leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຢູ່ Mie, ຍີ່ປຸ່ນ ໃນເດືອນ ພຶດສະພາ 2016. ພາບ: ສຳນັກຂ່າວສານຫວຽດນາມ.

ນັກຂ່າວ: ຂໍຮຽນທ່ານນາຍົກລັດຖະມົນຕີ, ຂ້າພະເຈົ້າໄດ້ຮູ້ວ່າທ່ານ Justin Trudeau ນາຍົກລັດຖະມົນຕີການາດາ  ໄດ້ເຊື້ອເຊີນທ່ານເຂົ້າຮ່ວມກອງປະຊຸມ G7 ໃນເດືອນ ມິຖຸນາ. ໜຶ່ງໃນບັນດາຫົວຂໍ້ຫຼັກຂອງກອງປະຊຸມແມ່ນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ມະຫາສະໝຸດ ແລະພະລັງງານສະອາດ. ປະຈຸບັນບັນດານັກລົງທຶນສາກົນຕີລາຄາ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອພັດທະນາພະລັງງານຜະລິດຄືນໃໝ່. ທ່ານອາດຈະໃຫ້ຮູ້ ຫວຽດນາມ ເຮັດແນວໃດເພື່ອຊຸກຍູ້ ແລະສ້າງເງື່ອນໄຂສະດວກໃຫ້ການພັດທະນາ ແລະລົງທຶນເຂົ້າຂົງເຂດພະລັງງານສະອາດ ແລະພະລັງງານຜະລິດຄືນໃໝ່? ຕົວຢ່າງແມ່ນ ຫວຽດນາມ ມີແຫຼ່ງດິນຫາຍາກຫຼາຍທີ່ສຸດ. ສະນັ້ນບັນດາແຫຼ່ງທີ່ດິນເຫຼົ່ານີ້ສາມາດໄດ້ນຳໃຊ້ເພື່ອຜະລິດຖ່ານໄຟຮັບໃຊ້ໃຫ້ແກ່ການຜະລິດພະລັງງານແສງຕາເວັນຢູ່ ຫວຽດນາມ ຫຼືບໍ່? ແລະຕາມນັ້ນແລ້ວ, ຫວຽດນາມ ມີແຜນການຂຸດຄົ້ນ ແລະຄັດເລືອກເອົາແຫຼ່ງທີ່ດິນຫາຍາກນີ້ຄືແນວໃດ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມ ກຳລັງຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະວິໄສທັດຮອດປີ 2050, ຕາມນ້ັນແລ້ວ, ການສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ.

ບາງເປົ້າໝາຍລະອຽດຂອງຍຸດທະສາດພັດທະນາພະລັງງານຜະລິດຄືນໃໝ່ລວມມີ: ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຄືໄດ້ຖະແຫຼງຄຳໝັ້ນສັນຍາທີ່ COP21 ປາຣີ ແມ່ນຫຼຸດຜ່ອນປະມານ 5% ໃນປີ 2020, ແລະຖ້າວ່າໄດ້ຮັບການໜູນຊ່ວຍຈາກສາກົນກ່ຽວກັບແຫຼ່ງກຳລັງຈະຫຼຸດໄດ້ປະມານ 25% ໃນປີ 2030; ຫຼຸດຜ່ອນການນຳໃຊ້ຖ່ານຫີນປະມານ 40 ລ້ານໂຕນ ແລະຜະລິດຕະພັນນ້ຳມັນອາຍແກັສ 3,7  ລ້ານໂຕນໃນປີ 2030; ເພີ່ມປະລິມານໄຟຟ້າຜະລິດຈາກພະລັງງານຜະລິດຄືນໃໝ່ແຕ່ປະມານ 58 ຕື້ kWh ປີ 2015 ຂຶ້ນປະມານ 101 ຕື້ kWh ໃນປີ 2020, ປະມານ 186 ຕື້ kWh ໃນປີ 2030; ເພີ່ມອັດຕາສ່ວນຄອບຄົວມີບັນດາເຄື່ອງອຸປະກອນນຳໃຊ້ພະລັງງານແສງຕາເວັນແຕ່ປະມານ 4,3% ປີ 2015 ຂຶ້ນປະມານ 12% ໃນປີ 2020, ປະມານ 26% ໃນປີ 2030; ເພີ່ມປະລິມານເຊື້ອເພີງຊີວະສາດຕອບສະໜອງປະມານ 13% ຄວາມຕ້ອງການເຊື້ອເພີງຂອງຂະແໜງຄົມມະນາຄົມ-ຂົນສົ່ງໃນປີ 2030.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ລັດຖະບານຫວຽດນາມ ພວມປະຕິບັດຫຼາຍກົນໄກ, ນະໂຍບາຍສະດວກກ່ຽວກັບທີ່ດິນ, ພາສີອາກອນ, ລາຄາ...ແນໃສ່ຊຸກຍູ້ການລົງທຶນພາຍໃນ ແລະຕ່າງປະເທດເຂົ້າໃນການພັດທະນາພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ, ໃນນັ້ນມີກົນໄກສົ່ງເສີມພັດທະນາບັນດາໂຄງການໄຟຟ້າແສງຕາເວັນ.

