ຂໍແນະນໍາເນື້ອໃນການຕອບສຳພາດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ:

ສຳນັກຂ່າວສານ Fairfax Media: ປີ 2015, ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ໃຫ້ຮູ້ວ່າຈະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຂໍທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າຍາມໃດຈະດຳເນີນເຫດການນັ້ນ ? ແລະເຫດການດັ່ງກ່າວມີຄວາມໝາຍແນວໃດຕໍ່ກັບການພົວພັນລະຫວ່າງສອງປະເທດ ? ຂໍທ່ານນາຍົກລັດຖະມົນຕີ ແບ່ງປັນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດ ແລະການປ້ອງກັນຊາດລະຫວ່າງສອງປະເທດ ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ນີ້ແມ່ນຄວາມຕັດສິນໃຈຂອງທັງສອງປະເທດຫວຽດນາມ ແລະອົດສະຕາລີ. ການຢ້ຽມຢາມ ອົດສະຕາລີ ໃນຄັ້ງນີ້, ຂ້າພະເຈົ້າ ແລະທ່ານນາຍົກລັດຖະມົນຕີ Malcolm Turnbull ຈະລົງນາມໃນຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອົດສະຕາລີ, ສ້າງຂອບເຂດດ້ານການເມືອງ ແລະນິຕິກຳເພື່ອຍົກລະດັບການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ Malcolm Turnbull ນາຍົກລັດຖະມົນຕີ ອົດສະຕາລີ ຕ້ອນຮັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະພັນລະຍາ. ພາບ: ສຳນັກຂ່າວສານຫວຽດນາມ.

ເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດມີຄວາມໝາຍສຳຄັນທີ່ສຸດ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ ແລະນຳການຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ພິເສດເຫດການນີ້ໄດ້ດຳເນີນໃນຈຸດເວລາທີ່ສອງປະເທດພວມຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 20 ປີ ແຫ່ງວັນສ້າງຕັ້ງການພົວພັນດ້ານປ້ອງກັນຊາດ.

ເພື່ອນຳການພົວພັນພັດທະນາໃຫ້ເໝາະສົມກັບລັກສະນະຍຸດທະສາດ, ສອງປະເທດຄວນສືບຕໍ່ປັບປຸງ ແລະເປີດກ້ວາງການຮ່ວມມືໃນທຸກຂົງເຂດ. ສະເພາະໃນເສົາຄ້ຳການເມືອງ-ການພົວພັນຕ່າງປະເທດ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ສຸມໃສ່ເຂົ້າໃນບັນດາເນື້ອໃນດັ່ງລຸ່ມນີ້:

ທີ່ໜຶ່ງ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນຜ່ານບັນດາການຢ້ຽມຢາມ ແລະການພົບປະທຸກຂັ້ນ, ໂດຍສະເພາະແມ່ນບັນດາການຢ້ຽມຢາມຂອງການນຳຂັ້ນສູງ. ບົນຈິດໃຈນັ້ນ, ຫວຽດນາມ ຊົມເຊີຍການມາຢ້ຽມຢາມຫວຽດນາມ ຂອງການນຳຂັ້ນສູງ ອົດສະຕາລີ ໃນເດືອນ ພຶດສະພາ 2018 ແລະຖືນີ້ແມ່ນການພົວພັນທາງການທູດທີ່ສຳຄັນໃນປີ 2018. ພ້ອມທັງກວດກາຄືນ, ຊຸກຍູ້ການປະຕິບັດບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ບົນພື້ນຖານນັ້ນພິຈາລະນາການຍົກລະດັບ ຫຼື ສ້າງຕັ້ງກົນໄກໃໝ່ເພື່ອແລກປ່ຽນ, ທາບທາມຄຳເຫັນບັນດາບັນຫາສອງຝ່າຍ, ພາກພື້ນ ແລະສາກົນທີ່ສຳຄັນ, ມີລັກສະນະຍຸດທະສາດ.

ທີ່ສອງ, ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນ ອາຊຽນ, ອາເປັກ, ອາແຊມ, ສະຫະປະຊາຊາດ... ສົມທົບກັນຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງມີປະສິດທິຜົນ; ພ້ອມທັງເພີ່ມທະວີການຮ່ວມມືໃນບັນດາບັນຫາທີ່ຕ່າງຝ່່າຍຕ່າງມີຄວາມສົນໃຈ ຄື: ຫຼຸດຜ່ອນຄວາມອຶດຫິວ ແລະທຸກຍາກ, ປ້ອງກັນ ແລະຕ້ານໄພທຳມະຊາດ, ໂລກພະຍາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ...

