leftcenterrightdel
ທ່ານ ເຈິ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານ ເຈິ່ນກວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາ ຊີ້ແຈ້ງວ່າ, ພິທີສະເຫຼີມສະຫຼອງການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນໍາ Fidel Castro   ແມ່ນເພື່ອສົ່ງຕໍ່ແປວໄຟໃຫ້ແກ່ຄົນຮຸ່ນຫຼັງ, ເຊີດຊູແປວໄຟແຫ່ງຄວາມສາມັກຄີສູ້ຮົບອ້າຍນ້ອງລະຫວ່າງສອງຊາດໃຫ້ຮຸ່ງເຮືອງໃສແຈ້ງຕະຫຼອດໄປ. ພັກ, ລັດ ແລະປະຊາຊົນຫວຽດນາມ  ຢັ້ງຢືນຄວາມຕັດສິນໃຈພ້ອມກັບພັກ, ລັດ ແລະປະຊາຊົນກູບາ ມານະພະຍາຍາມຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ສາມັກຄີ ແລະໜູນຊ່ວຍພາລະກິດອັນເປັນທໍາຂອງປະຊາຊົນກູບາ.

leftcenterrightdel
ທ່ານ Salvado Valdés Mesa, ກໍາມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະສະພາລັດຖະມົນຕີກູບາ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Salvado Valdés Mesa, ກໍາມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະສະພາລັດຖະມົນຕີ ກູບາ ຊີ້ແຈ້ງວ່າ: ພັກ, ລັດ ແລະປະຊາຊົນກູບາ ຊົມເຊີຍເລື່ອງຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ມີຄວາມໝາຍຢ່າງໃຫຍ່ຫຼວງໃນພາລະກິດແຫ່ງການປ່ຽນແປງໃໝ່, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ແລະປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ; ພ້ອມທັງຢັ້ງຢືນເຈດຈໍານົງ, ຄວາມມຸ່ງມາດປາດຖະໜາສືບຕໍ່ສືບທອດຄຳສັ່ງສອນຂອງບັນດາຜູ້ນໍາເພື່ອແນໃສ່ຊຸກຍູ້ມູນເຊື້ອມິດຕະພາບອັນດີງາມ, ຄວາມສະໜິດຕິດພັນແບບພິເສດລະຫວ່າງສອງຊາດ.

ໂດຍ: ທູຈາງ