ກ່ອນໜ້ານັ້ນ, ຫວຽດນາມໄດ້ຈັດຕັ້ງກອງປະຊຸມປະຈໍາປີ ຄັ້ງທີ 26 ຂອງເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-26) , ກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ ຄັ້ງທີ 6 (GMS 6) ແລະກອງປະຊຸມຂັ້ນສູງຮ່ວມມືເຂດສາມລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (CLV 10) ປະສົບຜົນສຳເລັດ.

ກອງປະຊຸມ WEF ASEAN 2018 ດໍາເນີນໄປໃນສະພາບການທີ່ວິວັດທະນາການກໍ່ສ້າງປະຊາຄົມອາຊຽນສືບຕໍ່ໄດ້ຮັບການຍູ້ແຮງ, ສະພາບການໂລກ ແລະພາກພື້ນຫັນປ່ຽນຢ່າງວ່ອງໄວ ແລະສັບສົນ, ການກະທົບຈາກການປະຕິວັດອຸດສາຫະກໍາຄັ້ງທີ 4 ນັບມື້ນັບເລິກເຊິ່ງ. ດ້ວຍເຫດນັ້ນ, ຫົວເລື່ອງ: “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີ 4” ຂອງກອງປະຊຸມໄດ້ຕີລາຄາວ່າແມ່ນແທດຈິງ, ຕອບສະໜອງຄວາມສົນໃຈຂອງບັນດາປະເທດອາຊຽນ ແລະພາກພື້ນ, ພ້ອມກັນນັ້ນກໍ່ຕິດພັນກັບຫົວເລື່ອງຂອງອາຊຽນໃນປີນີ້ແມ່ນມຸ່ງໄປເຖິງ “ອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”. ກອງປະຊຸມຈະມີການນໍາຂັ້ນສູງຫຼາຍທ່ານຂອງບັນດາປະເທດອາຊຽນ ແລະພາກພື້ນ, ການນໍາບັນດາອົງການຈັດຕັ້ງສາກົນໃຫຍ່ເຂົ້າຮ່ວມ ຄື: ອາຊຽນ, ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB), ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB), ຫຼາຍກຸ່ມບໍລິສັດໃຫຍ່, ນັກຂ່າວຂອງບັນດາສໍານັກຂ່າວສານທີ່ມີຊື່ສຽງໃນພາກພື້ນ ແລະໃນໂລກ.

ດ້ວຍວາລະປຶກສາຫາລືປະມານ 40 ວາລະ, ກອງປະຊຸມ WEF ASEAN 2018 ສຸມໃສ່ບັນດາບັນຫາ ເຊິ່ງລັດຖະບານ, ວິສາຫະກິດ ແລະປະຊາຊົນບັນດາປະເທດອາຊຽນກໍາລັງສົນໃຈ ຄື: ກໍານົດວິໄສທັດໃໝ່ໃຫ້ອາຊຽນກ່ຽວກັບການເຊື່ອມໂຍງເຂົ້າກັບພາກພື້ນ; ຊອກຫາບັນດາຮູບແບບເສດຖະກິດໃໝ່ ແລະການບໍລິຫານໃນສັງກາດດີຈີຕອນ; ຊອກຫາກໍາລັງໜູນ ແລະບັນດາການດໍາເນີນທຸລະກິດຮູບແບບໃໝ່ໃຫ້ແກ່ບັນດາປະເທດອາຊຽນໃນຍຸກສະໄໝການປະຕິວັດອຸດສາຫະກໍາ 4.0; ວິສາຫະກິດກັບວິທີສໍາຜັດແບບໃໝ່ສໍາລັບການບໍລິຫານທົ່ວໂລກ ແລະພາກພື້ນ; ພັດທະນາພື້ນຖານໂຄງລ່າງສະຫຼາດ, ບໍາລຸງສ້າງທັກສະ, ວຽກເຮັດງານທໍາ, ການເລີ່ມທຸລະກິດ, ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນສະພາບການປະຕິວັດອຸດສາຫະກໍາ 4.0.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະຜູ້ຕາງໜ້າບັນດາກຸ່ມບໍລິສັດສະມາຊິກທີ່ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2017. ພາບ: ກວາງຮ໋ຽວ.