ທີ່ສາມ, ກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍຕ້ອງຕັ້ງໜ້າຜັນຂະຫຍາຍການຮ່ວມມືຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດຕາມບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ; ຮັກສາບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດກູ້ໄພກູ້ຊີບ, ຕ້ານການກໍ່ການຮ້າຍ, ການຄ້າມະນຸດ, ຄວາມໝັ້ນຄົງທາງອິນເຕີແນັດ, ຄວາມໝັ້ນຄົງແຫຼ່ງນ້ຳ; ພ້ອມທັງສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາກົນໄກຮ່ວມມືຢູ່ພາກພື້ນກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄື ADMM, ADMM+, ARF.... ຫວຽດນາມ ຕີລາຄາສູງ ແລະປາດຖະໜາວ່າ ອົດສະຕາລີ ເພີ່ມທະວີການແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວສານ, ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງພາສາອັງກິດ, ຝຶກແອບກຳລັງເຂົ້າຮ່ວມການຮັກສາສັນຕິພາບ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull. ພາບ: ຟ້າມຕ໋ວນ.

ສຳນັກຂ່າວສານ Fairfax Media:  ໃນຈຳນວນບັນດາປະເທດ ອາຊຽນ, ຫວຽດນາມ ກຳລັງກາຍເປັນຕະຫຼາດສົ່ງອອກພັດທະນາໄວທີ່ສຸດຂອງ ອົດສະຕາລີ. ຂໍທ່ານນາຍົກລັດຖະມົນຕີ ແບ່ງປັນບັນດາການຕີລາຄາຂອງຕົນກ່ຽວກັບກາລະໂອກາດໃຫ້ແກ່ວິສາຫະກິດ ອົດສະຕາລີ ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ການພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນໄລຍະຜ່ານມາມີບັນດາບາດກ້າວພັດທະນາຢ່າງແຮງ. ປະຈຸບັນ ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 8 ຂອງ ຫວຽດນາມ ດ້ວຍວົງເງິນການຄ້າເກືອບ 6,5 ຕື້ ໂດລາສະຫະລັດ ໃນປີ 2017. ເຖິງຢ່າງໃດກໍ່ຕາມຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດ ແລະກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອົດສະຕາລີ ດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ ຍັງໃຫຍ່ຫຼວງຢູ່.

ທີ່ໜຶ່ງ, ຫວຽດນາມ ແມ່ນພື້ນຖານເສດຖະກິດພວມພັດທະນາຂະຫຍັນຂັນເຄື່ອນ, ມີລະດັບເຕີບໂຕສູງໃນພາກພື້ນ. ໃນປີ 2017, ເສດຖະກິດຫວຽດນາມ ເຕີບໂຕ 6,81%, ສູງທີ່ສຸດໃນ 10 ປີ ມໍ່ໆມານີ້. ພ້ອມທັງດ້ວຍທີ່ຕັ້ງພູມສາດຍຸດທະສາດຢູ່ພາກພື້ນ, ການຮັກສາຄວາມໝັ້ນຄົງດ້ານການເມືອງ, ຂອບຂະໜາດຕະຫຼາດທີ່ມີປະຊາກອນເກືອບ 100 ລ້ານຄົນ ແລະດ້ວຍລາຍຮັບ 2.400 ໂດລາສະຫະລັດ ຕໍ່ຄົນ ແລະນັບມື້ນັບເພີ່ມຂຶ້ນ..., ຫວຽດນາມ ແມ່ນຈຸດນັດພົບທີ່ດຶງດູດນັກລົງທຶນຕ່າງປະເທດ.

ທີ່ສອງ, ດ້ວຍເລື່ອງຕັດສິນໃຈຍູ້ແຮງການປະຕິຮູບດ້ານເສດຖະກິດ ແລະປ່ຽນແປງໃໝ່ຮູບແບບການເຕີບໂຕ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະລົງທຶນຢູ່ ຫວຽດນາມ ພວມນັບມື້ນັບໄດ້ຮັບການປັບປຸງ.

ທີ່ສາມ, ແມ່ນພື້ນຖານເສດຖະກິດທີ່ມີລັກສະນະເປີດສູງດ້ວຍວົງເງິນການຄ້າ ປີ 2017 ບັນລຸໄດ້ 425 ຕື້ໂດລາສະຫະລັດ ເທົ່າກັບ 190% ລວມຍອດຜະລິດຕະພັນພາຍໃນ, ຫວຽດນາມ ກຳລັງເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງ ແລະຮອບດ້ານ. ປະຈຸບັນ ຫວຽດນາມ ກຳລັງປະຕິບັດ ແລະເຈລະຈາສັນຍາການຄ້າເສລີ (FTA) 16 ສະບັບ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາຄູ່ຮ່ວມມື, ໃນນ້ັນມີ ອົດສະຕາລີ. ເລື່ອງສອງປະເທດພ້ອມກັນຜັນຂະຫຍາຍ FTA ອາຊຽນ-ອົດສະຕາລີ ແລະນິວຊີແລນ ແລະເຊັນສັນຍາ CPTPP ໃນວັນທີ 8 ມີນາ 2018 ຫວ່າງແລ້ວນີ້ຈະຊ່ວຍເຊື່ອມຕໍ່ດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

