ການປະຕິວັດເດືອນຕຸລາບໍ່ພຽງແຕ່ເຮັດໃຫ້ມີການປ່ຽນແປງກ່ຽວກັບໂຊກຊາຕາຂອງປະຊາຊົນຜູ້ອອກແຮງງານລັດເຊຍ ແລະທົ່ວຊົນຊາດ ລັດເຊຍເທົ່ານັ້ນ, ຫາກຍັງແມ່ນແຫຼ່ງສ້າງອາລົມ ແລະເປັນກຳລັງໜູນໃຫ້ບັນດາຂະບວນການຕໍ່ສູ້ຂອງບັນດາຜູ້ອອກແຮງງານໃນທົ່ວໂລກອີກດ້ວຍ, ໃນນັ້ນມີຫວຽດນາມ.

ເພື່ອແນໃສ່ເຊີດຊູຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ວັນທີ 23 ພະຈິກ, ຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ-ສະຫະພັນລັດເຊຍ ໄດ້ຈັດຕັ້ງການໂອ້ລົມສົນທະນາສະເຫຼີມສະຫຼອງ 100 ປີ ແຫ່ງການປະຕິວັດເດືອນຕຸລາ ລັດເຊຍ ຢູ່ ຮ່າໂນ້ຍ. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງຜູ້ແທນພາຍໃນປະເທດຫຼາຍຄົນ ແລະຕ່າງປະເທດ 40 ຄົນມາຈາກຫຼາຍປະເທດໃນທົ່ວໂລກແມ່ນສະມາຊິກຂອງສະພາສັນຕິພາບໂລກ.

leftcenterrightdel
 ບັນດາຜູ້ແທນພາຍໃນ ແລະຕ່າງປະເທດເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: ຫງອກທື

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງປະທານຄະນະກຳມະການສັນຕິພາບຫວຽດນາມ ຟ້າມວັນເຈືອງ ໃຫ້ຮູ້ວ່າ, ຈຸດເວລາການປະຕິວັດເດືອນ ຕຸລາ ໄດ້ລະເບີດຂຶ້ນ ກໍ່ແມ່ນຈຸດເວລາທີ່ສົງຄາມໂລກຄັ້ງທີໜຶ່ງ ຢູ່ໃນຊຸມປີສຸດທ້າຍຢ່າງດຸເດືອດ. ແມ່ນຫົວເມືອງຂຶ້ນຂອງ ຝລັ່ງ, ຫວຽດນາມ ກໍ່ຖືກແກ່ດຶງເຂົ້າໃນສົງຄາມນັ້ນ. ປະຊາຊົນ, ໂດຍສະເພາະແມ່ນຊາວນາ, ຕ້ອງດຳລົງຊີວິດຢູ່ໃນສະພາບການອຶດຢາກຂາດເຂີນ. ປະຊາຊົນຫຼາຍພັນຄົນໄດ້ເສຍສະຫຼະຊີວິດຢູ່ບັນດາສະໜາມຮົບ ເອີລົບ ແລະຕາເວັນອອກກາງ. ຢູ່ໃນສະຖານະການນັ້ນ, ການປະຕິວັດເດືອນ ຕຸລາດ້ວຍຄຳຂວັນທີ່ວ່າ “ສັນຕິພາບ, ດິນນາ ແລະ ເຂົ້າຈີ່”, ຕໍ່ໄປແມ່ນໂຄງການການເມືອງຂອງ ເລນິນ ກ່ຽວກັບບັນດາບັນຫາຊົນຊາດ ແລະຫົວເມືອງຂຶ້ນ, ໄດ້ມີຜົນກະທົບຢ່າງແຮງເຖິງຫົວໃຈ ແລະມັນສະໝອງຂອງບັນດາບັນພະບຸລຸດປະຕິວັດຫວຽດນາມ.

