ແຕ່ລະປະເທດຕ້ອງຕັດສິນຊາຕາກໍາຂອງຕົນດ້ວຍຕົນເອງ

ວັນທີ 2 ມິຖຸນາ, ເມື່ອກ່າວປາໄສທີ່ກອງປະຊຸມເຈລະຈາ Shangri-La ຄັ້ງທີ 17 ໄດ້ດໍາເນີນຢູ່ສິງກະໂປ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ເນັ້ນໜັກວ່າ: ເອກະລາດ, ເປັນເຈົ້າຕົນເອງ, ເພີ່ມທະວີການຮ່ວມມື, ປະຕິບັດຕາມກົດໝາຍສາກົນແມ່່ນພື້ນຖານຂອງຄວາມໝັ້ນຄົງ, ສັນຕິພາບ ແລະການພັດທະນາ.

leftcenterrightdel
ທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳປາໄສທີ່ວາລະປະຊຸມຄົບຄະນະທີ 3 ຂອງກອງປະຊຸມເຈລະຈາ Shangri-La ຄັ້ງທີ 17. ພາບ: ທູຈາງ.

ທ່ານ ໂງຊວນລິກ ໄດ້ຍົກອອກສະພາບຕົວຈິງແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ, ໃນນັ້ນມີຄວາມຂັດແຍ້ງກ່ຽວກັບອຳນາດອະທິປະໄຕ, ຜືນແຜ່ນດິນ, ການກໍ່ການຮ້າຍ... ທີ່ພວມປະກົດອອກຢ່າງຈະແຈ້ງ, ສ້າງໃຫ້ພາກພື້ນອາຊີ-ປາຊີຟິກ ຢືນຢູ່ຕໍ່ໜ້າບັນດາໄພອັນຕະລາຍທີ່ມີໃນຕົວຈິງ ແລະທີ່ໃກ້ຈະມາເຖິງ.

ຈາກສະພາບຕົວຈິງ ແລະບົດຮຽນ, ຕາມທ່ານລັດຖະມົນຕີ ໂງຊວນລິກ ແລ້ວ, ເພື່ອແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ສັບສົນ, ກ່ອນອື່ນໝົດແຕ່ລະປະເທດຕ້ອງຕັດສິນຊາຕາກໍາຂອງຕົນດ້ວຍຕົນເອງ, ພ້ອມທັງຕ້ອງມີການໜູນຊ່ວຍ, ຮ່ວມແຮງຮ່ວມໃຈກະທໍາເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ, ພິເສດແມ່ນບັນດາປະເທດໃຫຍ່.

ທ່ານລັດຖະມົນຕີ ໂງຊວນລິກ ເນັ້ນໜັກວ່າ: “ຄວນມີການປະພຶດທີ່ມີຄວາມຮັບຜິດຊອບຂອງຝ່າຍຕ່າງໆ, ເປັນຕົ້ນແມ່ນບັນດາປະເທດໃຫຍ່; ແບກຫາບຄວາມຮັບຜິດຊອບໃນຄວາມມານະພະຍາຍາມລວມຂອງພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາ. ພິເສດແມ່ນຕ້ອງລະງັບໃຈ, ບໍ່ນໍາໃຊ້ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດ; ບໍ່ດໍາເນີນບັນດາການເຄື່ອນໄຫວຝ່າຍດຽວເຮັດໃຫ້ສະພາບການສັບສົນຕື່ມອີກ”.

ຫວຽດນາມ ເດັດດ່ຽວປົກປັກຮັກສາຜົນປະໂຫຍດອັນຊອບທໍາຂອງຕົນ

ທ່ານລັດຖະມົນຕີ ໂງຊວນລິກ ກໍ່ຢັ້ງຢືນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ອາຊຽນແມ່ນຮູບແບບຮ່ວມມື, ຮ່ວມສໍາພັນປະສົບຜົນສໍາເລັດຂອງບັນດາປະເທດກາງ ແລະນ້ອຍ; ນັບມື້ນັບສວມບົດບາດຕັ້ງໜ້າ, ເປັນໃຈກາງໃຫ້ບັນດາຄວາມມານະພະຍາຍາມລວມ. ອາຊຽນ ກໍ່ໄດ້ປະກອບສ່ວນສ້າງໂຄງປະກອບຄວາມໝັ້ນຄົງເປັນຮູບປະທໍາ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຂອງອາຊີ-ປາຊີຟິກ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈລະຈາ Shangri-La ຄັ້ງທີ 17. ພາບ: ທູຈາງ.

