ນີ້ແມ່ນບາດກ້າວລະອຽດ, ຜັນຂະຫຍາຍການກໍ່ສ້າງໜັງສືພິມກອງທັບປະຊາຊົນຫວຽດນາມ ກາຍເປັນອົງການສື່ສານຫຼາຍປະເພດຕາມແຜນຮ່າງ “ວາງແຜນພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດຮອດປີ 2025” ຂອງລັດຖະບານ.

ໂດຍຜັນຂະຫຍາຍໜ້າທີ່ທີ່ໄດ້ຮັບມອບໝາຍ, ໃນຊຸມປີຜ່ານມາ, ຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຸມໃສ່ຊີ້ນໍາ, ນໍາພາການປ່ຽນແປງໃໝ່ຢ່າງຂ້ຽວຂາດ, ຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ, ຮັກສາຫຼັກມູນ, ຈຸດປະສົງ, ສະແດງໃຫ້ເຫັນບົດບາດແມ່ນໜຶ່ງໃນບັນດາໜັງສືພິມການເມືອງແຖວໜ້າຂອງປະເທດຊາດ, ປະຕິບັດສໍາເລັດໜ້າທີ່ສື່ສານ, ໂຄສະນາ, ກໍານົດທິດຫາງສຽງເປັນຢ່າງດີ, ໄດ້ຮັບການຕີລາຄາສູງຈາກການນໍາພັກ, ລັດ, ກອງທັບ, ແລະຜູ້ອ່ານ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະພະນັກງານ, ນັກຂ່າວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການຈັດທົດລອງເວັບໄຊສະເພາະ video-audio. ພາບ: ວັນຢວຽນ.

ໜັງສືພິມກອງທັບປະຊາຊົນຫວຽດນາມຈັດເວັບໄຊສະເພາະ video-audio ດ້ວຍຮູບການສະແດງທີ່ທັນສະໄໝ, ອຳນວຍຄວາມສະດວກ, ມີເນື້ອໃນອຸດົມສົມບູນ, ລວມມີຄໍລໍາ ຄື: ການເມືອງ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ເສດຖະກິດ, ວັດທະນະທໍາ, ສັງຄົມ; ວຽກດີຄົນເດັ່ນ; ວິທະຍາສາດ, ສິລະປະດ້ານການທະຫານ; ການປ້ອງກັນ ແລະຕ້ານຍຸດທະສາດ “ການຜັນແປໂດຍສັນຕິ”, ການປ້ອງກັນ ແລະຕ້ານ “ການຜັນແປດ້ວຍຕົນເອງ” “ການຫັນປ່ຽນດ້ວຍຕົນເອງ”; ການແລກປ່ຽນ, ວິເຄາະ...

 

ແປໂດຍ: ທູຈາງ