ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຕີລາຄາຢ່າງລະອຽດກ່ຽວກັບໝາກຜົນບັນລຸໄດ້ຈາກກອງປະຊຸມຄັ້ງທີ 34; ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນການຮ່ວມມື ແລະບັນດາມາດຕະການ, ກົນໄກຢ່າງລະອຽດເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ ກໍ່ຄືປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດໄຂກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ກູບາ ຄັ້ງທີ 35. ພາບ: baoxaydung.com.vn

ຮອດເດືອນສິງຫາ 2017, ວົງເງິນການຄ້າແລກປ່ຽນສອງຝ່າຍລະຫວ່າງສອງປະເທດເຕີບໂຕ 4,7%. ເຂົ້າສານສືບຕໍ່ແມ່ນສິນຄ້າສໍາຄັນເຊິ່ງ ກູບາ ນໍາເຂົ້າຈາກ ຫວຽດນາມ. ປະຊາຊົນ ກູບາ ຫຼາຍຄົນໄດ້ເລືຶອກເຟັ້ນສິນຄ້າ ຫວຽດນາມ ຍ້ອນມີຄຸນນະພາບດີ ແລະລາຄາເໝາະສົມ. ຍ້ອນມີການຮ່ວມມືຂອງຫວຽດນາມ ໃນຂົງເຂດກະສິກໍາ, ຈາກເລື່ອງ ກູບາ ນໍາເຂົ້າເຂົ້າສານກວມເອົາ 95% ຍອດວົງເງິນນໍາເຂົ້າ (ປີ 2010), ມາຮອດປັດຈຸບັນໄດ້ຫຼຸດຜ່ອນລົງເຫຼືອປະມານ  60-70%. ຈໍານວນວິສາຫະກິດ ຫວຽດນາມ ດໍາເນີນທຸລະກິດຄ້າຂາຍກັບ ກຸບາ ໄດ້ລື່ນເກີນຕົວເລກ 100 ແຫ່ງ. ການເຈລະຈາສັນຍາການຄ້າໃໝ່ລະຫວ່າງສອງປະເທດຄາດຄະເນວ່າຈະສິ້ນສຸດໃນໄຕມາດ IV ປີ 2017 ແລະໄດ້ຮັບການລົງນາມໂດຍໄວ, ສ້າງພື້ນຖານດ້ານນິຕິກໍາເພື່ອຍົກວົງເງິນການຄ້າສອງສົ້ນຂຶ້ນສູ່ລະດັບ 500 ລ້ານ USD ໃນ 5 ປີຈະມາເຖິງ.

 

ແປໂດຍ: ທູຈາງ