ເຂົ້າຮ່ວມການປະຕິບັດງານ, ມີຜູ້ແທນຈາກກະຊວງປ້ອງກັນປະເທດຫວຽດນາມ ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ຕັດສິນໃຈບຸກທະລຸເພື່ອສົມກັບທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ

ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນຟຸຈ້ອງ ແລະຄະນະປະຕິບັດງານສູນກາງ ໄດ້ມີການເຮັດວຽກກັບຖັນແຖວພະນັກງານຫຼັກແຫຼ່ງແຂວງ ເຫງ້ອານ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຮັບຮູ້, ໃນຊຸມປີມໍ່ໆມານີ້, ເຫງ້ອານ ມີບາດກ້າວພັດທະນາໄວພໍສົມຄວນ, ເປັນລະບົບ, ຊັດເຈນ, ຮອບດ້ານໃນຫຼາຍຂົງເຂດ. ພິເສດ, ໂສມໜ້າຂອງທ້ອງຖິ່ນມີການປ່ຽນແປງໄວທີ່ສຸດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະຄະນະປະຕິບັດງານສູນກາງໄດ້ມີການເຮັດວຽກກັບຖັນແຖວພະນັກງານຫຼັກແຫຼ່ງແຂວງ ເຫງ້ອານ. ພາບ: ຫງວຽນເຕີ໋ນຕວນ

ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຍັງຮຽກຮ້ອງອົງຄະນະພັກ, ອໍານາດການປົກຄອງແຂວງ ເຫງ້ອານ ຄວນມີການຕັດສິນໃຈຢ່າງເດັດຂາດກວ່າອີກ. ມີຄວາມປາຖະໜາກວ່າອີກເພື່ອບືນຕົວຂຶ້ນສ້າງແຂວງ ເຫງ້ອານ ພັດທະນາໃຫ້ເໝາະສົມກັບທີ່ຕັ້ງທີ່ມີຢູ່ແລ້ວ, ສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນທ້ອງຖິ່ນເວົ້າສະເພາະ, ທົ່ວປະເທດເວົ້າລວມກ່ຽວກັບບັນດາການບຸກທະລຸພັດທະນາຢູ່ບ້ານເກີດເມືອງນອນ ລຸງໂຮ່ .

ທ່ານເລຂາທິການໃຫຍ່ ຖືວ່າ, ໃນວິວັດການສໍາເລັດແນວທາງປ່ຽນແປງໃໝ່, ການເພີ່ມເຕີມແຜນຜັງນັບທັງພວມຢູ່ຕໍ່ໜ້າ ແລະຍາວນານ, ແຂວງ ເຫງ້ອານ ຄວນເປັນເຈົ້າການທາບທາມຄໍາຄິດເຫັນ ແລະການຊ່ວຍເຫຼືອຈາກສູນກາງ ແລະບັນດາທ້ອງຖິ່ນເພື່ອນມິດ.

ຮັກສາ, ເສີມຂະຫຍາຍຮູບພາບທະຫານລຸງໂຮ່ຢູ່ບ້ານເກີດເມືອງນອນ ລຸງໂຮ່

ກ່ອນໜ້ານັັ້ນ, ຕອນເຊົ້າວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ເລຂາຄະນະພັກການທະຫານສູນກາງ ແລະຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມ ແລະເຮັດວຽກກັບຄະນະພັກ, ກອງບັນຊາການທະຫານເຂດ 4.

ພາຍຫຼັງທີ່ໄດ້ຮັບຟັງທ່ານພົນຕີ ຫງວຽນເຕີນເກືອງ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 4 ລາຍງານໂດຍສັງເຂບກ່ຽວກັບສະພາບການ, ໝາກຜົນການປະຕິບັດສໍາເລັດໜ້າທີ່ຂອງກໍາລັງປະກອບອາວຸດທະຫານເຂດ 4, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕາງໜ້າສູນກາງ, ຄະນະພັກການທະຫານສູນກາງຊົມເຊີຍ, ຕີລາຄາສູງບັນດາຜົນງານເຊິ່ງພະນັກງານ, ນັກຮົບທະຫານເຂດ 4 ບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ເລຂາຄະນະພັກການທະຫານສູນກາງ ແລະຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມ ແລະເຮັດວຽກກັບຄະນະພັກ, ກອງບັນຊາການທະຫານເຂດ 4. ພາບ: ຫງວຽນເຕີ໋ນຕວນ

