7 ທົດສະວັດໄດ້ຜ່ານໄປ, ເມື່ອອ່ານ ແລະຄິດຫງໍາກ່ຽວກັບ “ຄໍາຮຽກຮ້ອງແຂ່ງຂັນຮັກຊາດ” ຂອງລຸງໂຮ່, ພວກເຮົາຍິ່ງເຫັນຢ່າງຈະແຈ້ງກວ່າກ່ຽວກັບແນວຄິດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈິມິນ. ສໍາລັບລຸງໂຮ່, ແຂ່ງຂັນແມ່ນຮັກຊາດ. ນໍ້າໃຈຮັກຊາດບໍ່ແມ່ນແບບລວມໆ, ນາມມະທໍາ, ຫາກໄດ້ສະແດງອອກດ້ວຍການກະທໍາຢ່າງລະອຽດ, ແທດຈິງ, ມີຜົນປະໂຫຍດໃຫ້ປະເທດຊາດ ແລະປະຊາຊົນ, ຜ່ານຂະບວນການແຂ່ງຂັນ “ແຜ່ຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກກ້ານ ແລະປະຊາຊົນທຸກຊັ້ນວັນນະ”. ລຸງໂຮ່ ຢືນຢັນວ່າ, ແຂ່ງຂັນແມ່ນກໍາລັງແຮງ, ແມ່ນປັດໄຈສໍາຄັນສ້າງເປັນຜົນສໍາເລັດຂອງການປະຕິວັດຫວຽດນາມ.

ຈິດໃຈແຂ່ງຂັນຮັກຊາດຂອງຜູ້ນໍາ ໂຮ່ຈິມິນ ໄດ້ສ້າງອາລົມອັນໃຫຍ່ຫຼວງໃຫ້ປະຊາຊົນ, ນັກຮົບ. ປະເທດຊາດໄດ້ຜ່ານການຕໍ່ສູ້ຕ້ານຜູ້ຮຸກຮານທີ່ຍຶດເຍື້ອຍາວນານສອງຄັ້ງ, ຍາດເອົາເອກະລາດ, ເສລີພາບ, ສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ. ປະຊາຊົນຫວຽດນາມໄດ້ຜ່ານຜ່າຄວາມລໍາບາກ, ການທົດສອບ, ການເສຍສະຫຼະຊີວິດບໍ່ຈັກວ່າເທົ່າໃດເພື່ອມີປະເທດອັນສວຍສົດງົດງາມ, ສະຫງົບສຸກ, ກ້າວຂຶ້ນບົນເສັ້ນທາງແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງຢ່າງໝັ້ນຄົງຄືປັດຈຸບັນ.

70 ປີຜ່ານມາ, ບັນດາວິລະກໍາ, ຜົນງານອັນມະຫັດສະຈັນທີ່ບັນລຸໄດ້ແມ່ນໝາກຜົນຈາກຂະບວນການນີ້. ບັນດາແບບຢ່າງວຽກດີຄົນເດັ່ນ, ວິລະຊົນ, ນັກຮົບອົງອາດ...ໄດ້ປະກົດຂຶ້ນ, ນັ້ນແມ່ນບັນດາດອກໄມ້ທີ່ສວຍງາມໃນສວນດອກໄມ້ຍາມລະດູບານໃໝ່ຂອງປະເທດຊາດ, ເຮັດແຈ້ງລັດທິວິລະຊົນແຫ່ງການປະຕິວັດຫວຽດນາມ.

leftcenterrightdel
ບັນດາສະຫາຍການນໍາພັກ, ລັດ ຖ່າຍຮູບພ້ອມດ້ວຍບັນດາຜູ້ແທນໃນພິທີຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນກ້າວໜ້າທົ່ວປະເທດ  ປີ 2017. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງຢ່າງໃດກໍ່ຕາມ, ທຸກໄຊຊະນະ, ຜົນສໍາເລັດຂອງຂະບວນການແຂ່ງຂັນຮັກຊາດບໍ່ແມ່ນວ່າຈະບັນລຸໄດ້ຢ່າງງ່າຍດາຍ. ມັນແມ່ນການສົມທົບກຳລັງແຮງ, ພູມປັນຍາ ແລະການອຸທິດສ່ວນ, ການເສຍສະຫຼະຊີວິດບໍ່ຈັກວ່າເທົ່າໃດຂອງປະຊາຊົນ, ນັກຮົບເຮົາ. ຍ້ອນເຫດນັ້ນ, ໃນສະໄໝສົງຄາມກໍ່ຄືໃນສັນຕິພາບ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຫຼາຍຮຸ່ນຄົນຍາມໃດກໍ່ເຊື່ອມຊຶມ, ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່.

