້ານ ແລະສະກັດກັ້ນຢາເສບຕິດກາຍເປັນຮູບແບບແຫ່ງການຮ່ວມມືໃນພາກພື້ນ ແລະຊຸກຍູ້ບົດບາດທົ່ວໂລກຂອງອາຊຽນໃນລະບົບການຄວບຄຸມຢາເສບຕິດຂອງໂລກ. ພ້ອມກັນນັ້ນ, ອາຊຽນກໍ່ຄວນຊຸກຍູ້ການຮ່ວມມືກັບບັນດາປະເທດເພື່ອແນໃສ່ຍາດແຍ່ງແຫຼ່ງກໍາລັງຈາກປະຊາຄົມສາກົນ, ປະກອບສ່ວນປະຕິບັດແຜນການດໍາເນີນງານປົກປ້ອງປະຊາຄົມອາຊຽນຕ້ານໄພອັນຕະລາຍຈາກຢາເສບຕິດໃນໄລຍະ 2016-2025 ຢ່າງມີປະສິດທິຜົນ.

ໂດຍ: ທູຈາງ