100 ປີ ໄດ້ຜ່ານພົ້ນໄປ, ສະພາບການໂລກມີການປ່ຽນແປງຫຼາຍຢ່າງ, ໄດ້ປະກົດອອກການຕີລາຄາແຕກຕ່າງກັນຫຼາຍຢ່າງກ່ຽວກັບພາລະກິດຂອງຄົນຄອມມູນິດ. ເຖິງຢ່າງໃດກໍ່ຕາມ, ພຶດຕິກຳປະຫວັດສາດໂລກໃນ 100  ປີຜ່ານມາ, ດ້ວຍຄວາມຈິງທີ່ບໍ່ອາດສາມາດເພີ່ມໃສ່ຫຼຸດລົງ, ໄດ້ຢືນຢັນເຖິງບົດບາດ ແລະຄວາມໝາຍໃຫຍ່ຫຼວງທີ່ສຸດຂອງການປະຕິວັດເດືອນ ຕຸລາ ລັດເຊຍ ແລະປະຫວັດສາດການປະຕິວັດຫວຽດນາມ ແມ່ນໜຶ່ງໃນບັນດາພະຍານຫຼັກຖານຢ່າງເຫັນໄດ້ຊັດກ່ຽວກັບການສືບທອດ ແລະໝູນໃຊ້ບົດຮຽນຢ່າງມີຫົວຄິດປະດິດສ້າງ, ຖອດຖອນບົດຮຽນປະຫວັດສາດຂອງການປະຕິວັດເດືອນ ຕຸລາ.

ຕາມທ່ານນາງ Socorro Gomes, ປະທານສະພາສັນຕິພາບໂລກແລ້ວ, ການປະຕິວັດເດືອນ ຕຸລາ ລັດເຊຍ ໄດ້ສ້າງອາລົມໃຫ້ບັນດາຊົນຊາດໃນໂລກ ລຸກຮື້ຂຶ້ນຕໍ່ຕ້ານລັດທິຈັກກະພັດ. ສິ່ງດັ່ງກ່າວເປັນການພິສູດໃຫ້ເຫັນວ່າມູນເຊື້ອອັນອົງອາດກ້າຫານໃນພຶດຕິກຳຕົວຈິງຢູ່ຫວຽດນາມ, ບ່ອນມີມີຊົນຊາດວິລະຊົນຍາດໄດ້ໄຊຊະນະບັນດາອິດທິກຳລັງໂຫດຮ້າຍ, ດັບສູນບັນດາກົງຈັກຂ້າຟັນລັນແທງດ້ວຍບັນດາບັ້ນຕໍ່ສູ້ຢ່າງໝັ້ນໜຽວທີ່ເປັນໜ້າຈົດຈຳ. ບໍ່ຫົວຊາຕໍ່ຄວາມລະທົມທຸກຢ່າງໃຫຍ່ຫຼວງເຊິ່ງບັນດາອິດທິກຳລັງຈັກກະພັດໄດ້ສ້າງໃຫ້ປະຊາຊົນຫວຽດນາມ.

ທ່ານນາງເວົ້າວ່າ: “ຫວຽດນາມເປັນແບບຢ່່າງໃຫ້ບັນດາຊົນຊາດຖືກກົດຂີ່ຂູດຮີດປະຕິບັດຕາມ ແລະກໍ່ແມ່ນພະຍານຫຼັກຖານເປັນບ່ອນອີງໃຫ້ແກ່ການສ້າງແຫຼ່ງອາລົມຈາກການປະຕິວັດເດືອນ ຕຸລາ ລັດເຊຍ, ພວກເພື່ອນສາມາດເຮັດໄດ້ໃນສິ່ງເຫຼືອເຊື່ອທີ່ສຸດ”. ຕາມທ່ານນາງແລ້ວ, ບັນດາປະເທດໃນໂລກ, ໃນນັ້ນມີຫວຽດນາມ, ສະເຫຼີມສະຫຼອງ 100 ປີ ແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ ໄດ້ສ້າງກາລະໂອກາດຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ ແລະນໍ້າໃຈສາມັກຄີລະຫວ່າງບັນດາກຳລັງປະຊາທິປະໄຕ ແລະກ້າວໜ້າໃນໂລກ, ແນໃສ່ຕໍ່ສູ້ເພື່ອເສລີພາບ, ປົດປ່ອຍສັງຄົມ, ປະຊາຊົນ ແລະເພື່ອສັນຕິພາບ.


ແປໂດຍ: ຮຸຍດົງ