ການຮັກສາສາຍພົວພັນອັນສະໜິດສະໜົມກັບປະຊາຊົນແມ່ນທາດແທ້ຂອງພັກ

ປະທານ ໂຮ່ຈິມິນ ຖືວ່າ, ການປະຕິວັດແມ່ນພາລະກິດຂອງມະຫາຊົນຫາກບໍ່ແມ່ນຂອງບຸກຄົນວິລະຊົນໃດ. ເພີ່ນມີທັດສະນະຊັດເຈນກ່ຽວກັບການພົວພັນລະຫວ່າງພັກ ແລະປະຊາຊົນ. ໃນບົດນິພົນ, ເພີ່ນຢືນຢັນວ່າ: “ຮັກສາການພົວພັນກັບປະຊາຊົນ ແລະຍາມໃດກໍ່ຮັບຟັງຄໍາເຫັນຂອງປະຊາຊົນ, ນັ້ນແມ່ນພື້ນຖານກໍາລັງຂອງພັກ ແລະຍ້ອນແນວນັ້ນພັກເຮົາຈຶ່ງຍາດໄດ້ໄຊຊະນະ. ສະນັ້ນ, ການຫ່າງເຫີນປະຊາຊົນ, ບໍ່ມີສາຍພົວພັນຢ່າງແໜ້ນແຟ້ນກັບປະຊາຊົນຈະຖືກປະລາໄຊຢ່າງແນ່ນອນ”. ຕາມເພີ່ນແລ້ວ, ການພົວພັນລະຫວ່າງພັກ ແລະປະຊາຊົນຂຶ້ນກັບທາດແທ້ຂອງພັກ, ມັນບໍ່ພຽງແຕ່ແມ່ນມາດຕະຖານຂອງພັກປະຕິວັດທີ່ແທ້ຈິງ, ຫາກຍັງແມ່ນໜຶ່ງໃນບັນດາກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງພັກກອມມູນິດ. ປະທານ ໂຮ່ຈິມິນ ຍາມໃດກໍ່ຖືການພົວພັນລະຫວ່າງພັກກັບປະຊາຊົນ, ເຊິ່ງແມ່ນໜຶ່ງໃນບັນດາບັນຫາພື້ນຖານທີ່ສຸດໃນວຽກງານກໍ່ສ້າງພັກ, ແມ່ນແຫຼ່ງກໍາລັງແຮງຂອງພັກ, ຂອງຊົນຊາດ ແລະແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດຢູ່ປະເທດເຮົາ.

leftcenterrightdel
ທ່ານປະທານ ໂຮ່ຈິມິນ

ສາຍພົວພັນລະຫວ່າງພັກກັບປະຊາຊົນເຊິ່ງປະທານ ໂຮ່ຈິມິນ ສະແດງອອກຢ່າງຈະແຈ້ງທີ່ສຸດໃນບົດນິພົນນັ້ນແມ່ນການພົວພັນສັດຈະວິພາກ, ໄດ້ຮັບການກໍາເນີດ, ຂະຫຍາຍຕົວຕິດພັນກັບວິວັດທະນາການປະຕິວັດ. ການປະຕິວັດແມ່ນພາລະກິດຂອງປະຊາຊົນ, ພັກກອມມູນິດແມ່ນຜູ້ແນະນໍາຈັດຕັ້ງ, ນໍາພາ.

ພັກທັງເປັນຜູ້ນໍາພາ, ທັງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ

ປະທານ ໂຮ່ຈິມິນ ຊີ້ແຈ້ງວ່າ, ເມື່ອພັກກາຍເປັນພັກນໍາພາອຳນາດການປົກຄອງກໍ່ແມ່ນວ່າພັກກໍາອໍານາດ, ປະຊາຊົນເປັນເຈົ້າຂອງ. ສະນັ້ນ, ໃນການພົວພັນກັບປະຊາຊົນ, ເພີ່ນຢັັ້ງຢືນວ່າ, ພັກທັງເປັນຜູ້ນໍາພາ, ທັງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.