ນັບແຕ່ເມື່ອຫວຽດນາມ ແລະ WEF ເລີ່ມຮ່ວມມືກັນແຕ່ປີ 1989 ມາຮອດປັດຈຸບັນ, WEF ແມ່ນເວທີປາໄສສໍາຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມ ແມ່ນປະເທດທໍາອິດ ແລະໜຶ່ງດຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້  ເຊິ່ງ WEF ໄດ້ລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ ແລະພາກເອກະຊົນ (PPP). ໃນຂະນະນັ້ນ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຮ່ວມມືກັບ WEF, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະມີການປະກອບສ່ວນ, ມີຂໍ້ລິເລີ່ມພົ້ນເດັ່ນຫຼາຍຢ່າງຢູ່ເວທີປາໄສທີ່ມີຊື່ສຽງແຖວໜ້າໃນໂລກນີ້. ນີ້ແມ່ນຄັ້ງທີ 3 ທີ່ຫວຽດນາມໄດ້ສົມທົບກັບເວທີປາໄສເສດຖະກິດໂລກຈັດຕັ້ງບັນດາກອງປະຊຸມຂອງ WEF, ກ່ອນໜ້ານັ້ນແມ່ນກອງປະຊຸມ WEF ອາຊີຕາເວັນອອກໄດ້ຈັດຂຶ້ນໃນປີ 2010 ແລະກອງປະຊຸມ WEF - ແມ່ນໍ້າຂອງໄດ້ຈັດຂຶ້ນໃນປີ 2016.

ເລື່ອງຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມ WEF ASEAN 2018 ເປັນການຢັ້ງຢືນແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດຫວຽດນາມ, ສະແດງໃຫ້ເຫັນການປະກອບສ່ວນຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ສໍາລັບບັນດາບັນຫາທີ່ມີຄວາມສົນໃຈລວມໄດ້ວາງອອກໃຫ້ແກ່ການພັດທະນາ ແລະການເຊື່ອມໂຍງຂອງພາກພື້ນ. ເລື່ອງຈັດຕັ້ງກອງປະຊຸມສໍາເລັດຈະປະກອບສ່ວນສໍາຄັນເຮັດໃຫ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ໃນໄລຍະຈະມາເຖິງໃຫ້ເລິກເຊິ່ງກວ່າອີກ. ກອງປະຊຸມກໍ່ແມ່ນໂອກາດເພື່ອໂຄສະນາຫວຽດນາມ ເຖິງວິສາຫະກິດແຖວໜ້າໃນໂລກ ແລະພາກພື້ນ, ຈາກນັ້ນຊຸກຍູ້ບັນດາຄູ່ຮ່ວມມືເພີ່ມທະວີການຮ່ວມມືກັບຫວຽດນາມ, ຕັ້ງໜ້າປະກອບສ່ວນເປີດກວ້າງຕະຫຼາດ, ແກ່ງແຍ້ງບັນດາແຫຼ່ງທຶນທີ່ມີຄຸນນະພາບ, ເຕັກໂນໂລຢີທັນສະໄໝຮັບໃຊ້ວິວັດທະນາການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະປ່ຽນແປງໃໝ່ຮູບແບບການເຕີບໂຕ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງກວດກາ ແລະຊີ້ນໍາວຽກງານກະກຽມກອງປະຊຸມ WEF ASEAN 2018. ພາບ: ສໍານັກຂ່າວສານຫວຽດນາມ.

ພວກເຮົາເຊື່ອໝັ້ນວ່າດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບຫວຽດນາມ, ການສົມທົບກັນຢ່າງແໜ້ນແຟ້ນກັບ WEF, ການສະໜັບສະໜູນຂອງບັນດາຄູ່ຮ່ວມມື ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນ, ກອງປະຊຸມ WEF ASEAN 2018 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ເຫັນດີເປັນເອກະພາບ, ການພັດທະນາວັດທະນາຖາວອນຂອງອາຊຽນ ກໍ່ຄື ໂຄສະນາເຜີຍແຜ່ພາບພົດປະເທດຫວຽດນາມ ທີ່ເປີດອົກເປີດໃຈ, ຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຕັດສິນໃຈປ່ຽນແປງໃໝ່ຢ່າງຮອບດ້ານ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ໂດຍ: ທູຈາງ