ປີ 2020, ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ, ແມ່ນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ ADMM+. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຍົກອອກວິໄສທັດກ່ຽວກັບຄວາມໝັ້ນຄົງຂອງພາກພື້ນອາຊີ-ປາຊີຟິກ; ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ຕິດພັນກັບຄວາມສາມັກຄີ, ຄວາມເປັນເອກະພາບ ແລະຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກອາຊຽນ (ໃນຂອບເຂດ ADMM).

ໃນບົດກ່າວປາໄສຂອງຕົນ, ທ່ານລັດຖະມົນຕີ ໂງຊວນລິກ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ເຄົາລົບຄຸນຄ່າຂອງສັນຕິພາບ; ຢຶດໝັ້ນນະໂຍບາຍການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ. ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ສ້າງຄວາມດຸ່ນດ່ຽງໃຫ້ແກ່ຍຸດທະສາດໃນການພົວພັນກັບບັນດາປະເທດ. ກໍ່ສ້າງພື້ນຖານການປ້ອງກັນຊາດແຫ່ງສັນຕິພາບ, ມີລັກສະນະປ້ອງກັນຕົວ; ບໍ່ຮ່ວມສໍາພັນກັບປະເທດນີ້ຕ້ານປະເທດອື່ນ; ບໍ່ນໍາໃຊ້ ແລະນາບຂູ່ນໍາໃຊ້ກໍາລັງອາວຸດໃນການພົວພັນກັບສາກົນ; ບໍ່ປະໃຫ້ປະເທດພາຍນອກຕັ້ງຖານທີ່ໝັ້ນການທະຫານໃນຜືນແຜ່ນດິນຂອງຫວຽດນາມ. ເຄົາລົບເອກະລາດ, ອຳນາດອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດທັງໝົດ, ບົນພື້ນຖານກົດໝາຍສາກົນ, ກົດແຫ່ງການປະພຶດໃນພາກພື້ນ ແລະຮຽກຮ້ອງບັນດາປະເທດຕ່າງໆກໍ່ປະຕິບັດເຊັ່ນດຽວກັນ. ທ່ານລັດຖະມົນຕີ ໂງຊວນລິກ ເນັ້ນໜັກວ່າ, ຫວຽດນາມ ຢຶດໝັ້ນປົກປັກຮັກສາຜົນປະໂຫຍດອັນຊອບທໍາຂອງຕົນ, ພ້ອມກັນນັ້ນ, ກໍ່ເຄົາລົບຜົນປະໂຫຍດຂອງປະເທດອື່ນທີ່ ສອດຄ່ອງກັບກົດໝາຍສາກົນ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ໂງຊວນລິກ ອືກເທື່ອໜຶ່ງເນັ້ນໜັກວ່າ, ຫວຽດນາມ ຖືວ່າ, ທຸກການກະທໍາທີ່ລະເມີດອໍານາດອະທິປະໄຕຂອງບັນດາປະເທດອື່ນ, ຫັນເປັນການທະຫານ ແລະເພີ່ມຂຶ້ນກໍາລັງແຮງດ້ານການທະຫານລ້ວນແຕ່ບໍ່ສອດຄ່ອງກັບກົດໝາຍສາກົນ, ໄປຝືນກັບຄໍາໝັ້ນສັນຍາຂອງພາກພື້ນ.

ທ່ານລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ, ຄຽງຂ້າງໜ້າທີ່ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຂອງຊາດ, ກອງທັບຫວຽດນາມ ໄດ້ ແລະກໍາລັງຕັ້ງໜ້າເຂົ້າຮ່ວມໃນໂຄງການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແລະຄາດໝາຍສະຫັດສະວັດ, ໃນນັ້ນມີເນື້ອໃນຮັກສາສັນຕິພາບ.

 

ແປໂດຍ: ທູຈາງ