ຊົມເຊີຍທ່ານເຈົ້າແຂວງ Kiyoshi Ueda ແລະຄະນະຜູ້ແທນຂັ້ນສູງຂອງແຂວງ Saitama ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມ, ເຂົ້າສູ່ລວງເລິກ ແລະແທດຈິງຂອງສາຍພົວພັນລະຫວ່າງຫວຽດນາມ ແລະຍີ່ປຸ່ນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ພ້ອມກັບບັນດາບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ຢູ່ຂັ້ນສູນກາງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດພວມດໍາເນີນໄປຢ່າງຟົດຟື້ນ, ແມ່ນກຳລັງໜູນປະກອບສ່ວນຊຸກຍູ້ການພັດທະນາຂອງສາຍພົວພັນລວມ.     ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນໃຫ້ບູລິມະສິດຊຸກຍູ້ການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ” ລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ, ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຍາວນານໃນທຸກຂົງເຂດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Kiyoshi Ueda ເຈົ້າແຂວງໆ Saitama, ປະເທດ ຍີ່ປຸ່ນ. ພາບ: TTXVN

ທ່ານເຈົ້າແຂວງ Kiyoshi Ueda ລາຍງານຕໍ່ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ Saitama ໃນພື້ນຖານເສດຖະກິດ ຍີ່ປຸ່ນ, ກໍ່ຄືການເຄື່ອນໄຫວຮ່ວມມື, ລົງທຶນຂອງບັນດາວິສາຫະກິດແຂວງ Saitama ຢູ່ ຫວຽດນາມ. ທ່ານເຈົ້າແຂວງ Kiyoshi Ueda ເນັ້ນໜັກວ່າ, ບັນດາວິສາຫະກິດຂອງແຂວງ Saitama ຕີລາຄາສູງບັນດາເງື່ອນໄຂລົງທຶນຢູ່ຫວຽດນາມ, ເຊິ່ງແມ່ນບ່ອນມີກໍາລັງແຮງງານເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ, ເຂັ້ມງວດ. ໃນໄລຍະຈະມາເຖິງ, ແຂວງ Saitama ຈະສືບຕໍ່ໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ບັນດາວິສາຫະກິດທ້ອງຖິ່ນທີ່ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ອໍານາດການປົກຄອງແຂວງປາດຖະໜາຢາກໄດ້ຮັບການຮ່ວມມື, ໜູນຊ່ວຍຈາກຝ່າຍກະຊວງແຜນການ ແລະການລົງທຶນຫວຽດນາມ ຫຼາຍກວ່າອີກ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບົດບາດສໍາຄັນຂອງປະຊາຄົມວິສາຫະກິດສອງປະເທດໃນການຍົກລະດັບການຮ່ວມມືຫວຽດນາມ - ຍີ່ປຸ່ນ; ຖືວ່າສອງຝ່າຍຄວນສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ປະຊາຄົມວິສາຫະກິດໄດ້ເຊື່ອມຕໍ່ລົງທຶນ, ດຳເນີນທຸລະກິດຜ່ານບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະດ້ານແຮງງານ.     ພ້ອມກັບຂົງເຂດພັດທະນາພື້ນຖານໂຄງລ່າງ, ຫວຽດນາມ ປາດຖະໜາຢາກເປີດກ້ວາງການຮ່ວມມືໃນບັນດາຂົງເຂດ ເຊິ່ງ ຍີ່ປຸ່ນ ມີທ່າແຮງ, ຄືການນຳໃຊ້ເຕັກໂນໂລຢີສູງ, ກະສິກໍາ, ອຸດສາຫະກໍາ, ສຸຂະອະນາໄມສະບຽງອາຫານ... ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກໍາ 4.0.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງການຮ່ວມມື, ການໜູນຊ່ວຍຂອງຍີ່ປຸ່ນ ສໍາລັບ ປີ APEC, ສັບປະດາຂັ້ນສູງ APEC 2017 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ; ຊົມເຊີຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະມາຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.

 

ແປໂດຍ: ເຈິ່ນຮວ່ຽນ