ໃນສະພາວະການນັ້ນ, ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຈະນຳມາເຊິ່ງບັນດາໂອກາດໃໝ່ໃຫ້ແກ່ວິສາຫະກິດຂອງສອງປະເທດ. ດ້ວຍທ່າໄດ້ປຽບກ່ຽວກັບທຶນ, ເຕັກນິກກ້າວໜ້າ, ປະສົບການໃນການຄຸ້ມຄອງ, ບັນດາວິສາຫະກິດ ອົດສະຕາລີ ສາມາດຍາດແຍ່ງກາລະໂອກາດດັ່ງກ່າວເພື່ອເປີດກ້ວາງການດຳເນີນທຸລະກິດ ແລະລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດເຊິ່ງ ອົດສະຕາລີ ມີທ່າໄດ້ປຽບ ແລະຫວຽດນາມ ມີຄວາມຕ້ອງການຄື ເຕັກໂນໂລຢີສູງ, ການປະດິດ, ການປຸງແຕ່ງ, ພະລັງງານເປັນມິດກັບສິ່ງແວດລ້ອມ...

ສຳນັກຂ່າວສານ Fairfax Media: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີຜົນປະໂຫຍດຈາກ TPP, ແຕ່ວ່າບາງຜົນປະໂຫຍດດັ່ງກ່າວນັ້ນແມ່ນມາຈາກການປະຕິຮູບດ້ານເສດຖະກິດເພື່ອຕອບສະໜອງບັນດາມາດຕະຖານສູງຂອງຂໍ້ຕົກລົງສະບັບທຳອິດ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຖອນຕົວອອກຈາກ TPP, ສິ່ງດັ່ງກ່າວເຮັດໃຫ້ສັນຍາສະບັບໃໝ່, ເບິ່ງລວມແລ້ວມີບັນດາມາດຕະຖານຕ່ຳກ່ວາເມື່ອທຽບໃສ່ກັບສະບັບທຳອິດ, ສະນັ້ນຂໍທ່ານນາຍົກລັດຖະມົນຕີ ໃຫ້ຮູ້ ຫວຽດນາມ ສືບຕໍ່ຍົກອອກບັນດາວິທີການປະຕິຮູບດ້ານເສດຖະກິດບໍ່ ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ເລື່ອງປະຕິຮູບດ້ານເສດຖະກິດແມ່ນລັດຖະນະໂຍບາຍ, ແມ່ນຄວາມຕ້ອງການປ່ຽນແປງໃໝ່ ແລະພັດທະນາຂອງ ຫວຽດນາມ ເຖິງວ່າມີ ຫຼື ບໍ່ມີ TPP. ເຖິງວ່າ ອາເມລິກາ ບໍ່ເຂົ້າຮ່ວມ, CPTPP ຍັງແມ່ນສັນຍາການຄ້າເສລີແບບໃໝ່ດ້ວຍບັນດາມາດຕະຖານສູງ, ລະດັບເປີດສູງ, ຜົນປະໂຫຍດບັນດາຝ່າຍມີຄວາມດຸ່ນດ່ຽງ, ມີລັກສະນະຮອບດ້ານ ແລະກ້າວໜ້າ, ແມ່ນ “ຮູບແບບ” ໃຫ້ການຮ່ວມມື, ເຊື່ອມຕໍ່ເສດຖະກິດພາກພື້ນໃນສະພາວະອາລັກຂາການຄ້າທີ່ປະກົດອອກຢູ່ຫຼາຍແຫ່ງໃນໂລກ. ພວກເຮົາຖືວ່າເລື່ອງເຂົ້າຮ່ວມບັນດາ FTA, ໃນນັ້ນມີ CPTPP, ຈະສ້າງກຳລັງດັນເພື່ອດຳເນີນການປະຕິຮູບຕື່ມອີກ. ດ້ວຍເຫດນັ້ນ, ໃນໄລຍະຈະມາເຖິງ, ພວກເຮົາຈະຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ສ້າງກອບກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ແລະປັບປຸງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກຕິດພັນກັບການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫັນການຄ້າເປັນເສລີ ແລະສະດວກຢ່າງເຂັ້ມງວດ ແລະຄົບຖ້ວນ, ເປີດປະຕູຕະຫຼາດ.

ສຳນັກຂ່າວສານ Fairfax Media: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ອົດສະຕາລີ ຄັ້ງນີ້, ຂໍທ່ານນາຍົກລັດຖະມົນຕີໃຫ້ຮູ້ເຖິງການຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອົດສະຕາລີ ໃນໄລຍະຈະມາເຖິງ ?