ທ່ານເລຂາທິການໃຫຍ່ ປາດຖະໜາວ່າກໍາລັງປະກອບອາວຸດທະຫານເຂດ 4 ເສີມຂະຫຍາຍມູນເຊື້ອວິລະຊົນ, ເສີມຂະຫຍາຍບົດຮຽນທີ່ມີຢູ່ແລ້ວ, ສືບຕໍ່ສູ້ຊົນປະຕິບັດສໍາເລັດບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີກວ່າ. ໃນນັ້ນ, ໜ້າທີ່ທີໜຶ່ງ ແລະແຖວໜ້າແມ່ນຕ້ອງສ້າງກໍາລັງໃຫ້ມີຄວາມບໍລິສຸດຢ່າງແທ້ຈິງ, ມີຄວາມເຊື່ອໝັ້ນສູນກາງຢ່າງເດັດຂາດ, ຈົ່ງຮັກພັກດີຕໍ່ພັກ, ຫຼີກລ້ຽງທຸກປະກົດການ “ຜັນປ່ຽນດ້ວຍຕົນເອງ, ການຜັນແປດ້ວຍຕົນເອງ”.

ເພື່ອເຮັດໄດ້ຄືດັ່ງກ່າວ, ທ່ານເລຂາທິການໃຫຍ່ ໄດ້ໃສ່ໃຈວ່າ, ທະຫານເຂດ 4 ຄວນເປັນເຈົ້າການໃນການຄາດຄະເນ, ມີຄວາມສະດຸ້ງໄວກໍາແໜ້ນສະພາບການ, ນັບທັງບັນດາກໍລະນີຍຸດທະສາດໃນການສ້າງພື້ນຖານປ້ອງກັນປະເທດທົ່ວປວງຊົນ ແລະສົງຄາມປະຊາຊົນ: ມີໄຫວພິບ, ສະຫຼາດສ່ອງໃສໃນການແກ້ໄຂບັນດາກໍລະນີ, ກະກຽມຮັບມືກັບບັນດາກົນອຸບາຍ, ເລ່ກົນຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ. ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ ແລະບັນດາຄະນະ, ຂະແໜງການທ້ອງຖິ່ນເປັນເຈົ້າການສະກັດກັ້ນ ແລະແກ້ໄຂຢ່າງເດັດຂາດ, ມີຄວາມສະຫຼາດຄ່ອງແຄ່ວໃນການແກ້ໄຂບັນດາກໍລະນີທີ່ສັບສົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ.

ທ່ານເລຂາທິການໃຫຍ່ ໃສ່ໃຈຢ່າງພິເສດວ່າ, ອົງຄະນະພັກທະຫານເຂດ 4 ເບິ່ງແຍງດູແລຢ່າງການສ້າງບັນດາອົງການພັກໃຫ້ປອດໃສໝັ້ນຄົງເຂັ້ມແຂງເປັນປະຈຳ, ມີກຳລັງຄວາມສາມາດໃນການຊີ້ນໍາ, ນໍາພາ ແລະມີກໍາລັງແຮງສູ້ຮົບຢ່າງສູງ, ສ້າງຖັນແຖວພະນັກງານ, ສະມາຊິກພັກມີຄຸນນະທາດດ້ານຄຸນສົມບັດ, ແບບແຜນດຳລົງຊີວິດ. ຍົກສູງຈິດໃຈມີສະຕິລະວັງຕົວປະຕິວັດ, ທັນການຄົ້ນພົບ, ຕໍ່ສູ້ເຮັດໃຫ້ກົນອຸບາຍ, ເລ່ກົນການ “ຜັນປ່ຽນໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມ ແລະກົນອຸບາຍ “ຫັນການທະຫານປອດການເມືອງ” ຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ບໍ່ໃຫ້ການຜັນປ່ຽນໂດຍສັນຕິ, ການຜັນແປດ້ວຍຕົນເອງ” ເກີດຂຶ້ນພາຍໃນ. ເຮັດວຽກງານຂົນຂວາຍປະຊາຊົນ, ປະກອບສ່ວນກໍ່ສ້າງພື້ນຖານການເມືອງຢູ່ທ້ອງຖິ່ນໃຫ້ເຂັ້ມແຂງ, ສ້າງທ່າຮົບດ້ານຈິດໃຈປະຊາຊົນ ແລະກຸ່ມກ້ອນສາມັກຄີທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ... ພ້ອມກັນນັ້ນ, ທະຫານເຂດ 4 ຄວນເປັນເຈົ້າການ, ຕັ້ງໜ້າຍົກສູງປະສິດທິຜົນວຽກງານການຕ່າງປະເທດປ້ອງກັນຊາດຖືກຕ້ອງຕາມແນວທາງການຕ່າງປະເທດຂອງພັກ, ລັດ; ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນນະພາບ, ການຮ່ວມມື, ພັດທະນາ.

 

ແປໂດຍ: ເກື່ອງດັ້ງ