ການເຄື່ອນໄຫວລົງທຶນກໍ່ສ້າງມີຂອບເຂດກວ້າງຂວາງ, ສັບສົນ, ມີລັກສະນະພິເສດສະເພາະ ແລະຄວນມີການຄຸ້ມຄອງຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມປອດໄພໃຫ້ກິດຈະການ, ຊີວິດ, ຊັບສິນຂອງປະຊາຊົນ, ຮັບປະກັນປະສິດທິຜົນການຄຸ້ມຄອງ, ການນໍາໃຊ້ທຶນ, ຕ້ານການຟຸ່ມເຟືອຍ, ຮົ່ວໄຫຼເສຍຫາຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ກະຊວງກໍ່ສ້າງ ແລະບັນດານັກຊ່ຽວຊານ, ວິສາຫະກິດສະເໜີທ່ານນາຍົກລັດຖະມົນຕີ ມອບໃຫ້ບັນດາກະຊວງ, ຂະແໜງການປັບປຸງ, ເພີ່ມເຕີມບັນດາກົດໝາຍ, ດຳລັດທີ່ກ່ຽວຂ້ອງເຖິງການກໍ່ສ້າງພື້ນຖານ, ຍ້ອນວ່າພຽງແຕ່ປັບປຸງແຕ່ລະກົດໝາຍຈະບໍ່ສາມາດແກ້ໄຂຂໍ້ຕິດຂັດຢ່າງທັນການໄດ້. ຕາມທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີ ຍອດຈຳນວນເງິນລົງທຶນສຳລັບກໍ່ສ້າງກວມເອົາ 70-80% ຍອດຈຳນວນເງິນລົງທຶນຂອງສັງຄົມ, ມີບາງປີກວມເອົາ 42% GDP. ຖ້າຫາກຄຸ້ມຄອງແຫຼ່ງທຶນນີ້ຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ແນ່ນອນວ່າຈະພັດທະນາແບບຍືນຍົງ.

ກ່າວຄໍາເຫັນສະຫຼຸບ, ທ່ານ ຫງວຽນຊວນຟຸກ ຖືວ່າ, ຄວນແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການ. ທ່ານຍົກໃຫ້ເຫັນສະພາບຕົວຈິງ, ລະບົບລະບອບລະບຽບການ, ນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງຂົງເຂດກໍ່ສ້າງທີ່ຍັງສັບສົນ, ທັບຊ້ອນກັນ...

ຕໍ່ໜ້າສະພາບການດັ່ງກ່າວ, ທ່ານ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ, ສຳລັບບັນດາກົດບັນຍັດກົດໝາຍທີ່ຂຶ້ນກັບອໍານາດຂອງສະພາແຫ່ງຊາດ, ນັ້ນແມ່ນຕ້ອງຄົ້ນຄວ້າ, ຍື່ນສະເໜີຕໍ່ສະພາແຫ່ງຊາດໂດຍໄວ. ສຳລັບບັນດາດຳລັດ, ບົດແນະນຳ, ບັນດາຂໍ້ກໍານົດໂດຍລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະກາດໃຊ້ແມ່ນຕ້ອງປັບປຸງໃນທັນທີ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາ, ເປັນຕົ້ນແມ່ນດ້ານຈິດໃຈ, ທ່າທີຮັບໃຊ້ປະຊາຊົນ, ວິສາຫະກິດຂອງພະນັກງານ, ລັດຖະກອນທຸກຄົນ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມອບບັນດາໜ້າທີ່ອັນລະອຽດໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ໃນນັ້ນສຸມໃສ່ເຂົ້າໃນການປັບປຸງກົດບັນຍັດ, ນະໂຍບາຍກົດໝາຍ.

 

ແປໂດຍ: ກວຽດເຕີມ