ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເລືອງເກື່ອງ ເນັ້ນໜັກວ່າ: ການສະຫຼຸບພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີແມ່ນເນື້ອໃນພື້ນຖານໃນວຽກງານທິດສະດີຂອງພັກ, ປະກອບສ່ວນສໍາຄັນສະໜອງມູນຖານວິທະຍາສາດໃຫ້ແກ່ການວາງແຜນກໍານົດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ໃນຊຸມປີຜ່ານມາ, ກົມໃຫຍ່ການເມືອງ ໄດ້ສຸມໃສ່ຊີ້ນໍາ, ນໍາພາທົ່ວກອງທັບຍູ້ແຮງວຽກງານສະຫຼຸບພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີໃນຂົງເຂດການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງກົມກອງໃນກອງທັບ, ເປັນເສນາທິການຊ່ວຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະເໜີຕໍ່ພັກ, ລັດບັນດາແຜນນະໂຍບາຍ, ລັດຖະນະໂຍບາຍໃຫຍ່ກ່ຽວກັບການກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະ ທ່ານ ສຈ.ປອ ຫງວຽນຊວນຖັ໋ງ ຕາງໜ້າໃຫ້ 2 ອົງການລົງນາມໃນໂຄງການສົມທົບກັນ. ພາບ: ຈີ້ງຢຸ້ງ

ທ່ານ ສຈ.ປອ ຫງວຽນຊວນຖັ໋ງ ຢືນຢັນວ່າ: ການສົມທົບກັນຄົ້ນຄວ້າລະຫວ່າງກົມໃຫຍ່ການເມືອງ ແລະສະພາທິດສະດີສູນກາງແມ່ນຄວາມຮຽກຮ້ອງພາວະວິໄສ, ເປັນພື້ນຖານ, ຈຳເປັນ ແລະຮີບຮ້ອນຈາກພຶດຕິກໍາຕົວຈິງ. ໝາກຜົນແຫ່ງການສົມທົບກັນຄົ້ນຄວ້າລະຫວ່າງ 2 ອົງການແມ່ນບັນດາເນື້ອໃນສໍາຄັນ, ແມ່ນພື້ນຖານເພື່ອເປັນເສນາທິການ, ສະເໜີຕໍ່ພັກ, ລັດ ວາງແຜນກໍານົດແນວທາງຍຸດທະສາດດ້ານການທະຫານ, ການປ້ອງກັນຊາດໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ ແລະຮັບໃຊ້ວຽກງານກະກຽມຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກ.

ແປໂດຍ: ທູຈາງ