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ພາຍຫຼັງທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ປີ 2014, ການພົວພັນ ອາຊຽນ-ອົດສະຕາລີ ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດ, ຈາກການເມືອງ-ຄວາມສະຫງົບ, ເສດຖະກິດ-ການຄ້າ- ການລົງທຶນຕະຫຼອດຮອດວັດທະນະທຳ-ສັງຄົມ ແລະການຮ່ວມມືພັດທະນາ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ອາຊຽນ-ອົດສະຕາລີ ຍັງໃຫຍ່ຫຼວງຢູ່, ໂດຍສະເພາະໃນບັນດາຂົງເຂດດັ່ງກ່າວ:

ທີ່ໜຶ່ງ, ອາຊຽນ-ອົດສະຕາລີ ຄວນສືບຕໍ່ຢືນຢັນຄຳໝັ້ນສັນຍາດ້ວຍຄວາມຕັດສິນໃຈສູງແນໃສ່ຮັກສາການຮ່ວມສຳພັນດ້ານເສດຖະກິດຢູ່ພາກພື້ນ. ຕາມນັ້ນ, ການຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ອາຊຽນ ແລະ ອົດສະຕາລີ-ນິວຊີແລນ (AANZFTA) ຢ່າງມີປະສິດທິຜົນ, ແມ່ນຂອບເຂດຮອບດ້ານດ້ວຍລະດັບຄວາມເສລີສູງເປັນເທື່ອທຳອິດທີ່ ອາຊຽນ ໄດ້ລົງນາມກັບບັນດາຄູ່ຮ່ວມມື ແລະໃນອະນາຄົດຈະມີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP).

ທີ່ສອງ, ໃນສັງກາດຂອງການປະຕິວັດອຸດສາຫະກຳ 4.0, ການພັດທະນາເສດຖະກິດແມ່ນອີງໃສ່ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ສວມບົດບາດສຳຄັນ, ສອງຝ່າຍຕ້ອງຍູ້ແຮງການຮ່ວມມືໃນບັນດາຂົງເຂດກ່ວາອີກ ຄື: ວິສາຫະກິດທີ່ຫາກໍ່ເລີ່ມທຸລະກິດ, ເຊື່ອມຕໍ່ກັບວິສາຫະກິດຂະໜາດກາງ, ນ້ອຍ ແລະນ້ອຍສຸດ...

ທີ່ສາມ, ສອງຝ່າຍແບ່ງປັນທັດສະນະກ່ຽວກັບຫຼາຍບັນຫາທີ່ມີລັກສະນະຍຸດທະສາດ, ສະນັ້ນອາດຈະຍູ້ແຮງການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມກັນສ້າງໂຄງປະກອບພາກພື້ນເປີດກ້ວາງ, ໂປ່ງໃສ ແລະຮັບເອົາ ສະມາຊິກໃໝ່, ໃນນັ້ນບັນດາເວທີປາໄສຮ່ວມມືໂດຍ ອາຊຽນ ເປັນເຈົ້າພາບກັບບັນດາຄູ່ຮ່ວມມື, ໃນນ້ັນມີ ອົດສະຕາລີ ແມ່ນຂອບເຂດສຳຄັນເພື່ອຊຸກຍູ້ບັນດາຄວາມມານະພະຍາຍາມຕາມທິດດັ່ງກ່າວ.

ທີ່ສີ່, ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍບໍ່ແມ່ນການທະຫານຄື: ການກໍ່ການຮ້າຍ, ຫົວຮຸນແຮງ, ໄພທຳມະຊາດ, ໂລກພະຍາດ, ການປ່ຽນແປງຂອງດິນຟ້າອາກາດ... ແມ່ນບັນດາຂົງເຂດ ອາຊຽນ-ອົດສະຕາລີ ມີຜົນປະໂຫຍດລວມ, ຄວນເອົາໃຈໃສ່ຊຸກຍູ້ດ້ວຍເປົ້າໝາຍນຳມາເຊິ່ງຊີວິດແຫ່ງຄວາມສະຫງົບສຸກ ແລະຄວາມປອດໄພໃຫ້ແກ່ປະຊາຊົນ.

ຂ້າພະເຈົ້າເຊື່ອໝັ້ນວ່າບົນພື້ນຖານການຮ່ວມມືອັນດີງາມທີ່ໄດ້ສ້າງຕັ້ງມາໃນເວລາກ່ວາ 4 ທົດສະວັດ, ພວກເຮົາ ສາມາດສືບຕໍ່ເປີດກ້ວາງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອົດສະຕາລີ ເລິກເຊິ່ງກວ່າໃນໄລຍະຈະມາເຖິງ.

 

ແປໂດຍ: ຮຸຍດົງ