ບົດລາຍງານທີ່ກອງປະຊຸມຊີ້ໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີ 2018, ວຽກງານພົວພັນຕ່າງປະເທດຂອງ VUFO ແລະບັນດາອົງການຈັດຕັ້ງສະມາຊິກໄດ້ ແລະກໍາລັງມີບັນດາການປ່ຽນແປງໃໝ່, ການສົມທົບກັນຊຸກຍູ້ກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາພ້ອມກັບບາງຂົງເຂດອື່ນ. ຄຽງຂ້າງນັ້ນ, ວຽກງານປຸກລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ກໍ່ໄດ້ເອົາໃຈໃສ່ເປັນພິເສດ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ. VUFO ໄດ້ສ້າງສໍາເລັດຮ່າງໂຄງການສົ່ງເສີມຂົນຂວາຍການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດແຫ່ງຊາດ ໄລຍະໃໝ່ (2018-2025) ແລະພວມຂໍຄວາມເຫັນຈາກບັນດາອົງການທີ່ກ່ຽວຂ້ອງເພື່ອຮັບເອົາ, ດັດປັບ, ປັບປຸງໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີປະກາດໃຊ້.

leftcenterrightdel
ບັນຍາກາດທີ່່ກອງປະຊຸມ.  ພາບ: thoidai.com.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຖືວ່າ, ໃນໄລຍະຈະມາເຖິງ, ການເຄື່ອນໄຫວພົວພັນຕ່າງປະເທດ, ສັນຕິພາບ, ມິດຕະພາບ, ຄວາມສາມັກຄີຂອງຫວຽດນາມ ຄວນແທດຈິງ, ມີປະສິດທິຜົນກວ່າອີກ. VUFO ຄວນມີບັນດາການເຄື່ອນໄຫວລະອຽດ ຄື: ເຂົ້າຮ່ວມບັນດາເວທີປາໄສປະຊາຊົນ; ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການໂຄສະນາສື່ສານດ້ານການພົວພັນຕ່າງປະເທດ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ.

 

ແປໂດຍ: ທູຈາງ