ປະທານ ໂຮ່ຈິມິນ ຮຽກຮ້ອງ, ພັກ ຢາກນໍາພາປະຊາຊົນກໍ່ຕ້ອງເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ຊ່ວຍຊູປະຊາຊົນ. ເພາະສະນັ້ນ, ພັກ ຢາກເປັນຜູ້ນໍາພາເກັ່ງແມ່ນຕ້ອງເປັນຜູ້ຮັບໃຊ້ເກັ່ງ. ພັກ ຕ້ອງເບິ່ງແຍງດູແລເຖິງຜົນປະໂຫຍດຂອງປະຊາຊົນ, ຍາມໃດກໍ່ຖືຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ປະຊາຊົນຜູ້ອອກແຮງງານ, ຂອງທັງຊົນຊາດກ່ອນໝູ່, ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ. ພັກ ແລະລັດຕ້ອງເຄົາລົບສິດເປັນເຈົ້າ, ຮັບຟັງຄໍາເຫັນຂອງປະຊາຊົນ, ກໍາແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທຸກການເຄື່ອນໄຫວຂອງພັກກໍ່ຄືຂອງສະມາຊິກພັກຕ້ອງໄດ້ຮັບການຄວບຄຸມຈາກປະຊາຊົນເພື່ອເຮັດຫຼ້ອນໜ້າທີ່ເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.

ການສ້າງສາຍພົວພັນກັບປະຊາຊົນແມ່ນໜ້າທີ່ພື້ນຖານ, ຍາວນານຂອງພັກ

ຕາມປະທານ ໂຮ່ຈິມິນ ແລ້ວ, ການປັບປຸງ ແລະເພີ່ມທະວີສາຍພົວພັນລະຫວ່າງພັກກັບປະຊາຊົນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນຂອງການປະຕິວັດກໍາມະຊີບ, ແມ່ນກົດເກນພາວະວິໄສຂອງວຽກງານກໍ່ສ້າງພັກ, ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງການປະຕິວັດຫວຽດນາມ. ນີ້ທັງແມ່ນບັນຫາຕັດສິນຄວາມເປັນຕາຍຂອງພັກ, ທັງຮັບປະກັນໃຫ້ແກ່ການຄົງຕົວ, ການຂະຫຍາຍຕົວຂອງລະບົບການເມືອງ, ແມ່ນເງື່ອນໄຂຈໍາເປັນໃນການຕໍ່ສູ້ຍາດເອົາໄຊຊະນະໃຫ້ແກ່ສັງຄົມນິຍົມ.

ໃນບົດນິພົນ, ເພີ່ນ ຢືນຢັນວ່າ, ພັກເຮົາແມ່ນພັກປະຕິວັດ, ພັກເພື່ອປະຊາຊົນ, ເພື່ອປະເທດຊາດ, “ພັກບໍ່ແມ່ນອົງການຈັດຕັ້ງເພື່ອເປັນເຈົ້າເປັນນາຍ, ຫາເງິນໄດ້ຫຼາຍ. ມັນຕ້ອງເຮັດຫຼ້ອນໜ້າທີ່ປົດປ່ອຍຊາດ, ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມສົມບູນພູນສຸກ”. ເພີ່ນ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກຍາມໃດກໍ່ຕ້ອງຈົດຈໍາວ່າຕົນເອງທັງເປັນຜູ້ນໍາພາ, ທັງເປັນ “ຜູ້ຮັບໃຊ້” ຂອງປະຊາຊົນ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນສູງກວ່າຜົນປະໂຫຍດສ່ວນຕົວ. ເພີ່ນ ຖືວ່າ, ພັກ “ຕ້ອງພົວພັນຢ່າງສະໜິດແໜ້ນກັບປະຊາຊົນ. ບໍ່ໄດ້ຫ່າງເຫີນປະຊາຊົນ. ຄັນຫ່າງເຫີນປະຊາຊົນຈະຖືກຕົກຢູ່ໂດດດ່ຽວ. ເມື່ອຕົກຢູ່ໂດດດ່ຽວຈະຖືກປະລາໄຊຢ່າງແນ່ນອນ”.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງພາລະກິດປະຕິວັດ, ເພີ່ມທະວີສາຍພົວພັນເລືອດເນື້ອສະໜິດຕິດພັນລະຫວ່າງພັກ ແລະປະຊາຊົນ ແມ່ນບັນຫາຮີບດ່ວນ, ມີຄວາມໝາຍຍຸດທະສາດຍາວນານໃນສະພາບການປັດຈຸບັນ. ສະນັ້ນ, ການຄົ້ນຄວ້າຢ່າງລອບຄອບເຖິງກົກເຖິງປາຍ, ໝູນໃຊ້ແນວຄິດປະທານ ໂຮ່ຈິມິນ ກ່ຽວກັບການສ້າງສາຍພົວພັນລະຫວ່າງພັກກັບປະຊາຊົນຢ່າງມີຫົວຄິດປະດິດສ້າງແມ່ນບັນຫາສໍາຄັນພິເສດຕໍ່ກັບພາລະກິດປະຕິວັດຢູ່ປະເທດເຮົາໃນປັດຈຸບັນ.

 

ແປໂດຍ: ຮວ່າງເຈື່ອງ