ໃນຊຸມປີຜ່ານມາ, ນະຄອນໂຮ່ຈິມິນ ໄດ້ພັດທະນາສາຍພົວພັນຮ່ວມມືດ້ານເສດຖະກິດກັບສິງກະໂປ ຢ່າງຕໍ່ເນື່ອງ. ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດ ແລະແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສອງຂອງນະຄອນໂຮ່ຈິມິນ ໃນຫຼາຍປີລຽນຕິດ. ບັນດາໂຄງການຮ່ວມມືໃນຂົງເຂດການສຶກສາ, ການພົບປະແລກປ່ຽນສິລະປະ, ວັດທະນະທໍາ, ສັງຄົມລະຫວ່າງສອງຝ່າຍໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ຮວິ່ງແກັກມ້າງ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ແລະທ່ານນາງ Leow Siu Lin ມອບດອກໄມ້ໃຫ້ບັນດານັກສິລະປິນໃນລາຍການສະແດງສິລະປະຢູ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ການນໍານະຄອນໂຮ່ຈິມິນ ຢັ້ງຢືນວ່າ, ນະຄອນຍາມໃດກໍ່ປາດຖະໜາສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືກັບສິງກະໂປ ກວ່າອີກ, ພິເສດແມ່ນໃນບັນດາຂົງເຂດບູລິມະສິດຄື: ການຄ້າ, ການລົງທຶນ, ການສຶກສາ...

leftcenterrightdel
ລາຍການສະແດງສິລະປະໃນພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Leow Siu Lin ຫົວໜ້າກົງສູນໃຫຍ່ສິງກະໂປ ປະຈໍານະຄອນໂຮ່ຈິມິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ, ການຮ່ວມມືຂອງນະຄອນໂຮ່ຈິມິນ ສໍາລັບສະຖານກົງສູນໃຫຍ່, ຈັດຕັ້ງບັນດາລາຍການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດປະສົບຜົນສໍາເລັດ. ໃນໄລຍະຈະມາເຖິງ, ສິງກະໂປ ຈະເປີດກວ້າງການຮ່ວມມືກັບນະຄອນໂຮ່ຈິມິນ ໃນບັນດາຂົງເຂດໃໝ່ຄື ການພັດທະນາ ແລະໝູນໃຊ້ບັນດາເຕັກໂນໂລຢີສະຫຼາດໃນການຈັດສັນຕົວເມືອງ...

 

ແປໂດຍ: ຫງວຽນກຸກ