ວັນທີ 13 ກໍລະກົດ, ທີ່ການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຝ່າຍອານເຊຣີ ສະເໜີເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ນະຄອນຂອງສອງປະເທດ, ຈັດຕັ້ງໃຫ້ບັນດາຄະນະຜູ້ແທນສົ່ງເສີມ ແລະເຂົ້າຮ່ວມງານຕະຫຼາດນັດການຄ້າທີ່ໄດ້ຮັບການຈັດຕັ້ງຢູ່ແຕ່ລະປະເທດ, ແລກປ່ຽນບັນດາລາຍການບຳລຸງສ້າງ, ທຶນສຶກສາ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ຕ້ອນຮັບທ່ານ Abdelkader Messahel ລັດຖະມົນຕີກະຊວງການຕ່າງປະເທດອານເຊຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອນໍາການພົວພັນຮ່ວມມືສອງຝ່າຍໃຫ້ສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ທ່ານ ຟ້າມບິ່ງມິງ ຮຽກຮ້ອງບັນດາກະຊວງ, ຂະແໜງການຂອງສອງປະເທດຄວນຕັ້ງໜ້າສົມທົບກັນຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ 11 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ-ອານເຊຣີ ໃນເດືອນພະຈິກ 2017. ໃນສະເພາະໜ້າ, ສອງຝ່າຍສົມທົບກັນກະກຽມໃຫ້ການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີອານເຊຣີ ໃນປີ 2019, ພ້ອມທັງສືບຕໍ່ປັບປຸງກອບນິຕິກໍາເພື່ອສ້າງຄວາມສະດວກໃຫ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດພັດທະນາກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