ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດ, ຖານະບົດບາດຂອງ ບຣາຊິນ ໃນເວທີປາ​ໄສສາກົນ, ຖືເປັນສໍາຄັນການພົວພັນກັບ ບຣາຊິນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ພົບປະເຈລະຈາກັບທ່ານປະທານາທິບໍດີບຣາຊິນ Michel Temer. ພາບ: chinhphu.vn.

ທ່ານ Michel Temer ຊົມເຊີຍເລື່ອງສອງປະເທດເພີ່ມທະວີການຮ່ວມມືທີ່ບັນດາເວທີປາ​ໄສໃນພາກພື້ນ ແລະສາກົນ, ປາດຖະໜາວ່າ ຫວຽດນາມ ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ບຣາຊິນ ຊຸກຍູ້ການຮ່ວມມືກັບປະຊາຄົມອາຊຽນ.

ຊຸກຍູ້ກອບນິຕິກໍາໃຫ້ແກ່ການພົວພັນສອງຝ່າຍ

ທີ່ການພົບປະກັບທ່ານ Aloysio Nunes Ferreira, ລັດຖະມົນຕີການຕ່າງປະເທດບຣາຊິນ, ທ່ານ ເວືອງດິ່ງເຫວ້ ຢ້ັງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນກັບ ບຣາຊິນ ເວົ້າສະເພາະ ແລະຜ່ານສາຍພົວພັນນີ້ຈະຊຸກຍູ້ການຮ່ວມມືກັບກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ກວ່າອີກ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກກັບກະຊວງການຕ່າງປະເທດ ບຣາຊິນ. ພາບ: chinhphu.vn

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການສ້າງກອບນິຕິກໍາໃຫ້ການພົວພັນສອງຝ່າຍ ຄື: ສັນຍາແມ່ກ່ຽວກັບການຮ່ວມມືດ້ານເຕັກນິກ, ແລກປ່ຽນຂໍ້ມູນກ່ຽວກັບພາສີເພື່ອກ້າວໄປເຖິງການລົງນາມໃນສັນຍາຫຼີກລ່ຽງການເກັບພາສີຊ້ອນ ແລະບັນດາສັນຍາອື່ນໃນບັນດາຂົງເຂດລົງເລິກຂະແໜງ; ຕັ້ງໜ້າໝູນໃຊ້ບັນດາກົນໄກຮ່ວມມື ຄື: ຄະນະກໍາມະການຮ່ວມມືລະຫວ່າງລັດຖະບານ, ທາບທາມຄໍາເຫັນດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ເພື່ອສະເໜີບັນດາຂໍ້ລິເລີ່ມຮ່ວມມືຊຸກຍູ້ການພົວພັນສອງຝ່າຍ ກໍ່ຄື ເພີ່ມທະວີການຮ່ວມມືຢູ່ບັນດາອົງການຈັດຕັ້ງ, ເວທີປາ​ໄສສາກົນ.

ພິຈາລະນາ, ຮັບຮອງກົດລະບຽບເສດຖະກິດຕະຫຼາດຂອງຫວຽດນາມ ໃນປີ 2018

ທີ່ການພົບປະກັບທ່ານ Marcos Jorge ລັດຖະມົນຕີກະຊວງອຸດສາຫະກໍາ, ການຄ້າ ແລະບໍລິການບຣາຊິນ, ທ່ານ ເວືອງດິ່ງເຫວ້ ຍົກອອກບັນດາປະເພດສິນຄ້າທີ່ມີທ່າແຮງຂອງສອງຝ່າຍ ຄື: ປາຈາ, ກຸ້ງຂອງຫວຽດນາມ, ຊີ້ນງົວຂອງບຣາຊິນ ແລະບັນດາປະເພດຜະລິດຕະພັນກະເສດ, ສິນໃນນໍ້າອື່ນໆຄວນໄດ້ສ້າງເງື່ອນໄຂເພື່ອສໍາຜັດກັບຕະຫຼາດຂອງກັນ ກໍ່ຄື ສະເໜີ ບຣາຊິນ ພິຈາລະນາບໍ່ຈັດວາງອັດຕາພາສີສູງສໍາລັບເຫຼັກກ້າບໍ່ເຂົ້າໝ້ຽງ ແລະ inox ທີ່ນຳເຂົ້າຈາກຫວຽດນາມ.

ທ່ານ Marcos Jorge ສະເໜີສອງຝ່າຍຄວນເຈລະຈາກ້າວໄປເຖິງການລົງນາມໃນສັນຍາປົກປ້ອງການລົງທຶນໂດຍໄວ; ເຫັນດີຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະຈະສະເໜີຕໍ່ລັດຖະບານ ບຣາຊິນ ພິຈາລະນາເລື່ອງຮັບຮອງກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ ໃນປີ 2018 ໂດຍໄວ.

ບຣາຊິນ ເຫັນດີຊຸກຍູ້ການຮ່ວມມືດ້ານກະສິກໍາກັບ ຫວຽດນາມ

ທີ່ການພົບປະກັບ ທ່ານ Blairo Maggi, ລັດຖະມົນຕີກະຊວງກະສິກໍາ, ລ້ຽງສັດ ແລະສະໜອງບຣາຊິນ, ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ມີຜະລິດຕະພັນກະເສດຫຼາຍປະເພດຂອງຫວຽດນາມ ໄດ້ຜ່ານຜ່າບັນດາຮົ້ວເຕັກນິກເຄັ່ງຄັດທີ່ສຸດ ແລະສະເໜີ ບຣາຊິນ ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າປະເພດເຫຼົ່ານີ້, ເປັນຕົ້ນແມ່ນສິນໃນນໍ້າ ຄື: ປາຈາ, ປາບາຊາ, ກຸ້ງຂອງຫວຽດນາມ ເຂົ້າຕະຫຼາດ ບຣາຊິນ.

ທ່ານ Blairo Maggi ໃຫ້ຮູ້ວ່າ ບຣາຊິນ ມີຫຼາຍບົດຮຽນໃນການພັດທະນາກະສິກໍາແບບຍືນຍົງ ແລະພ້ອມແລ້ວທີ່ຈະຖ່າຍທອດບົດຮຽນນີ້ໃຫ້ແກ່ຫວຽດນາມ, ສະເໜີສອງປະເທດເພີ່ມທະວີການຮ່ວມມືໃນຂົງເຂດກັກກັນພະຍາດ ແລະອະນາໄມຄວາມປອດໄພດ້ານສະບຽງອາຫານ, ຜ່ານນັ້ນ, ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດປະເພດຕ່າງໆຂອງ ຫວຽດນາມ ແລະຂອງ ບຣາຊິນ ໄດ້ນຳເຂົ້າຕະຫຼາດຂອງກັນ.

ແປໂດຍ: ທູຈາງ