ມີຫຼາຍໝູ່ຄະນະ, ບຸກຄົນ, ແບບຢ່າງດີເດັ່ນກ້າວໜ້າໄດ້ປະກົດຕົວ, ໃນຂະບວນການແຂ່ງຂັນຮັກຊາດ. ໃນສະໄໝໃດ, ເວລາໃດກໍ່ມີບັນດາແບບຢ່າງດີເດັ່ນເພື່ອປະເທດຊາດ, ເພື່ອປະຊາຊົນ. ຊື່ສຽງຂອງວິລະຊົນຫຼາຍຄົນຄື: ລາວັນເກົ່າ, ກູ່ຈິ໋ງລານ, ໂຕຫວີ້ງຢ້ຽນ, ເບ໋ວັນດ່ານ, ຟານດິ່ງຢອດ, ຫງວຽນວັນໂຈ໊ຍ, ຫງວຽນວຽດຊວນ, ແມ່ ຊວດ, ເອື້ອຍ ອຸດຕິກ... ເປັນສັນຍາລັກຂອງນໍ້າໃຈຮັກຊາດ ແລະກຳລັງແຮງຂອງຫວຽດນາມ.

ໃນແນວຮົບແຮງງານຜະລິດ, ສ້າງສາປະເທດຊາດ, ຂະບວນການແຂ່ງຂັນຮັກຊາດ ໄດ້ມີຫຼາຍແບບຢ່າງທີ່ດີເດັ່ນ ຄື: ໂງຢາຂາມ, ຕ້າກວາງບືວ, ເລືອງດີ້ງກົ໊ວ, ຕົນເທີດຕຸ່ງ, ດັ້ງວັນຫງື໊, ຮວ່າງແຮງ, ກູ່ທີ້ເຮົ້າ...ໃນໄລຍະທາງກວ່າ 30 ປີແຫ່ງການປ່ຽນແປງໃໝ່, ພາຍໃຕ້ການນໍາພາຂອງພັກ, ຂະບວນການແຂ່ງຂັນຮັກຊາດຍັງຄົງໄດ້ຮັບການປະຕິບັດ, ນັບມື້ນັບຟົດຟື້ນ ແລະມີປະສິດທິຜົນກວ່າເກົ່າ.

ຄວາມໝາຍມະນຸດສະທໍາຂອງຂະບວນການແຂ່ງຂັນຮັກຊາດ ບໍ່ພຽງແຕ່ແມ່ນເລື່ອງຍາດເອົາຜົນງານ, ຍ້ອງຍໍຊົມເຊີຍຄຸນງາມຄວາມດີເທົ່ານັ້ນ. ລຸງໂຮ່ທີ່ແສນເຄົາລົບຮັກ ເຄີຍຢັ້ງຢືນວ່າ: “ແຂ່ງຂັນແມ່ນຮັກຊາດ, ຮັກຊາດແມ່ນຕ້ອງແຂ່ງຂັນ”. ບົດເພງແຂ່ງຂັນຮັກຊາດຍັງຄົງດັງກ້ອງກັງວານຕະຫຼອດໄປ, ຕໍ່ກໍາລັງໜູນ, ຈິດໃຈໃຫ້ທົ່ວປວງຊົນທັງຊາດໃນໄລຍະທາງໃໝ່, ປະກອບສ່ວນເຮັດໃຫ້ປະເທດຊາດນັບມື້ນັບສວຍສົດງົດງາມກວ່າເກົ່າ.

 

ແປໂດຍ: ທູຈາງ