ໄປຄຽງຄູ່ກັບພະລັງງານຜະລິດຄືນໃໝ່, ທຳມະຊາດໄດ້ດົນບັນດານໃຫ້ ຫວຽດນາມ ບັນດາແຫຼ່ງຊັບພະຍາກອນແຮ່ທາດ, ໃນນ້ັນມີດິນຫາຍາກ. ຫວຽດນາມ ແມ່ນໜຶ່ງໃນຈຳນວນບັນດາປະເທດມີປະລິມານດິນຫາຍາກຫຼາຍທີ່ສຸດໃນໂລກ (ຢືນທີ 3 ກ່ຽວກັບປະລິມານສະສົມ). ພວກຂ້າພະເຈົ້າປາດຖະໜາຢາກຮ່ວມມືໃນວຽກງານຄົ້ນຄວ້າ, ພັດທະນາ ແລະຖ່າຍທອດເຕັກໂນໂລຢີໃນການຂຸດຄົ້ນ, ປຸງແຕ່ງແຮ່ທາດດິນຫາຍາກແນໃສ່ຜະລິດອອກບັນດາຜະລິດຕະພັນທີ່ມີມູນຄ່າສູງ, ເປັນມິດກັບສິ່ງແວດລ້ອມ ແລະບໍ່ເອົາສິ່ງແວດລ້ອມ ໄປປ່ຽນກັບການເຕີບໂຕດ້ານເສດຖະກິດ.

ນັກຂ່າວ: ກ່ຽວກັບຫົວຂໍ້ພະລັງງານສະອາດ, ເລື່ອງລົງທຶນໃສ່ຍຸດທະສາດໃຫ້ແກ່ການພັດທະນາພະລັງງານຜະລິດຄືນໃໝ່ອາດຈະຊ່ວຍຫວຽດນາມ ຕອບສະໜອງໄດ້ຕາມຄວາມຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນ, ຮັບໃຊ້ການພັດທະນາ ແລະຜັນຂະຫຍາຍໂຄງການພັດທະນາພະລັງງານໃຫ້ສະອາດກວ່າ? ຫວຽດນາມ ມີຄວາມປາດຖະໜາດຶງດູດການລົງທຶນຈາກບັນດາປະເທດ G7 ໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະພະລັງງານເວົ້າລວມ ຫຼື ບໍ່? ແລະຖ້າມີ, ຫວຽດນາມ ຈະສ້າງແຜນການຄືແນວໃດ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ລັດຖະບານຫວຽດນາມ ໄດ້ ແລະກຳລັງນຳໃຊ້ບັນດາກົນໄກ, ນະໂຍບາຍດຶງດູດນັກລົງທຶນທັງຢູ່ພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ, ດຳເນີນທຸລະກິດໃນຂົງເຂດພະລັງງານຜະລິດຄືນໃໝ່ບົນພື້ນຖານຄວາມກົມກຽວທາງດ້ານຜົນປະໂຫຍດຂອງລັດ, ນັກລົງທຶນ ແລະສັງຄົມ.

ພວກເຮົາພ້ອມແລ້ວທີ່ຈະຮ່ວມມື ແລະສ້າງເງື່ອນໄຂສະດວກໃຫ້ບັນດາຄູ່ຮ່ວມມືທັງໝົດ ແລະເຊື່ອໝັ້ນວ່າດ້ວຍກຳລັງຄວາມສາມາດບົ່ມຊ້ອນດ້ານການເງິນ, ເຕັກໂນໂລຢີ ແລະບົດຮຽນໃນການພັດທະນາພະລັງງານຜະລິດຄືນໃໝ່, ບັນດານັກລົງທຶນຂອງບັນດາປະເທດ G7 ຈະມີໂອກາດຫຼາຍຢ່າງເພື່ອກາຍເປັນບັນດານັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານນາຍົກລັດຖະມົນຕີ !

ແປໂດຍ: ຮຸຍດົງ